WHO ຈະຍົກເລີກສະຖານະການສຸກເສີນ ໂຄວິດ-19 ໃນປີນີ້ ເນື່ອງຈາກທົ່ວໂລກສາມາດປັບຕົວໃຊ້ຊີວິດຢູ່ຮ່ວມກັບເຊື້ອພະຍາດດັ່ງກ່າວໄດ້ຢ່າງຖາວອນ

ສຳນັກຂ່າວຕ່າງປະເທດລາຍງານ: ທ່ານ ເທໂດຣສ ອາຮານອມ ເກເບຣເຢຊຸສ (Tedros Adhanom Ghebreyesus),ຜູ້ອຳນວຍການ ອົງການ ອະນາໄມໂລກ ປະກາດຈະຍົກເລີກ ສະຖານະການ ສຸກເສີນຂອງພະຍາດ ໂຄວິດ-19 ພາຍໃນປີນີ້ ຫລັງຈາກເດັກ ແລະ ໄວໝຸ່ມ ທີ່ມີສຸຂະພາບແຂງແຮງ ອາດບໍ່ຈຳເປັນຕ້ອງສັກວັກຊິນປ້ອງກັນ ໂຄວິດ-19 ອີກຕໍ່ໄປ ເນື່ອງຈາກທົ່ວໂລກ ໄດ້ປັບຕົວໃຫ້ສາມາດໃຊ້ຊີວິດຢູ່ຮ່ວມກັບເຊື້ອພະຍາດດັ່ງກ່າວ ໄດ້ຢ່າງຖາວອນ. ແຕ່ປະຊາກອນ ຜູ້ສູງອາຍຸ ແລະ ຜູ້ມີຄວາມສ່ຽງສູງ ລວມທັງ ຜູ້ມີພະຍາດປະຈຳຕົວ ຄວນໄດ້ຮັບ ວັກຊິນເຂັມກະຕຸ້ນ ໂຄວິດ-19 ພາຍໃນ 6-12 ເດືອນ ຫລັງສັກວັກຊິນ ເຂັມຫລ້າສຸດ.

