ສະຫລຸບບັນຫາໜ້າສົນໃຈທົ່ວໂລກ ວັນທີ 23 ກັນຍາ 2020

- Boris Johnson ນາຍົກລັດຖະມົນຕີຂອງອັງກິດ ໄດ້ປະກາດຂໍ້ຈຳກັດຄັ້ງໃໝ່ ເຊິ່ງເກີດຈາກການເພີ່ມຂຶ້ນຂອງຜູ້ຕິດເຊື້ອ COVID-19 ພາຍໃນປະເທດ ໂດຍມີຄຳສັ່ງໃຫ້ປະຊາຊົນຄວນເຮັດວຽກຢູ່ເຮືອນຖ້າເປັນໄປໄດ້. ຂະນະທີ່ຮ້ານບັນເທີງ ແລະ ຮ້ານອາຫານຈະປິດເວລາ 22:00 ໂມງ.
Johnson ກ່າວວ່າ: ມາດຕະການດັ່ງກ່າວອາດມີຜົນບັງຄັບໃຊ້ເປັນເວລາເຖິງ 6 ເດືອນ ເຊິ່ງຄຳສັ່ງນີ້ເກີດຂຶ້ນຫລັງຈາກວັນທີ 21 ກັນຍາຜ່ານມາ ທີ່ປຶກສາດ້ານວິທະຍາສາດຊັ້ນນຳຂອງລັດຖະບານເຕືອນວ່າ ຖ້າບໍ່ມີການດຳເນີນການຄວບຄຸມໃດໆເພີ່ມຕື່ມຢູ່ອັງກິດ ພວກເຂົາອາດໄດ້ເຫັນຜູ້ຕິດເຊື້ອໃໝ່ສູງເຖິງ 50.000 ຄົນຕໍ່ມື້ພາຍໃນກາງເດືອນຕຸລານີ້.
ຂະນະດຽວກັນ Goldman Sachs ເຊິ່ງເປັນທະນາຄານຍັກໃຫຍ່ໄດ້ປະກາດໂຈະການກັບມາເຮັດວຽກຢູ່ສຳນັກງານໃນນະຄອນຫລວງລອນດອນ.
- Mitt Romney ວຸດທິສະມາຊິກຂອງອາເມລິກາ ກ່າວວ່າ: ທ່ານຈະສະໜັບສະໜູນການລົງຄະແນນສຽງເພື່ອເລືອກຜູ້ທ້າຊີງໃນຕຳແໜ່ງສານດີກາຂອງປະທານາທິບໍດີ ໂດນັລ ທຣຳ ໂດຍເລື່ອງນີ້ຄາດວ່າຈະໄດ້ຮັບການສະໜັບສະໜູນຈາກພັກ Republican ຢ່າງພຽງພໍເພື່ອເລີ່ມຂະບວນການແຕ່ງຕັ້ງຜູ້ແທນຂອງ Ruth Bader Ginsburg ທີ່ເສຍຊີວິດໃນໄວ 87 ປີເມື່ອວັນທີ 18 ກັນຍາຜ່ານມາ.
ປັດຈຸບັນ Republican ມີສຽງສ່ວນຫລາຍ 53-47 ແລະ ມີວຸດທິສະມາຊິກພຽງ 2 ຄົນເທົ່ານັ້ນທີ່ບໍ່ເຫັນພ້ອມຕໍ່ການລົງຄະແນນ. ຂະນະທີ່ທ່ານ ທຣຳ ກ່າວວ່າ: ທ່ານຈະປະກາດທາງເລືອກໃນວັນທີ 26 ກັນຍານີ້.
- Andrew Bailey ຜູ້ວ່າການທະນາຄານແຫ່ງອັງກິດ ກ່າວວ່າ: ທະນາຄານກາງຈະສາມາດໃຊ້ອັດຕາດອກເບ້ຍຕິດລົບໄດ້ ແຕ່ໄດ້ຫລຸດຄວາມຄາດຫວັງວ່າຈະເປັນແບບນັ້ນໄດ້ຢ່າງວ່ອງໄວ.
ນັບແຕ່ທະນາຄານເລີ່ມຕົ້ນແນວຄິດນີ້ໃນເດືອນສິງຫາຜ່ານມາ ຜູ້ຄົນໃນຕະຫລາດການເງິນໄດ້ຄາດຄະເນວ່າ ພວກເຂົາຈະປ່ຽນໃຊ້ອັດຕາດອກເບ້ຍຕິດລົບພາຍໃນຕົ້ນປີ 2021. ຂະນະທີ່ເງິນປອນເພີ່ມຂຶ້ນເລັກໜ້ອຍເມື່ອທຽບໃສ່ໂດລາ ຫລັງຈາກການສະແດງຄວາມເຫັນຂອງ Bailey.
- ສານໃນນະຄອນຫລວງປັກກິ່ງໄດ້ມີຄຳຕັດສິນໃຫ້ Ren Ahiqiang ນັກວິຈານປະທານປະເທດ ສີຈິ້ນຜິງ ຕິດຄຸກ 18 ປີ ໃນຂໍ້ຫາສໍ້ລາດບັງຫລວງ ໂດຍລາວເປັນນັກທຸລະກິດທາງດ້ານອະສັງຫາລິມະຊັບທີ່ຫາຍຕົວໄປໃນເດືອນມີນາ ຫລັງຈາກເອີ້ນທ່ານ ສີຈິ້ນຜິງ ວ່າ: “a bare naked clown (ຕົວຕະຫລົກທີ່ໂປ້ເປືອຍ)” ໃນບົດຄວາມທີ່ທ່ານວິຈານຕໍ່ການຕອບສະໜອງຕໍ່ COVID-19 ຂອງລັດຖະບານ.
