ທ່ານ ສີຈິ້ນຜິງ ກຽມຢ້ຽມຢາມຣັດເຊຍ ພ້ອມເຂົ້າພົບທ່ານ ປູຕິນ ວັນທີ 20-22 ມີນານີ້

ທ່ານ ສີຈິ້ນຜິງ ກຽມຢ້ຽມຢາມຣັດເຊຍ ພ້ອມເຂົ້າພົບທ່ານ ປູຕິນ ວັນທີ 20-22 ມີນານີ້

ທໍານຽມເກຼມລິນຢືນຢັນໃນວັນທີ 17 ມີນານີ້ວ່າ: ປະທານປະເທດ ສີຈິ້ນຜິງ ຂອງຈີນ ຈະເດີນທາງຢ້ຽມຢາມຣັດເຊຍເພື່ອພົບກັບປະທານາທິບໍດີ ວະລາດິເມຍ ປູຕິນ ໃນລະຫວ່າງວັນທີ 20-22 ມີນານີ້. ແຜນເດີນທາງຢ້ຽມຢາມຣັດເຊຍມີຂຶ້ນຫລັງຈີນໄດ້ສະເໜີເປັນກາວໃຈເພື່ອໄກ່ເກ່ຍບັນຫາສົງຄາມອູແກຣນ ໂດຍກ່ອນໜ້ານີ້ຈີນໄດ້ອອກແຜນສັນຕິພາບ 12 ປະການຂຶ້ນ ເພື່ອຫລຸດຜ່ອນວິກິດທີ່ເກີດຂຶ້ນ. ເຖິງຢ່າງໃດກໍຕາມ, ປະເທດຕາເວັນຕົກເບິ່ງວ່າ: ຄວາມພະຍາຍາມທັງໝົດຂອງຈີນຈະເປັນການສະໜັບສະໜູນທາງການທູດຕໍ່ຣັດເຊຍຫລາຍກວ່າ….

ຝຣັ່ງປະທ້ວງໜັກ ຫລັງລັດຖະບານໃຊ້ “ອໍານາດພິເສດ” ອອກກົດໝາຍເພີ່ມອາຍຸບໍານານ

ຝຣັ່ງປະທ້ວງໜັກ ຫລັງລັດຖະບານໃຊ້ “ອໍານາດພິເສດ” ອອກກົດໝາຍເພີ່ມອາຍຸບໍານານ

ລັດຖະບານຝຣັ່ງໃຊ້ “ອໍານາດພິເສດ” ບັນຍັດກົດໝາຍເພີ່ມເພດານອາຍຸບໍານານຂອງແຮງງານໃນລະບົບເປັນ 64 ປີ ຮຽກສຽງປະນາມຢ່າງໜັກຈາກຝ່າຍຄ້ານ ແລະ ກາຍເປັນການຍົກລະດັບການປະທ້ວງ. ວັນທີ 17 ມີນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສະພາຜູ້ແທນລາສະດອນຂອງຝຣັ່ງປະຊຸມ ໃນວັນທີ 16 ມີນາ ເພື່ອອະພິປາຍ ແລະ ລົງມະຕິກ່ຽວກັບເນື້ອໃນທັງໝົດໃນແຜນປະຕິຮູບບໍານານ ເຊິ່ງສະເໜີໂດຍປະທານາທິບໍດີ…

ເດືອນກຸມພາຜ່ານມາ ອັດຕາການວ່າງງານ ສ ເກົາຫລີ ເພີ່ມຂຶ້ນ 14%

ເດືອນກຸມພາຜ່ານມາ ອັດຕາການວ່າງງານ ສ ເກົາຫລີ ເພີ່ມຂຶ້ນ 14%

ຂ່າວຕ່າງປະເທດລາຍງານ: ກະຊວງແຮງງານ ແລະ ການຈ້າງງານຂອງ ສ ເກົາຫລີ ໄດ້ເປີດເຜີຍບົດລາຍງານຈຳນວນຜູ້ທີ່ຍື່ນຂໍຮັບສະຫວັດດີການ ການວ່າງງານ (Jobless claims) ຂອງ ສ ເກົາຫລີ ທ່າມກາງຄວາມກັງວົນທີ່ເພີ່ມຂຶ້ນກ່ຽວກັບພາວະເສດຖະກິດທີ່ຕົກຕ່ຳ. ກະຊວງແຮງງານ ແລະ ການຈ້າງງານຂອງ ສ ເກົາຫລີ ໄດ້ເປີດເຜີຍວ່າ:…

