ຄອນເຕ ຕໍ່ສັນຍາສະບັບໃໝ່ຮຽບຮ້ອຍແລ້ວ

ສະໂມສອນ ເຊລຊີ ປະກາດ ວ່າ ຄອນເຕ ເຊັນຂະຫຍາຍສັນຍາ ໃໝ່ເພີ່ມອອກໄປ 2 ປີ ເປັນທີ່ຮຽບ ຮ້ອຍແລ້ວ ເຮັດໃຫ້ລາວຈະຢູ່ເຮັດ ໜ້າທີ່ຜູ້ຈັດການທີມໃຫ້ທີມແຊ໊ມ ພຣີເມຍລີກ ລະດູການ 2016-17 ອີກ 4 ປີ.
ຫຼັງຕໍ່ສັນຍາກັບທາງ ເຊລຊີ ຄອນເຕ ເປີດໃຈວ່າ: “ຂ້ອຍມີ ຄວາມສຸກຫຼາຍທີ່ໄດ້ເຊັນສັນຍາ ສະບັບໃໝ່ກັບ ເຊລຊີ ເຮົາເຮັດ ວຽກກັນໜັກແທ້ໆໃນປີທຳອິດ ຂອງເຮົາ ເພື່ອໃຫ້ໄດ້ບາງສິ່ງທີ່ ໜ້າປະທັບໃຈ ເຊິ່ງເປັນເລື່ອງທີ່ ຂ້ອຍພູມໃຈຫຼາຍ ຕອນນີ້ເຮົາຕ້ອງ ເຮັດວຽກໃຫ້ໜັກກວ່າເກົ່າ ເພື່ອຢູ່ ໃນຈຸດສູງສຸດຕໍ່ໄປ ກອງເຊຍ ເຊລຊີ ໃຫ້ການສະໜັບສະໜູນ ຂ້ອຍຫຼາຍ ຕັ້ງແຕ່ທີ່ຂ້ອຍມາຢູ່ ບ່ອນນີ້ເມື່ອໜຶ່ງປີຜ່ານມາ ແລະ ເປັນເລື່ອງສຳຄັນທີ່ເຮົາຈະປະສົບຄວາມເລັດດ້ວຍກັນຕໍ່ໄປ”.
ດ້ານຜູ້ອຳນວຍການສະໂມສອນ ມາຣິນາ ກຣານອຟສະກາ ຍາ ໄດ້ກ່າວວ່າ: “ອັນໂຕນິໂອ ຄອນເຕ ປະສົບຄວາມສຳເລັດອັນ ເຫຼືອເຊື່ອໃນລະດູການຜ່ານມາ ປັບໂຕເຂົ້າກັບບານເຕະ ອັງກິດ ໄດ້ໄວຫຼາຍ ແລະ ນຳເຮົາໄປສູ່ ແຊ໊ມ ອັງກິດ ສັນຍາສະບັບໃໝ່ນີ້ ສະທ້ອນໃຫ້ເຫັນເຖິງຄວາມເຊື່ອ ຂອງເຮົາວ່າລາວສາມາດສ້າງ ຜົນງານຕໍ່ໄປໄດ້ທັງໃນລະດັບປະ ເທດ ແລະ ການທີ່ເຮົາກັບສູ່ເວທີ ເອີຣົບໃນແຊ໊ມປຽນລີກ”.

