ຮາມັດຢືນຢັນທ່ານ ອິສມາອິລ ຮານິເຢ ຜູ້ນໍາຝ່າຍການເມືອງ ຖືກສັງຫານຢູ່ອີຣານ

     ກຸ່ມຮາມັດອອກຖະແຫລງການຜ່ານບັນຊີທາງການໃນ Telegram ຢືນຢັນວ່າ: ທ່ານ ອິສມາອິລ ຮານິເຢ ຜູ້ນໍາຝ່າຍການເມືອງຂອງຮາມັດ ຖືກສັງຫານລະຫວ່າງເຫດການບຸກໂຈມຕີຢູ່ນະຄອນຫລວງເຕຫະຣານ ວັນທີ 30 ກໍລະກົດ ໂດຍລະບຸວ່າເປັນ ການໂຈມຕີຢ່າງທໍລະຍົດຂອງກຸ່ມໄຊອໍນິສ ຢູ່ເຮືອນພັກຂອງທ່ານໃນເຕຫະຣານ ເຊິ່ງເປັນການກ່າວຫາວ່າເປັນຝີມືຂອງອິດສະລາແອນ.

      ຂະນະທີ່ກອງກໍາລັງພິທັກການປະຕິວັດອິດສະລາມ (Islamic Revolutionary Guard Corps: IRGC) ຂອງອີຣານ ອອກຖະແຫລງການຢືນຢັນວ່າ: ທ່ານ ຮານິເຢ ຢູ່ເຕຫະຣານ ເຊິ່ງທ່ານເດີນທາງໄປເຂົ້າຮ່ວມພິທີສາບານຕົນຮັບຕໍາແໜ່ງຂອງປະທານາທິບໍດີຄົນໃໝ່ຂອງອີຣານ ໂດຍເຜີຍວ່າ: ທ່ານ ຮານິເຢ ແລະ ເຈົ້າໜ້າທີ່ຄຸ້ມກັນຊາວອີຣານຖືກໂຈມຕີຢູ່ເຮືອນພັກຂອງພວກທ່ານ.

     ສໍາລັບທ່ານ ຮານິເຢ ເຄີຍດໍາລົງຕໍາແໜ່ງນາຍົກລັດຖະມົນຕີປາແລັສຕິນໄລຍະປີ 2006-2014 ກ່ອນຈະລີ້ໄພອອກຈາກເຂດກາຊາໄປກາຕາ ແລະ ເຄື່ອນໄຫວໃນຖານະຜູ້ນໍາສໍານັກງານການເມືອງຂອງຮາມັດ.

      ໂດຍຜ່ານມາ ທ່ານມີບົດບາດສໍາຄັນໃນການເຈລະຈາຢຸດຍິງລະຫວ່າງຮາມັດ ແລະ ອິດສະລາແອນ, ແຕ່ຢືນຢັນວ່າອິດສະລາແອນຕ້ອງຢຸດການເຮັດສົງຄາມໃນກາຊາ. ຂະນະທີ່ການເສຍຊີວິດຂອງທ່ານ ຮານິເຢ ເກີດຂຶ້ນຫລັງຈາກເດືອນມິຖຸນາຜ່ານມາ ສະມາຊິກຄອບຄົວຂອງທ່ານ 10 ຄົນ ລວມນ້ອງສາວ ແລະ ຍາດພີ່ນ້ອງຂອງທ່ານທີ່ຢູ່ກາຊາ ເສຍຊີວິດຈາກການໂຈມຕີທາງອາກາດຂອງອິດສະລາແອນ.

ອ້າງອີງ: