ກະເປົາຫລູ ຍີ່ຫໍ້ ແອເມສ 11 ໜ່ວຍ ຂອງເຈົ້າຍິງແຫ່ງກາຕ້າ ຖືດລັກໄປໃນຂະນະໂດຍສານລົດໄຟປະເທດຝຣັ່ງ

ກະເປົາຫລູ ຍີ່ຫໍ້ ແອເມສ 11 ໜ່ວຍ ຂອງເຈົ້າຍິງແຫ່ງກາຕ້າ ຖືດລັກໄປໃນຂະນະໂດຍສານລົດໄຟປະເທດຝຣັ່ງ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 27 ກໍລະກົດ 2024 ກະເປົາຫລູ ຍີ່ຫໍ້ ແອເມສ (Hermes) ຈຳນວນ 11 ໜ່ວຍ ຂອງ ອານ ມະຍັດຊະ ບີນ ຮາໝັດ ອານ ທານີ ເຈົ້າຍິງແຫ່ງກາຕ້າ…

ອິດສະລາແອນຊີ້ ແຮັດໂບລາຍິງຈະຫລວດຖະຫລົ່ມເດີ່ນເຕະບານຢູ່ໂກລັນ ເຮັດໃຫ້ເດັກນ້ອຍ-ໄວລຸ້ນເສຍຊີວິດ 12 ຄົນ

ອິດສະລາແອນຊີ້ ແຮັດໂບລາຍິງຈະຫລວດຖະຫລົ່ມເດີ່ນເຕະບານຢູ່ໂກລັນ ເຮັດໃຫ້ເດັກນ້ອຍ-ໄວລຸ້ນເສຍຊີວິດ 12 ຄົນ

     ທາງການອິດສະລາແອນລາຍງານວ່າ: ມີເດັກນ້ອຍ ແລະ ໄວລຸ້ນຢ່າງໜ້ອຍ 12 ຄົນ ເສຍຊີວິດຈາກເຫດການຈະຫລວດຫລາຍລູກໂຈມຕີໃສ່ເດີ່ນເຕະບານພາຍໃນໝູ່ບ້ານແຫ່ງໜຶ່ງຢູ່ບ່ອນຮາບສູງໂກລັນ ເຊິ່ງເປັນພື້ນທີ່ປົກຄອງຂອງອິດສະລາແອນ.      ເບື້ອງຕົ້ນອິດສະລາແອນລະບຸວ່າ: ຈະຫລວດທີ່ຍິງໂຈມຕີໃສ່ບ້ານດັ່ງກ່າວມີປະມານ 30 ລູກ ໂດຍຍິງຂ້າມມາຈາກລີບັງ ແລະ ກ່າວຫາກຸ່ມແຮັດໂບລາວ່າຢູ່ເບື້ອງຫລັງການໂຈມຕີດັ່ງກ່າວ. ຂະນະທີ່ກຸ່ມແຮັດໂບລາຢືນຢັນປະຕິເສດວ່າບໍ່ໄດ້ເປັນຝ່າຍຍິງຈະຫລວດ.      ທັງນີ້,…

ທະນາຄານກາງຣັດເຊຍຂຶ້ນດອກເບ້ຍ 18% ຫວັງຄວບຄຸມອັດຕາເງິນເຟີ້

ທະນາຄານກາງຣັດເຊຍຂຶ້ນດອກເບ້ຍ 18% ຫວັງຄວບຄຸມອັດຕາເງິນເຟີ້

      ທະນາຄານກາງຣັດເຊຍ ປະກາດປັບຂຶ້ນລາຄາດອກເບ້ຍເປັນ 18% ເພື່ອເລັ່ງຄວບຄຸມອັດຕາເງິນເຟີ້ພາຍໃນປະເທດ.      ວັນທີ 27 ກໍລະກົດ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງຣັດເຊຍປັບຂຶ້ນອັດຕາດອກເບ້ຍ ຈາກ 16% ເປັນ 18% ຖືເປັນການປັບຂຶ້ນຄັ້ງທີ 6 ໃນຮອບກວ່າ 1 ປີ…

