ຂ່າວສະເທືອນຂວັນໃນໄທ ! ຄາຕະກອນຕໍ່ເນື່ອງ ວາງຢາລູກຫວຍ ແລະ ລູກໜີ້ ເສຍຊີວິດແລ້ວ 13 ຄົນ

ເຫດການ ນາງສາວຄາຕະກອນຕໍ່ເນື່ອງ 10 ກວ່າສົບ ທີ່ກາຍເປັນກະຂ່າວໂດ່ງດັງໃນສັງຄົມໄທຢູ່ຕອນນີ້ ເຫດການດັ່ງກ່າວເລີ່ມເກີດຕັ້ງແຕ່ວັນທີ 14 ເມສາ 2023 ຜ່ານມາ, ພະນັກງານສອບສວນສະຖານີ ບ້ານໂປ່ງ ຈັງຫວັດຣາດຊະບູລີ ໄດ້ຮັບແຈ້ງເຫດຜູ້ເສຍຊີວິດ ຊື່ນາງ ສິລິພອນ ຂັນວົງ ຫລື ກ້ອຍ ອາຍຸ 32 ປີ  ເຊິ່ງຜູ້ເສຍຊີວິດຄົນດັ່ງກ່າວບໍ່ພົບບາດແຜ ແລະ ບໍ່ມີຮ່ອງຮອຍການຕໍ່ສູ້.

ເຈົ້າໜ້າທີ່ຈຶ່ງ ໄດ້ລົງພື້ນທີ່ສືບສວນ, ກວດສອບກ້ອງວົງຈອນປິດບໍລິເວນເກີດເຫດ ໂດຍພົບວ່າພົບຜູ້ເສຍຊີວິດເດີນທາງມາປ່ອຍປາກັບ ນາງ ສະລາຣັດ ຫລື ແອັມ ໃນຂະນະທີ່ປ່ອຍປາ ນາງ ກ້ອຍ ໄດ້ໝົດສະຕິແລ້ວລົ້ມລົງ ແລະ ເສຍຊີວິດໃນເວລາຕໍ່ມາ ເຈົ້າໜ້າທີ່ພົບວ່າມີເຫດການລັກສະນະນີ້ເກີດຂຶ້ນອີກຫລາຍກໍລະນີ ຈຶ່ງໄດ້ສືບສວນຂະຫຍາຍຜົນຕໍ່ໄປ.

ຈົນມາເຖິງວັນທີ 25 ເມສາ 2023 ເຈົ້າໜ້າທີ່ຕຳຫລວດນຳກຳລັງຈັບກຸມ ນາງ ສະລາຣັດ ຫລື ແອມ ໃນຂໍ້ຫາຂ້າຜູ້ອື່ນໂດຍໄຕ່ຕອງໄວ້ກ່ອນ ພ້ອມຂອງກາງ ກ່ອງສານເຄມີທີ່ມີຊື່ວ່າ “ໄຊຍາໄນ” ຈຳນວນໜຶ່ງ, ຄາດວ່າການຕາຍດັ່ງກ່າວຜູ້ກ່ຽວໄດ້ນຳສານໄຊຍາໄນເຊິ່ງເປັນສານເຄມີອັນຕະລາຍປະສົມໃສ່ກັບອາຫານໃຫ້ຜູ້ຕາຍ ເພື່ອຫວັງຊີງຊັບສິນມີຄ່າຂອງຜູ້ຕາຍ.

ຫລ້າສຸດ ວັນທີ 27 ເມສາ 2023 ພົນຕຳຫລວດເອກ ສຸລະເຊດ ຫັກພານ ຮອງຜູ້ບັນຊາການຕຳຫລວດແຫ່ງຊາດຂອງໄທ ໄດ້ມີການເຜີຍຄວາມຄືບໜ້າຂອງຄະດີ ໂດຍພົບເຫຍື່ອຄາຕະກອນຄົນດັ່ງກ່າວແລ້ວ 14 ຄົນ ເສຍຊີວິດ 13 ຄົນ ລອດຊີວິດ 1 ຄົນ,  ສາເຫດໃນການກໍ່ເຫດຄາຕະກຳຢ່າງຕໍ່ເນື່ອງຂອງຜູ້ກ່ຽວ ຄາດວ່າເປັນໄປເພື່ອຊຳລະໜີ້ ເຊິ່ງສ່ວນຫລາຍແມ່ນ ກຸ່ມຄົນໃກ້ຕົວ ແລະ ຄົນທີ່ມີການພົວພັນກັບການເປຍຫວຍ ເຊື່ອວ່າຍັງມີຜູ້ຕົກເປັນເຫຍື່ອ ຫລື ກ່ຽວຂ້ອງອີກຈຳນວນຫລາຍ ເຊິ່ງມີການສົ່ງຕົວຢ່າງທີ່ກ່ຽວຂ້ອງກັບຄະດີ 19 ຕົວຢ່າງ.