ອົດສະຕຣາລີວາງແຜນຊື້ລູກສອນໄຟ 220 ລູກຈາກອາເມລິກາ ເພີ່ມປະສິດທິພາບຄວາມໝັ້ນຄົງນອກຊາຍຝັ່ງ

ອົດສະຕຣາລີວາງແຜນຊື້ລູກສອນໄຟ 220 ລູກຈາກອາເມລິກາ ເພີ່ມປະສິດທິພາບຄວາມໝັ້ນຄົງນອກຊາຍຝັ່ງ

ກະຊວງການຕ່າງປະເທດອາເມລິກາ ອະນຸມັດການຂາຍລູກສອນໄຟ (Cruise Missile) ຈໍານວນ 220 ລູກໃຫ້ອົດສະຕຣາລີ ພາຍໃຕ້ຂໍ້ຕົກລົງມູນຄ່າ 895 ລ້ານໂດລາ. ຂໍ້ສະເໜີຂາຍດັ່ງກ່າວ ເຊິ່ງຈໍາເປັນຕ້ອງຜ່ານການລົງນາມອະນຸມັດຈາກສະພາຄອງເກຣດ ຍັງລວມທັງລູກສອນໄຟໂທມາຮອກ (Tomahawk Missile) ເຊິ່ງເປັນລູກສອນໄຟໄລຍະໄກ, ຄວາມໄວຕໍ່າກວ່າສຽງ ຕະຫລອດຈົນການສະໜັບສະໜູນທາງເຕັກນິກ. ໂດຍລູກສອນໄຟທີ່ອົດສະຕຣາລີສັ່ງຊື້ນີ້ຈະໃຊ້ໃນເຮືອດໍານໍ້າຊັ້ນເວີຈິເນຍ ທີ່ອົດສະຕຣາລີຈະໄດ້ຮັບຈາກອາເມລິກາ…

ຫວຽດນາມກຽມຫລຸດຜ່ອນຂໍ້ກໍານົດດ້ານວີຊາ ຫວັງດຶງດູດນັກທ່ອງທ່ຽວເຂົ້າປະເທດ

ຫວຽດນາມກຽມຫລຸດຜ່ອນຂໍ້ກໍານົດດ້ານວີຊາ ຫວັງດຶງດູດນັກທ່ອງທ່ຽວເຂົ້າປະເທດ

ສໍານັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ຟາມ ມິນ ຊິນ ນາຍົກລັດຖະມົນຕີຫວຽດນາມ ສັ່ງໃຫ້ເຈົ້າໜ້າທີ່ຫລຸດຜ່ອນຂໍ້ກໍານົດດ້ານວີຊາບາງປະການ ເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດຫລາຍຂຶ້ນ. ສື່ທ້ອງຖິ່ນຂອງຫວຽດນາມລາຍງານວ່າ: ຄວາມຍາກລໍາບາກໃນການຂໍວີຊາທ່ອງທ່ຽວຫວຽດນາມເປັນສາເຫດຫລັກທີ່ເຮັດໃຫ້ຫວຽດນາມປະສົບບັນຫາໃນການດຶງດູດນັກທ່ອງທ່ຽວຕ່າງປະເທດໃຫ້ເດີນທາງມາຫວຽດນາມຫລັງການແພ່ລະບາດຂອງພະຍາດໂຄວິດ-19 ໂດຍໃນປີຜ່ານມາ ຫວຽດນາມມີນັກທ່ອງທ່ຽວຕ່າງປະເທດໜ້ອຍກວ່າ 3,7 ລ້ານຄົນ. ນອກຈາກນີ້, ນັກທ່ອງທ່ຽວຍັງໄດ້ຮ້ອງຮຽນກ່ຽວກັບບັນຫາດ້ານໂຄງລ່າງພື້ນຖານ. ໃນວັນທີ 15 ມີນາຜ່ານມາ, ທ່ານ…