ສະມາຊິກ G20 ເຫັນພ້ອມ ເກັບພາສີນໍາມະຫາເສດຖີ ເລັ່ງແກ້ໄຂບັນຫາຄວາມບໍ່ເທົ່າທຽມ

ສະມາຊິກ G20 ເຫັນພ້ອມ ເກັບພາສີນໍາມະຫາເສດຖີ ເລັ່ງແກ້ໄຂບັນຫາຄວາມບໍ່ເທົ່າທຽມ

      ປະເທດສະມາຊິກ G20 ເຫັນພ້ອມດໍາເນີນການຮ່ວມກັນໃນການເກັບພາສີມະຫາເສດຖີ ເພື່ອແກ້ໄຂບັນຫາຄວາມບໍ່ເທົ່າທຽມ ແລະ ສົ່ງເສີມການເຕີບໃຫຍ່ຂອງເສດຖະກິດ.       ວັນທີ 27 ກໍລະກົດ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ການແກ້ໄຂມະຫາເສດຖີຫລີກລ່ຽງພາສີ ຄືໜຶ່ງໃນຫົວຂໍ້ສໍາຄັນຂອງກອງປະຊຸມລັດຖະມົນຕີການເງິນກຸ່ມປະເທດເສດຖະກິດຂະໜາດໃຫຍ່ ຫລື G20 ຢູ່ເມືອງຣີໂອເດຈາເນໂຣ ຄວາມຄິດລິເລີ່ມດັ່ງກ່າວຖືເປັນເປົ້າໝາຍສໍາຄັນຂອງປະທານາທິບໍດີ ລູອິດ ອິນາຊິໂອ…

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຢ້ຽມພົບປະ ນາຍົກລັດຖະມົນຕີ ຫວຽດນາມ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຢ້ຽມພົບປະ ນາຍົກລັດຖະມົນຕີ ຫວຽດນາມ

ໃນໂອກາດທີ່ເດີນທາງມາວາງພວງມາລາໄວ້ອາໄລເຖິງ ສະຫາຍ ຫງວຽນ ຝູ໋ ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຢ້ຽມພົບປະ ສະຫາຍ ຟາມ…

ຄາດວ່າເຫດການຫລອນໂຈມຕີເຄືອຂ່າຍລົດໄຟຢູ່ຝຣັ່ງເຊື່ອມໂຍງອົງການອາດຊະຍາກໍາ

ຄາດວ່າເຫດການຫລອນໂຈມຕີເຄືອຂ່າຍລົດໄຟຢູ່ຝຣັ່ງເຊື່ອມໂຍງອົງການອາດຊະຍາກໍາ

     ທາງການຝຣັ່ງເລັ່ງດໍາເນີນການສືບສວນກໍລະນີເກີດເຫດການຫລອນໂຈມຕີເຄືອຂ່າຍລົດໄຟຄວາມໄວສູງທີ່ເກີດຂຶ້ນພຽງບໍ່ເທົ່າໃດຊົ່ວໂມງກ່ອນຈະມີພິທີເປີດການແຂ່ງຂັນກິລາໂອລິມປິກເກມ ປາຣີສ 2024 ໃນວັນທີ 26 ກໍລະກົດ ເຊິ່ງສົ່ງຜົນເຮັດໃຫ້ຂະບວນລົດໄຟຫລາຍເສັ້ນຕ້ອງຍົກເລີກ ຫລື ເລື່ອນໃຫ້ບໍລິການ ແລະ ກະທົບປະຊາຊົນ 2.5 ແສນກວ່າຄົນ.       ເບື້ອງຕົ້ນບໍລິສັດ SNCF ຜູ້ໃຫ້ບໍລິການເຄືອຂ່າຍລົດໄຟຝຣັ່ງເປີດເຜີຍວ່າ: ຜູ້ກໍ່ເຫດໄດ້ທໍາລາຍ ຫລື…