ລັກສະນະການກໍ່ເຫດຂອງນາງແອັມ ພົບວ່າ: ກຸ່ມ ຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບສາຫັດ ຈະຢູ່ກັບແອັມເປັນຄົນສຸດທ້າຍ ແລະ ມີການກິນຢາ, ດື່ມເຄື່ອງດື່ມ ໄປກິນເຂົ້າ, ໄປເຮັດບຸນ ກັບແອັມທຸກຄົນ ແລະ ທຸກຄົນລ້ວນແຕ່ກ່ຽວຂ້ອງກັບເລື່ອງເງິນ ທັງເປັນຄົນທີ່ໃຫ້ ແອັມ ຢືມເງິນ, ກູ້ເງິນ ແລະ ວົງການເປຍຫວຍ ພໍຮອດເວລາຄົບກຳນົດໄຊ້ຄືນ ແອັມໄດ້ຜ່ອນຜັນໄປເລື້ອຍໆ ຈົນນຳໄປສູ່ການລົງມືຂ້າລ້າງໜີ້ ແລະ ເປັນລັກສະນະນີ້ເກືອບທຸກຄົນ.

ຄະດີດັ່ງກ່າວນີ້ຍັງບໍ່ທັນຈົບ ເຊິ່ງເຈົ້າໜ້າທີ່ຫລາຍພາກສ່ວນຂອງໄທໄດ້ຮ່ວມມືກັນທຳການສືບສວນສອບສວນ ເພື່ອນຳຫລັກຖານຮັດກຸມ ແລະ ດຳເນີນຕາມມາດຕະການລົງໂທດຜູ້ກ່ຽວຕາມຂັ້ນຕອນຂອງກົດໝາຍໄທ.

ຂ່າວນີ້ ຫລາຍຄົນອາດມອງວ່າບໍ່ກ່ຽວກັບລາວເຮົາ ຫລື ອາດບໍ່ມີຄວາມຈຳເປັນທີ່ຈະຕ້ອງຮັບຮູ້ ແຕ່ທ່ານອາດຄິດຜິດ ເພາະທ່ານຮູ້ຫລືບໍ່ວ່າ ນີ້ຄືບົດຮຽນທີ່ຍິ່ງໃຫຍ່ ແລະ ອຸທາຫອນ ໃຫ້ກັບເຮົາ ໂດຍບໍ່ຈຳເປັນຕ້ອງເຖິງເວລາເກີດເຫດກັບເຮົາ ເພາະວ່າຄາຕະກອນເປັນສິ່ງທີ່ເຮົາບໍ່ອາດຄາດເດົາໄດ້ ມັນອາດແຝງມາກັບຜົນປະໂຫຍດບາງຢ່າງ, ສ້າງຄວາມເສຍຫາຍໂດຍບໍ່ຮູ້ຕົວ ເຊິ່ງກໍລະນີຢູ່ລາວເຮົາອາດຈະຍັງບໍ່ພົບການຂ້າຊີວິດກັນ ແຕ່ມັກມີກໍລະນີສໍ້ໂກງ, ຫລອກລວງ ໃນວົງການຫວຍ, ການກູ້ຢືມເງິນກັນ ແລະ ການພະນັນອື່ນໆ, ເຊິ່ງຄະດີທີໂດ່ງດັງໃນລາວໃນປີ 2022 ຜ່ານມາ ກໍຄືແມ່ຫວຍໂກງລູກຫວຍ ແລະ ໂກງເງິນຝາກ ເຮັດໃຫ້ຄົນຈຳນວນຫລາຍໃນສັງຄົມສູນເສຍຊັບລວມເປັນມູນຄ່າຫລາຍຕື້ກີບຈົນເປັນຄະດີຄວາມເຖິງຂັ້ນຕິດຄຸກຕິດຕະລາງ. ສະນັ້ນ, ພວກເຮົາຕ້ອງມີສະຕິລະມັດລະວັງຕົນໃນການທີ່ຈະເຂົ້າຮ່ວມການລົງທຶນໃດໜຶ່ງຕ້ອງສຶກສາຂໍ້ມູນໃຫ້ລະອຽດຖີ່ຖ້ວນເສຍກ່ອນ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີ ຫລື ເອີ້ນກັນຕິດປາກວ່າກຸ່ມມິດສາຊີບນັ້ນເອງ.