ທ່ານ ມາກຣົງ ສາບານຕົນຮັບຕຳແໜ່ງປະທານາທິບໍດີຝຣັ່ງ


ທ່ານ ເອັມມານູເອລ ມາກຣົງ ປະທານາທິບໍດີຄົນໃໝ່ຂອງຝຣັ່ງ ຮັບປາກວ່າຈະເຮັດໃຫ້ສະຫະພາບເອີຣົບເກີດການປະຕິຮູບພາຍໃນໄລຍະເວລາທີ່ທ່ານດຳລົງຕຳແໜ່ງ ແລະ ຈະກອບກູ້ຖານະຂອງຝຣັ່ງໃນລະດັບໂລກກັບຄືນມາ ລະຫວ່າງທີ່ສາບານຕົນເຂົ້າຮັບຕຳແໜ່ງຢ່າງເປັນທາງການ.
ປະທານາທິບໍດີອາຍຸ 39 ປີຂອງຝຣັ່ງ ກ່າວວ່າ: ການເຂົ້າມາດຳລົງຕຳແໜ່ງຂອງທ່ານຈະເຮັດໃຫ້ຊາວຝຣັ່ງກັບມາມີຄວາມໝັ້ນໃຈໃນຕົນເອງອີກເທື່ອໜຶ່ງ ແລະ ຮັບປາກວ່າຈະຕ້ອງເຫັນສະຫະພາບເອີຣົບ ຫລື EU “ປະຕິຮູບ ແລະ ເລີ່ມຕົ້ນໃໝ່” ພາຍໃນສະໄໝທີ່ທ່ານເປັນປະທານາທິບໍດີຝຣັ່ງ ໂດຍທ່ານຮັບຕຳແໜ່ງຕໍ່ຈາກທ່ານ ຟຣັງຊົວ ໂອນລອງ ເຊິ່ງໃນໄລຍະທີ່ທ່ານດຳລົງຕຳແໜ່ງ 5 ປີ ຜະເຊີນກັບອັດຕາຫວ່າງວຽກທີ່ສູງໃນປະເທດ.
ທ່ານ ມາກຣົງ ໄດ້ຮັບການປະກາດໃຫ້ເປັນປະທານາທິບໍດີຄົນໃໝ່ຂອງຝຣັ່ງ, ພາຍຫລັງຊະນະການເລືອກຕັ້ງປະທານາທິບໍດີຝຣັ່ງ ຊະນະທ່ານນາງ ມາຣີນ ເລີ ເປ ຈາກພັກເນເຊິນແນວຟຣອນ ໃນອາທິດກ່ອນ ດ້ວຍຄະແນນສຽງ 66%.
ທ່ານ ມາກຣົງ ເຊິ່ງບໍ່ເຄີຍລົງເລືອກຕັ້ງມາກ່ອນ ແລະ ຫາກໍຕັ້ງກຸ່ມເຄື່ອນໄຫວທາງການເມືອງສາຍກາງເມື່ອ 1 ປີກ່ອນໜ້າເທົ່ານັ້ນ ຮັບປາກວ່າຈະຈັດລະບຽບທາງການເມືອງຂອງປະເທດໃໝ່ ແລະ ກະຕຸ້ນເສດຖະກິດ.

ໃນໄລຍະຈັດພິທີສາບານຕົນເຂົ້າຮັບຕຳແໜ່ງຢູ່ທຳນຽບປະທານາທິບໍດີ ມີການຮັກສາຄວາມປອດໄພຢ່າງເຂັ້ມງວດທົ່ວນະຄອນຫລວງປາຣີ ໂດຍໄດ້ສົ່ງຕຳຫລວດອອກລາດຕະເວນຫລາຍຮ້ອຍຄົນ.
ຝຣັ່ງຍັງຢູ່ພາຍໃນສະຖານະການສຸກເສີນ ນັບແຕ່ເກີດການໂຈມຕີໃນປີ 2015 ແລະ ມີການປິດພື້ນທີ່ບໍລິເວນກວ້າງໃຈກາງເມືອງໃນຕອນເຊົ້າ.
ລະຫວ່າງການກ່າວປາໄສເຂົ້າຮັບຕຳແໜ່ງ, ປະທານາທິບໍດີ ມາກຣົງ ຮັບປາກວ່າຈະຟື້ນຟູຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ອະນາຄົດຂອງປະເທດ.
“ຕ້ອງເອົາຊະນະການແຕກແຍກໃນສັງຄົມໃຫ້ໄດ້” ປະທານາທິບໍດີສາຍກາງກ່າວ.
ທ່ານປະກາດອີກວ່າ: “ໂລກ ແລະ ເອີຣົບຕ້ອງການຝຣັ່ງຫລາຍກວ່າທີ່ເຄີຍເປັນມາ ແລະ ຕ້ອງການຝຣັ່ງທີ່ແຂງແຮງ ເຊິ່ງມີເສລີພາບ ແລະ ການເປັນນ້ຳໜຶ່ງໃຈດຽວກັນ”.

ກ່ອນພິທີຈະເລີ່ມຂຶ້ນ, ທ່ານ ມາກຣົງ ໄດ້ໃຊ້ເວລາເກືອບໜຶ່ງຊົ່ວໂມງກັບທ່ານ ໂອນລອງ ປະທານາທິບໍດີຝຣັ່ງຄົນກ່ອນໜ້າ ເຊິ່ງໄດ້ສົ່ງມອບລະຫັດນິວເຄຼຍໃຫ້ແກ່ທ່ານ ໂດຍທ່ານ ໂອນລອງ ເປັນຜູ້ທີ່ນຳທ່ານ ມາກຣົງ ເຂົ້າສູ່ເສັ້ນທາງການເມືອງ ໂດຍການແຕ່ງຕັ້ງໃຫ້ທ່ານເປັນທີ່ປຶກສາ ແລະ ຕໍ່ມາໄດ້ເປັນລັດຖະມົນຕີເສດຖະກິດ.
ອາຍຸ 39 ປີ ທ່ານ ມາກຣົງ ຈະກາຍເປັນຜູ້ນຳທີ່ອາຍຸນ້ອຍທີ່ສຸດຂອງຝຣັ່ງ ນັບແຕ່ຈັກກະພັດດິນໂປລຽນ ແລະ ເປັນຜູ້ນຳຄົນທຳອິດທີ່ເກີດຫລັງປີ 1958 ເຊິ່ງເປັນການເລີ່ມຍຸກສາທາລະນະລັດຝຣັ່ງທີ 5.

ພັກອອງມາຂອງທ່ານສ້າງຕັ້ງຂຶ້ນໃນປີຜ່ານມາ ແລະ ຈະສົ່ງຜູ້ສະໝັກລົງເລືອກຕັ້ງສະມາຊິກລັດຖະສະພາໃນເດືອນມິຖຸນານີ້ເກືອບຄົບຕາມຈຳນວນບ່ອນນັ່ງໃນລັດຖະສະພາ ເຊິ່ງມີສະມາຊິກ 577 ຄົນ.
ທ່ານ ມາກຣົງ ມີກຳນົດເດີນທາງຢ້ຽມຢາມນະຄອນຫລວງແບັກແລັງຂອງເຢຍລະມັນໃນວັນທີ 15 ພຶດສະພານີ້ ເພື່ອຫາລືກັບທ່ານນາງ ອັງເກລາ ແມຣເຄິລ ນາຍົກລັດຖະມົນຕີເຢຍລະມັນ ແລະ ສະແດງໃຫ້ເຫັນເຖິງພັນທະສັນຍາທີ່ມີຕໍ່ສະຫະພາບເອີຣົບ.
ປະທານາທິບໍດີຝຣັ່ງຜະເຊີນກັບຄວາມທ້າທາຍທີ່ສຳຄັນຫລາຍຢ່າງ ລວມທັງອັດຕາການຫວ່າງວຽກສູງ ໂດຍສະເພາະໃນກຸ່ມໄວໜຸ່ມຂອງຝຣັ່ງ ແລະ ການເຕີບໃຫຍ່ທາງເສດຖະກິດທີ່ຕໍ່າ.