ເບຣຊິນຢືນຢັນຜູ້ເສຍຊີວິດສອງຄົນທໍາອິດຂອງໂລກ ຈາກເຊື້ອໄວຣັສໂອໂຣປູເຊ

ເບຣຊິນຢືນຢັນຜູ້ເສຍຊີວິດສອງຄົນທໍາອິດຂອງໂລກ ຈາກເຊື້ອໄວຣັສໂອໂຣປູເຊ

      ໜ່ວຍງານສາທາລະນະສຸກເບຣຊິນຢືນຢັນ ການພົບຜູ້ເສຍຊີວິດຈາກການຕິດເຊື້ອໄວຣັສໂອໂຣປູເຊຄັ້ງທໍາອິດຂອງໂລກຢ່າງເປັນທາງການ.       ວັນທີ 26 ກໍລະກົດ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກະຊວງສາທາລະນະສຸກເບຣຊິນອອກຖະແຫລງການກ່ຽວກັບການພົບຜູ້ຍິງສອງຄົນໃນລັດບາເຢີຍ ຕັ້ງຢູ່ທາງຕາເວັນອອກສຽງເໜືອຂອງປະເທດ ເສຍຊີວິດຈາກການຕິດເຊື້ອໄວຣັສໂອໂຣເປຊູ (Oropouche virus) ໂດຍຜູ້ເສຍຊີວິດທັງສອງມີອາຍຸບໍ່ຮອດ 30 ປີ ແລະ ບໍ່ມີພະຍາດປະຈໍາຕົວ, ແຕ່ອາການທີ່ເກີດຂຶ້ນລະຫວ່າງມີອາການປ່ວຍນັ້ນທຽບເທົ່າກັບໄຂ້ເລືອດອອກລະດັບຮຸນແຮງ.     …

ຄັ້ງທໍາອິດຂອງໂລກ ! ສາຍການບິນເກີດແນວຄິດ ໃຫ້ຜູ້ຍິງເລືອກບ່ອນນັ່ງຫ່າງຈາກຜູ້ຊາຍໄດ້

ຄັ້ງທໍາອິດຂອງໂລກ ! ສາຍການບິນເກີດແນວຄິດ ໃຫ້ຜູ້ຍິງເລືອກບ່ອນນັ່ງຫ່າງຈາກຜູ້ຊາຍໄດ້

      ສາຍການບິນຂອງອິນເດຍເປີດບໍລິການໃໝ່ໃຫ້ຜູ້ໂດຍສານຍິງເລືອກໄດ້ວ່າຕ້ອງການບ່ອນນັ່ງຕິດກັບຜູ້ໂດຍສານທີ່ເປັນຄົນແປກໜ້າ ຫລື ບໍ່ ເພື່ອຄວາມສະບາຍໃຈຂອງລູກຄ້າເພດຍິງທີ່ຕ້ອງເດີນທາງຕາມລໍາພັງ.      ສາຍການບິນອິນດິໂກແຫ່ງອິນເດຍເປີດໃຫ້ບໍລິການໃໝ່ ເຊິ່ງຖືວ່າເປັນຄັ້ງທໍາອິດຂອງວົງການອຸດສາຫະກໍາການບິນການຄ້າ ແລະ ຂອງໂລກ ດ້ວຍການເປີດໃຫ້ຜູ້ໂດຍສານຜູ້ຍິງສາມາດເລືອກບ່ອນນັ່ງໄດ້ວ່າຕ້ອງການນັ່ງຕິດກັບຜູ້ໂດຍສານຜູ້ຍິງ ຫລື ຜູ້ຊາຍ.      ເວລາທີ່ຜູ້ໂດຍສານຜູ້ຍິງຈອງບ່ອນນັ່ງຜ່ານຊ່ອງທາງອອນລາຍ ຈະມີຕົວເລືອກແຜນຜັງບ່ອນນັ່ງທີ່ລະບຸວ່າມີຜູ້ໂດຍສານຜູ້ຍິງຄົນອື່ນໆນັ່ງຢູ່ບ່ອນນັ່ງໝາຍເລກໃດແດ່ ເຊິ່ງຈະສະແດງສັນຍາລັກເປັນບ່ອນນັ່ງສີບົວຢູ່ແຜນຜັງ ເພື່ອອໍານວຍຄວາມສະດວກໃນການເລືອກບ່ອນນັ່ງຂອງຜູ້ໂດຍສານຜູ້ຍິງທີ່ບໍ່ຕ້ອງການນັ່ງຕິດກັບຜູ້ໂດຍສານຜູ້ຊາຍທີ່ບໍ່ຮູ້ຈັກກັນ.       ສໍາລັບຜູ້ໂດຍສານຜູ້ຊາຍຈະບໍ່ໄດ້ຮັບສິດພິເສດນີ້…

