TikTok ເດັດຂາດຈະບໍ່ຂາຍເຄັດລັບ “ຫາເງິນ” ຂອງຕິກຕ໊ອກໃຫ້ກັບສະຫະລັດ

ແຫຼ່ງຂ່າວຈາກ 24h, ວັນທີ 14 ກັນຍາ ໃຫ້ຮູ້ວ່າ: ByteDance ບໍລິສັດແມ່ຂອງ ຕິກຕ໊ອກ ມີສຳນັກງານຕັ້ງຢູ່ປັກກິງປະກາດວ່າ: ເດັດຂາດຈະບໍ່ຂາຍ ຫຼື ມອບໂອນ ເຄັດລັບ ແອັບໃຫ້ກັບສະຫະລັດ.
SCMP ໃຫ້ຮູ້ວ່າ: ກຳນົດສຸດທ້າຍທີ ByteDance ຕ້ອງຂາຍ ຕິກຕ໊ອກ ໃຫ້ກັບສະຫະລັດນັບມື້ຍັບເຂົ້າມາໃກ້. ບໍລິສັດປະກາດວ່າ: “ຈະຂາຍແຕ່ຮ່າງລົດໃຫ້ ແຕ່ບໍ່ຂາຍຫົວຈັກໃຫ້. ByteDance ຈະບໍ່ມອບໂອນ ເຄັດລັບໃຫ້ຊາວອາເມລິກາຄົນໃດທີ່ຊື້ ຕິກຕ໊ອກ”.
ຖ້າປະທານາທິບໍດີ ທຣຳ ຫາກປະຕິເສດ, ByteDance ຈະບໍ່ຂາຍ ຕິກຕ໊ອກ ໃຫ້ກັບຄົນອາເມລິກາ ແລະ ບໍ່ສາມາດທີ່ຈະເຂົ້າຫາແອັບດັ່ງກ່າວໄດ້ນັບແຕ່ເຂດເວລາສຸດທ້າຍໃນວັນທີ 15 ກັນຍາເປັນຕົ້ນໄປ.
ຕິກຕ໊ອກ ສາມາດດຶງດູຄົນໃນທົ່ວໂລກເຂົ້າມານຳໃຊ້ເຖິງ 1 ຕື້ຄົນ, ໃນນັ້ນຊາວອາເມລິກາ 175 ລ້ານຄົນ. ແອັບ ວິດີໂອເລື່ອງສັ້ນດັ່ງກ່າວໃຫ້ຄຳໝັ້ນສັນຍາວ່າຍັງຈະສືບຕໍ່ພັດທະນາຂຶ້ນເລື້ອຍໆ.
ປະທານາທິບໍດີ ໂດນັລທຣຳ ໃຫ້ຮູ້ວ້າ: ຈີນອາດຈະນຳໃຊ້ ຕິກຕ໊ອກ ເພື່ອຕິດຕາມທີ່ຢູ່ຂອງປະຊາຊົນໃນສະຫະລັດ, ແລ້ວສ້າງບັນຊີເພື່ອໂກຍເອົາເງິນ(backmail) ຫຼື ເພື່ອເຄື່ອນໄຫວລັບທາງທຸລະກິດ. ຕິກຕ໊ອກ ໄດ້ອອກມາປະຕິເສດຂໍ້ກ່າວຫາດັ່ງກ່າວຫຼາຍເທື່ອແລ້ວ.
ຂ່າວ: ລູກເມືອງພວນ.