ບໍລິສັດຍີ່ປຸ່ນປະກາດຂຶ້ນຄ່າແຮງຄັ້ງໃຫຍ່ໃນຮອບ 20 ກວ່າປີ ຊ່ວຍພະນັກງານສູ້ໄພເງິນເຟີ້

ບໍລິສັດຍີ່ປຸ່ນປະກາດຂຶ້ນຄ່າແຮງຄັ້ງໃຫຍ່ໃນຮອບ 20 ກວ່າປີ ຊ່ວຍພະນັກງານສູ້ໄພເງິນເຟີ້

ບໍລິສັດຍັກໃຫຍ່ຂອງຍີ່ປຸ່ນເຫັນພ້ອມປັບຂຶ້ນຄ່າແຮງໃຫ້ພະນັກງານສູງສຸດໃນຮອບຫລາຍສິບປີ ລະຫວ່າງການເຈລະຈາກັບສະຫະພາບແຮງງານໃນວັນທີ 15 ມີນາ ຫລັງທ່ານ ຟູມິໂອະ ຄິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ຮຽກຮ້ອງໃຫ້ຜູ້ປະກອບການປັບຂຶ້ນຄ່າແຮງງານ ເພື່ອຊ່ວຍເຫລືອປະຊາຊົນໃຫ້ສາມາດຮັບມືຕໍ່ອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນໄດ້. ນັບແຕ່ປີ 1990 ອັດຕາຄ່າແຮງງານຂອງພະນັກງານກິນເງິນເດືອນໃນຍີ່ປຸ່ນເກືອບຈະບໍ່ຂຶ້ນເລີຍ ໂດຍຂໍ້ມູນຈາກອົງການເພື່ອການຮ່ວມມື ແລະ ການພັດທະນາທາງເສດຖະກິດ (OECD) ລະບຸວ່າ: ຄ່າແຮງງານສະເລ່ຍຂອງຍີ່ປຸ່ນປັບຂຶ້ນພຽງ 6,3%…

ອາກຊັງຕິນຜະເຊີນສະພາບເງິນເຟີ້ສູງເຖິງ 100% ຄັ້ງທໍາອິດໃນຮອບ 32 ປີ

ອັດຕາເງິນເຟີ້ໃນຮອບ 12 ເດືອນຫລ້າສຸດຂອງອາກຊັງຕິນ ສູງເປັນສະຖິຕິນັບແຕ່ປີ 1991 ດ້ວຍສະຖິຕິ 102,5%. ວັນທີ 15 ມີນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສໍານັກງານສະຖິຕິແຫ່ງຊາດຂອງອາກຊັງຕິນລາຍງານອັດຕາເງິນເຟີ້ໃນຮອບ 12 ເດືອນຫລ້າສຸດ ຈົນຮອດເດືອນກຸມພາຜ່ານມາ ມີ 102,5% ເປັນສະຖິຕິສູງທີ່ສຸດນັບແຕ່ປີ 1991 ໂດຍເປັນຜົນມາຈາກດັດຊະນີລາຄາຜູ້ບໍລິໂພກ…