ເຄືອຂ່າຍລົດໄຟຢູ່ຝຣັ່ງຢຸດສະງັກ ພາຍຫລັງເຫດໂຈມຕີ-ວາງເພີງ ກະທົບຜູ້ໂດຍສານ 8 ແສນຄົນ ບໍ່ເທົ່າໃດຊົ່ວໂມງກ່ອນເປີດໂອລິມປິກ

ເຄືອຂ່າຍລົດໄຟຢູ່ຝຣັ່ງຢຸດສະງັກ ພາຍຫລັງເຫດໂຈມຕີ-ວາງເພີງ ກະທົບຜູ້ໂດຍສານ 8 ແສນຄົນ ບໍ່ເທົ່າໃດຊົ່ວໂມງກ່ອນເປີດໂອລິມປິກ

     ເຄືອຂ່າຍລົດໄຟຂອງຝຣັ່ງ ລວມທັງລົດໄຟຄວາມໄວສູງໃນຫລາຍເສັ້ນທາງ ແລະ ຂະບວນລົດໄຟຢູໂຣສ ຕ້ອງຍົກເລີກ ຫລື ເລື່ອນໃຫ້ບໍລິການ ພາຍຫລັງເກີດເຫດການໂຈມຕີຄັ້ງໃຫຍ່ ລວມທັງການລັກລອບວາງເພີງຢູ່ບໍລິເວນທາງລົດໄຟຫລາຍຈຸດ ເຊິ່ງຄາດວ່າຕັ້ງເປົ້າເຮັດໃຫ້ເຄືອຂ່າຍລົດໄຟເສັ້ນຕ່າງໆຢຸດສະງັກກ່ອນຈະມີພິທີເປີດການແຂ່ງຂັນໂອລິມປິກເກມ ປາຣີສ 2024.      ເບື້ອງຕົ້ນບໍລິສັດ SNCF ຜູ້ໃຫ້ບໍລິການລົດໄຟທົ່ວຝຣັ່ງ ເປີດເຜີຍວ່າ: ມີຜູ້ໂດຍສານໄດ້ຮັບຜົນກະທົບຈາກເຫດການທີ່ເກີດຂຶ້ນ 8…

ສະຫາຍ ທອງລຸນ ສີສຸລິດ ພ້ອມການນຳຂັ້ນສູງ ເຂົ້າວາງພວງມາລາໄວ້ອາໄລ ສະຫາຍ ຫງວຽນຝູຈ້ອງ

ສະຫາຍ ທອງລຸນ ສີສຸລິດ ພ້ອມການນຳຂັ້ນສູງ ເຂົ້າວາງພວງມາລາໄວ້ອາໄລ ສະຫາຍ ຫງວຽນຝູຈ້ອງ

ວັນທີ 25 ກໍລະກົດ 2024 ນີ້,​ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກ ປປ ລາວ ປະທານປະເທດແຫ່ງ ສປປ ລາວ ພ້ອມການນຳຂັ້ນສູງ ເຂົ້າວາງພວງມາລາໄວ້ອາໄລ ສະຫາຍ ຫງວຽນ ຝູຈ້ອງ…