ອຸທາຫອນ! ໄປເສີມດັງນຳຄລີນິກເຖື່ອນ ແລ້ວເສຍຊີວິດຄາທີ່ໃນຂະນະດົມຢາສະຫລົບ
ສຳນັກຂ່າວ thairath ລາຍງານວ່າ: ວັນທີ 15 ມິຖຸນາ 2023 ຜ່ານມາ ເກີດເຫດ ນາງ ສິຣິນຍາ ຫລື ນິວ ອາຍຸ 25 ປີ ໄປສັນຍະກຳແກ້ດັງທີ່ຄລີນິກເສີມຄວາມງາມ ອຳເພີ ທັນບູລີ…
ສຳນັກຂ່າວ thairath ລາຍງານວ່າ: ວັນທີ 15 ມິຖຸນາ 2023 ຜ່ານມາ ເກີດເຫດ ນາງ ສິຣິນຍາ ຫລື ນິວ ອາຍຸ 25 ປີ ໄປສັນຍະກຳແກ້ດັງທີ່ຄລີນິກເສີມຄວາມງາມ ອຳເພີ ທັນບູລີ…
ການສູ້ຮົບຢູ່ຊູດັງຍືດເຍື້ອມາກວ່າ 2 ເດືອນ ແລະ ຍັງຫ່າງໄກຈາກທ່າອ່ຽງຫລຸດຜ່ອນ. ຂະນະທີ່ຈໍານວນຜູ້ເສຍຊີວິດເພີ່ມເປັນເກີນກວ່າ 2.000 ຄົນແລ້ວ. ວັນທີ 16 ມິຖຸນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ການສູ້ຮົບຢູ່ຊູດັງ ເຊິ່ງເລີ່ມຂຶ້ນໃນວັນທີ 15 ເມສາຜ່ານມາ ເປັນຜົນຈາກຄວາມຂັດແຍ່ງເລື່ອງອໍານາດຈົນເຖິງຂັ້ນແຕກຫັກ ລະຫວ່າງ ພົນເອກ ອັບເດລ…
ນາຍົກລັດຖະມົນຕີ ຟູມິໂອະ ຄິຊິດະ ຢືນຢັນບໍ່ມີແຜນຍຸບສະພາຜູ້ແທນລາຊະດອນ, ຂະນະທີ່ຝ່າຍຄ້ານກຽມຍື່ນຍັດຕິຂໍເປີດອະພິປາຍທົ່ວໄປ ແລະ ລົງມະຕິບໍ່ໄວ້ວາງໃຈ. ວັນທີ 16 ມິຖຸນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ນາຍົກລັດຖະມົນຕີ ຟູມິໂອະ ຄິຊິດະ ຜູ້ນໍາຍີ່ປຸ່ນ ກ່າວວ່າ: ທ່ານບໍ່ມີແຜນປະກາດຍຸບສະພາຜູ້ແທນລາຊະດອນ ເພື່ອຈັດການເລືອກຕັ້ງທົ່ວໄປກ່ອນກໍານົດ ຫລັງຄົບສະໄໝກອງປະຊຸມປັດຈຸບັນໃນວັນທີ 21…
ໜ່ວຍງານເຝົ້າຕິດຕາມສະພາບອາກາດ ເປີດເຜີຍໃນວັນທີ 15 ມິຖຸນາວ່າ: ອຸນຫະພູມສະເລ່ຍຂອງໂລກໃນຕົ້ນເດືອນມິຖຸນານີ້ຮ້ອນຫລາຍທີ່ສຸດເທົ່າທີ່ເຄີຍບັນທຶກມາໃນໄລຍະເວລາດຽວກັນ ເຮັດໃຫ້ເກີດຄວາມກັງວົນວ່າ: ປີນີ້ອາດເປັນປີຮ້ອນທີ່ສຸດເທົ່າທີ່ມະນຸດເຄີຍພົບມາ. ການເຄື່ອນໄຫວດັ່ງກ່າວມີຂຶ້ນຫລັງຈາກປາກົດການເອລນີໂຢໄດ້ກ້າວເຂົ້າມາສູ່ໂລກຂອງເຮົາຢ່າງເປັນທາງການ ເຊິ່ງອາດເຮັດໃຫ້ເກີດສະພາບອາກາດສຸດຂົ້ວ ລວມທັງອາດເຮັດໃຫ້ອຸນຫະພູມສູງທໍາລາຍສະຖິຕິເກົ່າ. ຂໍ້ມູນຈາກ C3S ລະບຸວ່າ: ອຸນຫະພູມອາກາດພື້ນຜິວໃນຕົ້ນເດືອນມິຖຸນາ 2023 ສູງສຸດເມື່ອທຽບໃສ່ອຸນຫະພູມໃນໄລຍະເວລາດຽວກັນຂອງປີຜ່ານໆມາ ຕາມບັນທຶກຂໍ້ມູນຂອງອົງການ ຫລື ນັບແຕ່ປີ 1950….
