ອາເມລິກາກຽມກັບເຂົ້າເປັນສະມາຊິກ UNESCO ໃນເດືອນ ກໍລະກົດ 2023 ນີ້

ລັດຖະບານອາເມລິກາພາຍໃຕ້ການນໍາຂອງປະທານາທິບໍດີ ໂຈ ໄບເດນ ເປີດເຜີຍວ່າ: ປັດຈຸບັນ ທາງການອາເມລິກາກໍາລັງກຽມສະໝັກກັບເຂົ້າເປັນສະມາຊິກອົງການ UNESCO ອີກ ໃນເດືອນ ກໍລະກົດ 2023ຫລັງຈາກເຄີຍຖອນຕົວໄປໃນສະໄໝອະດີດປະທານາທິບໍດີ ໂດນັລ ທຣໍາ ປະມານ 5 ປີກ່ອນ.

ທ່ານ ຣິຊາດ ເວີມາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເປີດເຜີຍເຖິງແຜນທີ່ອາເມລິກາຈະສະໝັກກັບເຂົ້າໄປເປັນສະມາຊິກ UNESCO ອີກ. ພ້ອມທັງເປີດເຜີຍວ່າ: ການດໍາເນີນງານໃດໆຈະຕ້ອງໄດ້ຮັບຄວາມເຫັນພ້ອມຈາກສະມາຊິກປັດຈຸບັນຂອງ UNESCO ແລະ ທາງການອາເມລິກາ.

ໂດຍອາເມລິກາມີປະຫວັດເຄີຍຖອນຕົວອອກຈາກການເປັນສະມາຊິກ UNESCO ມາແລ້ວ 2 ຄັ້ງ ໃນສະໄໝອະດີດປະທານາທິບໍດີ ໂດນັລ ເຣແກນ ປີ 1984 ກ່ອນຈະສະໝັກກັບເຂົ້າໄປເປັນສະມາຊິກອີກໃນສະໄໝອະດີດປະທານາທິບໍດີ ຈອດ ດັບເບິລຢູ ບຸສ ໃນປີ 2003 ແລະ ຕັດສິນໃຈຖອນຕົວອີກໃນສະໄໝອະດີດປະທານາທິບໍດີ ທຣໍາ ໃນປີ 2017.

ປັດຈຸບັນ UNESCO ມີປະເທດສະມາຊິກ 193 ປະເທດ ແລະ ສະມາຊິກສົມທົບອີກ 12 ປະເທດ ໂດຍມີທ່ານ ອໍເດຣ ອາຊູເລ ອະດີດລັດຖະມົນຕີກະຊວງວັດທະນະທໍາຂອງຝຣັ່ງ ດໍາລົງຕໍາແໜ່ງຜູ້ອໍານວຍການໃຫຍ່ອົງການ UnESCO ຄົນປັດຈຸບັນ.

ອ້າງອີງ:

https://www.jpost.com/…/israel-us-slated-to-leave…

https://apnews.com/…/us-unesco-un…

https://www.unesco.org/en/countries