ໂອເປັກພລັສ ເຫັນພ້ອມ ຂະຫຍາຍເວລາຫລຸດອຸປະທານນໍ້າມັນເພີ່ມອີກ 3 ເດືອນ

       ສະມາຊິກ 8 ປະເທດ ຂອງກຸ່ມປະເທດນອກອົງການກຸ່ມປະເທດຜູ້ສົ່ງນໍ້າມັນອອກ (ໂອເປັກ) ຈໍານວນ 10 ປະເທດ ກັບສະມາຊິກໂອເປັກດັ້ງເດີມ 12 ປະເທດ ເຊິ່ງເອີ້ນລວມກັນວ່າ: ໂອເປັກພລັສ ຕົກລົງຈະຂະຫຍາຍເວລາຫລຸດການຈັດຫານໍ້າມັນອອກໄປ ເປັນເວລາ 3 ເດືອນ ຈົນຮອດເດືອນມີນາປີໜ້າ ເພື່ອຫລີກເວັ້ນບັນຫານໍ້າມັນດິບລົ້ນຕະຫລາດໂລກ ແລະ ລາຄານໍ້າມັນດິບຕົກຕໍ່າ.

      ການຕັດສິນໃຈດັ່ງກ່າວເປັນໄປຕາມການຄາດຄະເນໃນວົງກວ້າງ ເຖິງວ່າຄວາມຂັດແຍ່ງທີ່ເຮັດໃຫ້ກອງປະຊຸມຊັກຊ້າ ສົ່ງຜົນເຮັດໃຫ້ເກີດຂໍ້ສົງໄສວ່າ: ກຸ່ມປະເທດຜູ້ຜະລິດນໍ້າມັນຈະຍັງປັບຫລຸດອຸປະທານ ຫລື ບໍ່.

      ທັງນີ້, ປະເທດສະມາຊິກໂອເປັກພລັສ 8 ປະເທດ ໄດ້ແກ່ ແອລຈີຣີ, ອິຣັກ, ກາຊັກສະຖານ, ຄູເວດ, ໂອມານ, ຣັດເຊຍ, ຊາອຸດິອາຣະບີ ແລະ ສະຫະລັດອາຣັບເອມິເຣດ (UAE) ຈະຂະຫຍາຍໄລຍະເວລາຫລຸດການຜະລິດນໍ້າມັນ 2.2 ລ້ານບາເຣລຕໍ່ວັນ ໂດຍສະໝັກໃຈ ໄປຈົນຮອດເດືອນມີນາ 2025 ຕໍ່ຈາກນັ້ນ ການຫລຸດຈະຄ່ອຍໆຢຸດລົງເປັນແຕ່ລະເດືອນ ຈົນຮອດເດືອນກັນຍາ 2026. ພ້ອມກ່າວວ່າ: ການດໍາເນີນດັ່ງກ່າວຂຶ້ນຢູ່ກັບສະຖານະການຕະຫລາດ.

      ທັງ 8 ປະເທດເລື່ອນການຫລຸດປະທານນໍ້າມັນມາແລ້ວ 2 ຄັ້ງ ຈາກທີ່ເຄີຍກໍານົດເພີ່ມການຜະລິດນໍ້າມັນໃນເດືອນຕຸລາຜ່ານມາ ແລະ ເດືອນນີ້.

      ເຖິງຢ່າງໃດກໍຕາມ, ການຫລຸດອຸປະທານສົ່ງຜົນກະທົບພຽງເລັກໜ້ອຍຕໍ່ຕະຫລາດ ໂດຍຄາດວ່າ: ທ່ານ ໂດນັລ ທຣໍາ ວ່າທີ່ປະທານາທິບໍດີອາເມລິກາ ຈະດໍາເນີນນະໂຍບາຍຕ່າງໆເພື່ອເພີ່ມການຜະລິດນໍ້າມັນຂອງອາເມລິກາ. ຂະນະທີ່ທ່າອ່ຽງອຸປະສົງຂອງຈີນບໍ່ຄ່ອຍສົດໃສ ເນື່ອງຈາກປະເທດຜະເຊີນສະພາບເສດຖະກິດ.