ສະພາຜູ້ແທນລາຊະດອນຍີ່ປຸ່ນຜ່ານຮ່າງກົດໝາຍສະບັບໃໝ່ໃນວັນທີ 16 ມິຖຸນາ ໂດຍເພີ່ມອາຍຸການຍິນຍອມ (Age of Consent) ຫລື ອາຍຸຍອມໃຫ້ຮ່ວມປະເວນີໄດ້ ຈາກ 13 ປີ ເປັນ 16 ປີ ໂດຍຖືເປັນການປະຕິຮູບກົດໝາຍອາດຊະຍາກໍາທາງເພດຄັ້ງສໍາຄັນຂອງປະເທດ. ອາຍຸການຍິນຍອມຄືກົດໝາຍທີ່ກໍານົດໃຫ້ການມີເພດສໍາພັນກັບຄົນທີ່ອາຍຸຕໍ່າກວ່າອາຍຸການຍິນຍອມ ຈະຖືວ່າເປັນການຂົ່ມຂືນທຸກກໍລະນີ ບໍ່ວ່າເຫຍື່ອຈະຍິນຍອມ ຫລື…
ສຳນັກຂ່າວຕ່າງປະເທດລາຍງານ ວັນທີ 15 ມິຖຸນາ 2023 ຜ່ານມາວ່າ: ລັດຖະບານເປຣູເປີດເຜີຍຂໍ້ມູນ ການລະບາດຂອງເຊື້ອພະຍາດໄຂ້ເລືອດອອກທີ່ກຳລັງເກີດຂຶ້ນ ໃນພາກເໜືອ ເຖິງພາກກາງຂອງປະເທດ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 223 ຄົນ ມີຜູ້ຕິດເຊື້ອແລ້ວ 137,539 ຄົນ ໃນນີ້ຈຳນວນ 700 ຄົນໄດ້ເຂົ້າປິ່ນປົວຢູ່ໃນໂຮງໝໍ. ຈຸດສູນກາງການລະບາດ…
ຄະນະກໍາມະການການສຶກສານະຄອນຫລວງໂຕກຽວຂອງຍີ່ປຸ່ນອອກປະກາດຂໍໃຫ້ເຈົ້າໜ້າທີ່ໂຮງຮຽນພາຍໃນເມືອງ ເຕືອນນັກຮຽນບໍ່ໃຫ້ອາໄສ AI ໃນການເຮັດວຽກບ້ານໃນຊ່ວງປິດພາກຮຽນລະດູຮ້ອນ. ປະກາດດັ່ງກ່າວອອກໃນວັນທີ 13 ມິຖຸນາ ໂດຍໂຮງຮຽນທີ່ໄດ້ຮັບແຈ້ງ ຄືໂຮງຮຽນພາຍໃຕ້ການເບິ່ງແຍງຂອງທາງການທ້ອງຖິ່ນ. ນອກຈາກນີ້, ຍັງມີການແຈ້ງເຖິງເຈົ້າໜ້າທີ່ໂຮງຮຽນຕ່າງໆ ວ່າບໍ່ຄວນອະນຸຍາດໃຫ້ນັກຮຽນກ່າຍ ຫລື ສົ່ງຄໍາຕອບທີ່ສ້າງຂຶ້ນໂດຍ AI ແລະ ເນັ້ນເຖິງຄວາມຈໍາເປັນຂອງການສຶກສາ ເພື່ອສັ່ງສອນຄວາມສາມາດຂອງນັກຮຽນໃນການຄິດດ້ວຍຕົນເອງ. ອີກທັງຍັງຂໍໃຫ້ເຈົ້າໜ້າທີ່ໂຮງຮຽນສະໜັບສະໜູນໃຫ້ນັກຮຽນຂຽນລາຍງານຕາມສິ່ງທີ່ພວກເຂົາໄດ້ຮັບການສອນໃນຫ້ອງຮຽນ. ໂດຍປະກາດຍັງລະບຸເຖິງຕົວຢ່າງວຽກບ້ານທີ່ນັກຮຽນອາດອາໄສ…