ສປປ ລາວ ກຽມເປັນເຈົ້າພາບ 2 ກອງປະຊຸມ ໃຫຍ່ລະດັບສາກົນ ໃນຕົ້ນເດືອນ ເມສາ 2023

ສປປ ລາວ ກຽມເປັນເຈົ້າພາບ 2 ກອງປະຊຸມ ໃຫຍ່ລະດັບສາກົນ ໃນຕົ້ນເດືອນ ເມສາ 2023

ກອງປະຊຸມ ລາຍງານຄວາມຄືບໜ້າຮອບດ້ານໃນການກະກຽມເປັນເຈົ້າພາບ ຈັດກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນ (ຄມສ) ຄັ້ງທີ 4 ແລະ ກອງປະຊຸມວິຊາການລະດັບສາກົນ ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 2-5 ເມສາ 2023 ໄດ້ຈັດຂຶ້ນໃນວັນທີ 14 ມີນາ 2023 ໂດຍການເປັນປະທານຂອງ ທ່ານ…

ອີຣານຈັບກຸມຜູ້ຖືກສົງໄສ 100 ກວ່າຄົນ ຄາດວ່າກ່ຽວຂ້ອງວາງຢານັກຮຽນຍິງນັບພັນທົ່ວປະເທດ

ອີຣານຈັບກຸມຜູ້ຖືກສົງໄສ 100 ກວ່າຄົນ ຄາດວ່າກ່ຽວຂ້ອງວາງຢານັກຮຽນຍິງນັບພັນທົ່ວປະເທດ

ສໍານັກຂ່າວ IRNA ລາຍງານວ່າ: ທາງການອີຣານໄດ້ຈັບຜູ້ຕ້ອງສົງໄສ 100 ກວ່າຄົນ ທີ່ຄາດວ່າມີສ່ວນກ່ຽວຂ້ອງຕໍ່ເຫດການວາງຢາພິດນັກຮຽນຫລາຍພັນຄົນທົ່ວປະເທດ ນັບແຕ່ເດືອນພະຈິກ 2022  ຈົນຮອດປັດຈຸບັນ. ກະຊວງປ້ອງກັນປະເທດຂອງອີຣານເປີດເຜີຍວ່າ: ທາງການໄດ້ລະບຸຕົວ, ຈັບກຸມ ແລະ ສືບສວນຜູ້ຕ້ອງສົງໄສກຸ່ມດັ່ງກ່າວໃນຫລາຍເມືອງ ລວມທັງເມືອງຫລວງຄືນະຄອນຫລວງເຕຫະຣານ ໂດຍເບື້ອງຕົ້ນລະບຸວ່າຄົນເຫລົ່ານີ້ໄດ້ໃຊ້ສານພິດທີ່ບໍ່ໄດ້ເປັນອັນຕະລາຍສູງ, ແຕ່ມີກິ່ນຂິວ ເພື່ອພະຍາຍາມກໍ່ກວນໃຫ້ໂຮງຮຽນຕ່າງໆປິດ. ຂະນະທີ່ບາງຄົນໄດ້ອິດທິພົນຈາກບັນຍາກາດທີ່ເກີດຂຶ້ນໃນປະເທດຈົນໄປກໍ່ເຫດຄວາມວຸ້ນວາຍ….

ພາຍໃນ 1 ອາທິດ ທະນາຄານໃຫຍ່ 3 ແຫ່ງ ຂອງສະຫະລັດປິດຕົວລົງ ອາດຍ້ອນການຂຶ້ນອັດຕາດອກເບ້ຍຂອງທະນາຄານກາງ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນອາທິດຜ່ານມາ ທະນາຄານທຸລະກິດໃຫຍ່ ຂອງສະຫະລັດອາເມລິກາ ປິດຕົວລົງ ຕໍ່ເນື່ອງກັນພາຍໃນອາທິດດຽວ 3 ແຫ່ງ ຄື: ທະນາຄານ ຊິວເວີເກດ (Silvergate), ທະນາຄານ ເອັສວີບີ (SVB) ແລະ ຊິກເນເຈີແບັງ (SIGNATURE BANK). ເຫດການດັ່ງກ່າວໄດ້ກະທົບຕໍ່ຄວາມເຊື່ອໝັ້ນຂອງນັກລົງທຶນທົ່ວໂລກ…