UN ເຕືອນອິດສະລາແອນຢຸດການໂຈມຕີພາກພື້ນດິນໃນເມືອງຣາຟາ ຢ້ານນໍາໄປສູ່ການສັງຫານໝູ່

     ອົງການສະຫະປະຊາຊາດ (UN) ໄດ້ອອກມາເຕືອນໃນວັນທີ 13 ກຸມພາ ກ່ຽວກັບການທີ່ອິດສະລາແອນຈະບຸກໂຈມຕີພາກພື້ນດິນເມືອງຣາຟາຢູ່ເຂດກາຊາ ໂດຍລະບຸວ່າການຮຸກຮານດັ່ງກ່າວອາດຈະນໍາໄປສູ່ການສັງຫານໝູ່ຢູ່ເມືອງຣາຟາ ເຊິ່ງຢູ່ທາງຕອນໃຕ້ຂອງເຂດກາຊາ ເຊິ່ງມີປະຊາຊົນຫລາຍກວ່າ 1 ລ້ານຄົນອາໄສຢູ່.

     ອິດສະລາແອນລະບຸວ່າ: ຕ້ອງການຂັບໄລ່ກຸ່ມຕິດອາວຸດຮາມັດອອກຈາກບ່ອນລີ້ຊ້ອນຢູ່ເມືອງຣາຟາ ແລະ ປ່ອຍຕົວປະກັນຊາວອິດສະລາແອນທີ່ຖືກຄວບຄຸມຢູ່ບ່ອນນັ້ນ ລວມທັງກໍາລັງວາງແຜນອົບພະຍົບພົນລະເຮືອນຊາວປາແລັສຕິນທີ່ຕິດຢູ່ພາຍໃນ.

     ທ່ານ ມາຕິນ ກຣິບຟິດ ຫົວໜ້າໜ່ວຍຊ່ວຍເຫລືອຂອງ UN ກ່າວວ່າ: ປະຕິບັດການທາງທະຫານຢູ່ເມືອງຣາຟາອາດນໍາໄປສູ່ການສັງຫານໝູ່ຢູ່ເຂດກາຊາ ແລະ ອາດສົ່ງຜົນກະທົບຢ່າງຮຸນແຮງຕໍ່ຄວາມພະຍາຍາມດ້ານມະນຸດສະທໍາທີ່ເບາະບາງຢູ່ແລ້ວ ເນື່ອງຈາກການຮັບປະກັນຄວາມປອດໄພ, ອຸປະກອນຊ່ວຍເຫລືອ ແລະ ຄວາມສາມາດຂອງເຈົ້າໜ້າທີ່ບໍ່ພຽງພໍທີ່ຈະຮອງຮັບປະຕິບັດການດັ່ງກ່າວ ເຊິ່ງທາງປະຊາຄົມສາກົນໄດ້ເຕືອນຢູ່ເລື້ອຍໆເຖິງຜົນກະທົບຮ້າຍແຮງຈາກການຮຸກຮານພາກພື້ນດິນຢູ່ເມືອງຣາຟາ ໂດຍລັດຖະບານອິດສະລາແອນບໍ່ສາມາດເມີນເສີຍຕໍ່ຄໍາເຕືອນເຫລົ່ານີ້ອີກຕໍ່ໄປແລ້ວ.

     ສໍານັກຂ່າວຣອຍເຕີລາຍງານວ່າ: ການເຈລະຈາລະຫວ່າງອາເມລິກາ, ອີຢິບ, ອິດສະລາແອນ ແລະ ກາຕາ ກ່ຽວກັບການຢຸດຍິງຢູ່ເຂດກາຊາສິ້ນສຸດໃນວັນທີ 13 ກຸມພາ ໂດຍບໍ່ມີຄວາມຄືບໜ້າ, ແຕ່ມີການຮຽກຮ້ອງໃຫ້ອິດສະລາແອນພິຈາລະນາຢຸດການໂຈມຕີເມືອງຣາຟາໄວ້ກ່ອນ.

    ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການ UN ກ່າວວ່າ: ຂ້າພະເຈົ້າມີຄວາມປາດຖະໜາຢ່າງແຮງກ້າໃຫ້ການເຈລະຈາຄັ້ງນີ້ປະສົບຜົນສໍາເລັດ ໂດຍມີເປົ້າໝາຍເພື່ອປ່ອຍຕົວປະກັນ ແລະ ບັນລຸຂໍ້ຕົກລົງຢຸດຍິງ ເພື່ອບໍ່ໃຫ້ເກີດການໂຈມຕີເຕັມຮູບແບບຢູ່ເມືອງຣາຟາ ເພາະຈະສົ່ງຜົນກະທົບຮ້າຍແຮງຕາມມາ.