ທ່ານ ເຣເຈບ ໄຕຍິບ ແອຣໂດອັນ ປະທານາທິບໍດີຕວກກີຢືນຢັນວ່າ: ທາງການຕວກກີຈະຍັງບໍ່ຮັບຮອງການສະໝັກເຂົ້າເປັນສະມາຊິກໃໝ່ NATO ຂອງສະວີເດັນ ເຖິງວ່າຈະຖືກກົດດັນຈາກປະເທດສະມາຊິກ ຄືອາເມລິກາ ລວມທັງທ່ານ ເຍນ ສໂຕລເຕນເບິກ ເລຂາທິການ NATO ກໍຕາມ. ຜູ້ນໍາຕວກກີຊີ້ແຈງວ່າ: ທາງການສະວີເດັນຍັງບໍ່ປະຕິບັດຕາມຄໍາຮ້ອງຂໍດ້ານຄວາມໝັ້ນຄົງຕາມທາງການຕວກກີຕ້ອງການ ໂດຍສະເພາະບັນຫາກ່ຽວຂ້ອງກັບກຸ່ມຊາວເຄີດພາຍໃນປະເທດ ເຊິ່ງທາງການຕວກກີເຊື່ອວ່າມີການພົວພັນຕໍ່ເຫດການຄວາມບໍ່ສະຫງົບພາຍໃນຕວກກີມາຢ່າງຍາວນານ….
ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 14 ມິຖຸນາ 2023 ຜ່ານມາ, ປະຊາຊົນຫລາຍກວ່າ 100,000 ຄົນໃນປະເທດອິນເດຍ ແລະ ປາກິດສະຖານ ຖືກອົບພະຍົບອອກຈາກເສັ້ນທາງພາຍຸໄຊໂຄນ ບີປໍຈອຍ ເຊິ່ງເປັນພາຍຸໝູນຮຸນແຮງທີ່ຄາດວ່າຈະເຄື່ອນຂຶ້ນຝັ່ງອິນເດຍ ແລະ ອາດຈະສ້າງຄວາມເສຍຫາຍຢ່າງໜັກຕໍ່ອາຄານບ້ານເຮືອນ. ກົມອຸຕຸນິຍົມວິທະຍາຂອງອິນເດຍລະບຸວ່າ: ພາຍຸ ບີປໍຈອຍ ມີຄວາມໄວລົມ…
ວັນທີ 15 ມິຖຸນາ, ທ່ານ ແອນໂທນີ ອັລບາເນຊີ ນາຍົກລັດຖະມົນຕີອົດສະຕຣາລີ ເປີດເຜີຍວ່າ: ລັດຖະບານອົດສະຕຣາລີຈະສະເໜີກົດໝາຍສະບັບໃໝ່ເຂົ້າສູ່ລັດຖະສະພາ ເພື່ອຍົກເລີກສັນຍາເຊົ່າທີ່ດິນຂອງຣັດເຊຍ ທີ່ຢູ່ໃກ້ອາຄານລັດຖະສະພາໃນນະຄອນຫລວງແຄນເບີຣາ ເຊິ່ງຣັດເຊຍວາງແຜນກໍ່ສ້າງເປັນອາຄານສະຖານເອກອັກຄະລັດຖະທູດແຫ່ງໃໝ່ ໂດຍລະບຸເຫດຜົນວ່າເປັນໄພຄຸກຄາມຄວາມໝັ້ນຄົງຂອງປະເທດ. ປັດຈຸບັນຣັດເຊຍຖືຄອງສັນຍາເຊົ່າທີ່ດິນດັ່ງກ່າວ ຫລັງເຮັດຂໍ້ຕົກລົງກັບ National Capital Authority ເຊິ່ງເປັນໜ່ວຍງານຂອງລັດຖະບານກາງ ມາແຕ່ປີ…