ຈຳນວນຜູ້ເສຍຊີວິດຈາກວິກິດໄຟໄໝ້ປ່າຢູ່ອາເມລິກາສູງເຖິງ 33 ຄົນແລ້ວ

ວັນທີ 14 ກັນຍານີ້, ທາງການອາເມລິກາເປີດເຜີຍຈຳນວນຜູ້ເສຍຊີວິດຈາກວິກິດໄຟໄໝ້ປ່າທາງເບື້ອງຕາເວັນຕົກຂອງປະເທດສູງເຖິງ 33 ຄົນແລ້ວ ໂດຍກົມອຸຕຸນິຍົມວິທະຍາອາເມລິກາປະກາດໃຫ້ລັດແຄລິຟໍເນຍ ແລະ ລັດອໍຣິກອນເປັນພື້ນທີ່ເຕືອນໄພສີແດງ ເຊິ່ງມີລັງສີຄວາມຮ້ອນປົກຄຸມ, ມີສະພາບອາກາດແຫ້ງ ແລະ ກະແສລົມແຮງ ເຊິ່ງເອື້ອອຳນວຍຕໍ່ການເກີດໄຟໄໝ້ປ່າລຸກໄໝ້ຮຸນແຮງ.
ວິກິດໄຟໄໝ້ປ່າໄດ້ຂ້າຊີວິດປະຊາຊົນໄປແລ້ວຫລາຍກວ່າ 33 ຄົນ ໂດຍ 22 ຄົນເສຍຊີວິດຢູ່ລັດແຄລິຟໍເນຍ, ອີກ 10 ຄົນເສຍຊີວິດຢູ່ລັດອໍຣິກອນ. ຂະນະທີ່ອີກ 1 ຄົນເສຍຊີວິດຢູ່ລັດວໍຊິງຕັນ ເຊິ່ງວິກິດໄຟໄໝ້ປ່າໃນຄັ້ງນີ້ສົ່ງຜົນໃຫ້ຫລາຍພື້ນທີ່ຢູ່ທັງ 3 ລັດເບື້ອງຕົ້ນຟ້າປ່ຽນສີ, ຊັ້ນບັນຍາກາດເຕັມໄປດ້ວຍຄວັນ ແລະ ຝຸ່ນລະອອງ.
ທ່ານ ເຄດ ບຣາວ ເຈົ້າຄອງລັດອໍຣິກອນ ເປີດເຜີຍວ່າ: ເບື້ອງຕົ້ນມີໄຟໄໝ້ປ່າລຸກລາມທົ່ວລັດຢ່າງໜ້ອຍ 35 ຈຸດ. ຂະນະທີ່ຢູ່ລັດແຄລິຟໍເນຍມີໄຟໄໝ້ປ່າກຳລັງໄໝ້ປະມານ 29 ຈຸດ ທາງການໄດ້ສົ່ງທີມມອດໄຟ (Cal Fire) ເກືອບ 17.000 ຄົນເຂົ້າມາຄວບຄຸມສະຖານະການທົ່ວແຄລິຟໍເນຍ ຫລາຍຝ່າຍຄາດວ່າປັດໄຈດ້ານສະພາບແວດລ້ອມຈະຍິ່ງເຮັດໃຫ້ວິກິດໄຟໄໝ້ປ່າທາງຕາເວັນຕົກຂອງອາເມລິກາຍືດເຍື້ອ ແລະ ຮຸນແຮງຍິ່ງຂຶ້ນ.

