20 ກັນຍານີ້ ຢູ່ອາເມລິກາຈະດາວໂຫລດ TikTok ແລະ WeChat ໃຊ້ບໍ່ໄດ້

ສຳນັກ​ຂ່າວ Reuters ລາຍ​ງານ​ວ່າ: ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ (US Commerce Department) ​ໄດ້​ອອກ​ຄຳ​ສັ່ງ​ໃນ​ວັນ​ທີ 19 ກັນຍາ​ນີ້ ​ເຊິ່ງຈະ​ມີ​ຜົນ​ໃຫ້​ປະຊາຊົນ​ໃນ​ປະ​ເທດ​ບໍ່​ສາມາດ​ດາວ​ໂຫລ​ດ​ແອັບ​ພລິ​​ເຄຊັນ​ຈາກ​ຈີນ ຄື TikTok ​ແລະ WeChat ຈາກ​ແພກຟອມ​ແອັບ​ພລິ​ເຄຊັນ​ສະ​ໂຕ​ຕ່າງໆ ນັບ​ແຕ່​ວັນ​ທີ 20 ກັນຍາ​ນີ້​ເປັນຕົ້ນ​ໄປ.