ໄທ ສະເໜີເຂົ້າຮ່ວມເປັນສະມາຊິກກຸ່ມ BRICS

ໜັງສືພິມ VnExpress ຂອງຫວຽດນາມ ລາຍງານ ວັນທີ 20 ມິຖຸນາ 2024 ນີ້ວ່າ: ທ່ານ ມາຣິດ ສະຫງ່ຽມພົງ ລັດຖະມົນຕີຕ່າງປະເທດຂອງໄທ ໄດ້ແຈ້ງໃຫ້ຊາບວ່າ: ໄທໄດ້ຍື່ນໃບສະເໜີຂໍເຂົ້າເປັນສະມາຊິກຂອງກຸ່ມ BRICS ແລ້ວໃນອາທິດຜ່ານມາ, ຄາດວ່າຈະໄດ້ເຂົ້າເປັນສະມາຊິກຂອງກຸ່ມຢ່າງເປັນທາງການໃນເດືອນຕຸລາທີ່ຈະມາເຖິງ.
ວັນທີ 20 ພຶດສະພາຜ່ານມາ, ທ່ານ ນິກອນ ພະລາງກູນ ໂຄສົກກະຊວງຕ່າງປະເທດຂອງໄທ ກໍໃຫ້ຮູ້ວ່າ: ໄທໄດ້ຍື່ນໃບສະເໜີຂໍເຂົ້າເປັນສະມາຊິກຂອງກຸ່ມ BRICS ຢ່າງເປັນທາງການຕໍ່ກອງປະຊຸມບັນດາລັດຖະມົນຕີຕ່າງປະເທດຂອງກຸ່ມດັ່ງກ່າວໃນອາທິດທີ່ຜ່ານມາ ແລະ ຄາດວ່າຈະໄດ້ຮັບຄຳຕອບໄປໃນທິດທາງທີ່ຕັ້ງໜ້າໃນກອງປະຊຸມສຸດຍອດຂອງກຸ່ມດັ່ງກ່າວຢູ່ທີ່ຣັດເຊຍໃນເດືອນຕຸລາທີ່ຈະມາເຖິງ.
ນອກຈາກນັ້ນ, ໄທກໍກຳລັງພິຈາລະນາຂໍເຂົ້າເປັນສະມາຊິກຂອງອົງການຈັດຕັ້ງຮ່ວມມື ແລະ ພັດທະນາເສດຖະກິດ (OECD) ຕື່ມອີກ, ພາຍຫລັງໄດ້ຮັບຄຳເຊີນໃຫ້ເຂົ້າຮ່ວມສົນທະນາກັບອົງການດັ່ງກ່າວ.
ໂຄສົກກະຊວງຕ່າງປະເທດຂອງໄທ ໃຫ້ຮູ້ວ່າ: ໄທກຳລັງຢູ່ໃນໄລຍະການກະກຽມແນວທາງ, ເງື່ອນໄຂ ແລະ ຂອບວັນເວລາທີ່ຈະເຂົ້າຮ່ວມອົງການ OECD ແລະ ການຂໍເຂົ້າຮ່ວມອົງການນີ້ຈະນຳເອົາຜົນປະໂຫຍດຫຼາຍຢ່າງມາໃຫ້ປະເທດໄທ, ດຶງດູດການລົງທຶນຈາກຕ່າງປະເທດເພື່ອສ້າງລາຍຮັບ ແລະ ປັບປຸງຄຸນນະພາບຊິວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.

