ມຽນມາ ຢຶດຢາກະຕຸ້ນປະສາດ ຫລາຍກວ່າ 3 ລ້ານເມັດ ແລະ ຈັບຜູ້ຕ້ອງສົງໄສ 2 ຄົນ

ສຳນັກຂ່າວຊິນຮວາລາຍງານວ່າ: ວັນທີ 4 ເມສາ 2023 ຜ່ານມາ, ຄະນະກຳມະການກາງຄວບຄຸມຢາເສບຕິດຂອງ ມຽນມາ ລາຍງານກ່ຽວກັບ ການຢຶດຢາກະຕຸ້ນປະສາດ ໃນນະຄອນຢ້າງກຸ້ງ ເມືອງການຄ້າ ຂອງມຽນມາ ຈຳນວນ 3,2 ລ້ານເມັດ, ເປັນມູນຄ່າ ສູູງກວ່າ 1,5 ລ້ານໂດລາສະຫະລັດ. ໂດຍ ເຈົ້າໜ້າທີ່ ຕຳຫລວດ ມຽນມາ ໄດ້ກວດຄົ້ນລົດໃຫຍ່ຄັນໜຶ່ງ ໃນບໍລິເວນໃກ້ໂຮງແຮມແຫ່ງໜຶ່ງ ໃນເມືອງຫລ່າຍ ຂອງພາກພື້ນ ຢ້າງກຸ້ງ ຕາມຂໍ້ມູນທີ່ໄດ້ຮັບແຈ້ງ ແລະ ໄດ້ຢຶດຢາກະຕຸ້ນປະສາດ 1 ແສນເມັດ ແລະ ຈັບຜູ້ຕ້ອງສົງໄສ 2 ຄົນ. ປັດຈຸບັນ, ເຈົ້າໜ້າທີ່ຕຳຫລວດ ພວມເລັ່ງສືບສວນສອບສວນ ໃນຄະດີດັ່ງກ່າວ.

