ອົດສະຕຣາລີວາງແຜນຊື້ລູກສອນໄຟ 220 ລູກຈາກອາເມລິກາ ເພີ່ມປະສິດທິພາບຄວາມໝັ້ນຄົງນອກຊາຍຝັ່ງ

ກະຊວງການຕ່າງປະເທດອາເມລິກາ ອະນຸມັດການຂາຍລູກສອນໄຟ (Cruise Missile) ຈໍານວນ 220 ລູກໃຫ້ອົດສະຕຣາລີ ພາຍໃຕ້ຂໍ້ຕົກລົງມູນຄ່າ 895 ລ້ານໂດລາ.

ຂໍ້ສະເໜີຂາຍດັ່ງກ່າວ ເຊິ່ງຈໍາເປັນຕ້ອງຜ່ານການລົງນາມອະນຸມັດຈາກສະພາຄອງເກຣດ ຍັງລວມທັງລູກສອນໄຟໂທມາຮອກ (Tomahawk Missile) ເຊິ່ງເປັນລູກສອນໄຟໄລຍະໄກ, ຄວາມໄວຕໍ່າກວ່າສຽງ ຕະຫລອດຈົນການສະໜັບສະໜູນທາງເຕັກນິກ.

ໂດຍລູກສອນໄຟທີ່ອົດສະຕຣາລີສັ່ງຊື້ນີ້ຈະໃຊ້ໃນເຮືອດໍານໍ້າຊັ້ນເວີຈິເນຍ ທີ່ອົດສະຕຣາລີຈະໄດ້ຮັບຈາກອາເມລິກາ ພາຍໃຕ້ສົນທິສັນຍາຄວາມໝັ້ນຄົງ AUKUS ເຊິ່ງເປັນສົນທິສັນຍາໄຕພາຄີລະຫວ່າງອົດສະຕຣາລີ, ອາເມລິກາ ແລະ ອັງກິດ.

ທ່ານ ຣິຊາດ ມາເລສ ລັດຖະມົນຕີປ້ອງກັນປະເທດອົດສະຕຣາລີ ໝັ້ນໃຈວ່າ: ການສັ່ງຊື້ລູກສອນໄຟດັ່ງກ່າວຈະເປັນການເພີ່ມປະສິດທິພາບທາງທະຫານທີ່ສໍາຄັນໃຫ້ອົດສະຕຣາລີ ແລະ ຈະຊ່ວຍໃນການຮັກສາຄວາມໝັ້ນຄົງນອກຊາຍຝັ່ງໄດ້ເພີ່ມຂຶ້ນ.

ເຖິງຢ່າງໃດກໍຕາມ, ການເຄື່ອນໄຫວໃນການເຮັດຂໍ້ຕົກລົງຊື້ຂາຍລູກສອນໄຟລະຫວ່າງອົດສະຕຣາລີ ແລະ ອາເມລິກາ ມີຂຶ້ນຫລັງການເປີດຕົວສົນທິສັນຍາ AUKUS ໃນວັນທີ 13 ມີນາຜ່ານມາ ເຊິ່ງເປັນແຜນສ້າງກອງເຮືອດໍານໍ້າພະລັງງານນິວເຄຼຍທີ່ອາເມລິກາ, ອັງກິດ ແລະ ອົດສະຕຣາລີ ເຫັນພ້ອມຮ່ວມກັນ.

ອ້າງອີງ:

https://www.bbc.com/news/world-australia-64984948