- ເຈົ້າເມືອງ Louisville ລັດ Kentucky ສະຫະລັດອາເມລິກາ ໄດ້ປະກາດພາວະສຸກເສີນພາຍໃນພື້ນທີ່ ກ່ອນຈະມີການຕັດສິນໃຈວ່າຈະຕັ້ງຂໍ້ຫາເຈົ້າໜ້າທີ່ຕຳຫລວດ 3 ຄົນໃນການສັງຫານແມ່ຍິງຜິວສີດຳຊື່ Breonna Taylor ໃນເດືອນມີນາຜ່ານມາ.
Taylor ຖືກສັງຫານເມື່ອເຈົ້າໜ້າທີ່ 3 ຄົນບຸກເຂົ້າໄປໃນອາພາດເມັນຂອງນາງກາງເດິກ ແລະ ແຟນຂອງນາງຢ້ານວ່າຈະເປັນໂຈນເລີຍຍິງປືນຂູ່. ຂະນະທີ່ຕຳຫລວດເປີດສາກຍິງໃສ່ Taylor ເຖິງ 5 ນັດ.
- ເກືອບ 70% ຂອງຜູ້ລົງຄະແນນສຽງເລືອກຕັ້ງສຳລັບການລົງປະຊາມະຕິຢູ່ອິຕາລີຕ້ອງການໃຫ້ປະເທດຫລຸດຂະໜາດຂອງລັດຖະບານ ໂດຍທັງຈຳນວນ ສສ ໃນສະພາຕໍ່າ ແລະ ສະມາຊິກວຸດທິສະພາຈະຖືກຕັດອອກຈາກ 945 ຄົນເປັນ 600 ຄົນພາຍໃນປີ 2023.
ພັກການເມືອງຊື່ວ່າ “The Five Star Movement” ເຊິ່ງເປັນສ່ວນໜຶ່ງຂອງແນວຮ່ວມໃນການປົກຄອງຂອງລັດຖະບານ ໄດ້ຄາດວ່າການຫລຸດລົງນີ້ຈະຊ່ວຍປະຢັດເງິນໄດ້ 1 ພັນລ້ານເອີໂຣ (1,2 ພັນລ້ານໂດລາ) ໃນຊ່ວງທົດສະວັດຕໍ່ໄປ.
- ຜູ້ຊາຍ 2 ຄົນທີ່ກ່ຽວຂ້ອງກັບ “Muttahida Qaumi Movement : MQM” ເຊິ່ງເປັນພັກການເມືອງຂອງປາກິດສະຖານ ໄດ້ຖືກຕັດສິນປະຫານຊີວິດ ເນື່ອງຈາກການກໍ່ເຫດຈູດໄຟເຜົາໂຮງງານ ເຊິ່ງເຮັດໃຫ້ກຳມະກອນໂຮງງານຕັດຫຍິບເສື້ອຜ້າເສຍຊີວິດ 260 ຄົນ ໃນປີ 2012.
ຜູ້ຊາຍທັງ 2 ຄົນໄດ້ຈູດໂຮງງານໃນເມືອງກາຣາຈີ ຫລັງຈາກເຈົ້າຂອງປະຕິເສດຈະຕອບຮັບຕາມຂໍ້ຮຽກຮ້ອງໃນການຂູ່ເອົາເງິນຂອງພວກເຂົາ. ຂະນະທີ່ຜູ້ນຳຂອງ MQM ເຊິ່ງເປັນສ່ວນໜຶ່ງຂອງແນວຮ່ວມໃນການປົກຄອງປະເທດ ໄດ້ປະຕິເສດການມີສ່ວນຮ່ວມໃດໆກ່ຽວກັບເລື່ອງນີ້.
- ເມື່ອຕັດສິນຈາກຕາຕະລາງການເດີນທາງຂອງການປຸກລະດົມຫາສຽງເພື່ອຊີງຕຳແໜ່ງປະທານາທິບໍດີຂອງອາເມລິກາ ພາກພື້ນ Midwest ຂອງປະເທດຖືກເບິ່ງວ່າມີຄວາມສຳຄັນຕໍ່ໄຊຊະນະ ໂດຍທ່ານ ໂດນັລ ທຣຳ ໄດ້ໄປຢ້ຽມຢາມລັດ Ohio ໃນຕົ້ນອາທິດນີ້ ຫລັງຈາກເດີນທາງໄປ Minnesota ແລະ Wisconsin.
- Apple ເປີດໃຫ້ບໍລິການໃນອິນເດຍມາແຕ່ປີ 2008 ແຕ່ພວກເຂົາຍັງສາມາດຄອງຕະຫລາດສະມາດໂຟນພາຍໃນປະເທດໄດ້ບໍ່ຮອດ 1% ໃນປັດຈຸບັນ. ຂະນະທີ່ບໍລິສັດມີແຜນຈະເປີດຕົວຮ້ານຄ້າອອນລາຍແຫ່ງທຳອິດໃນປະເທດທີ່ມີຂະໜາດຂອງຕະຫລາດ Smart Phone ໃຫຍ່ເປັນອັນດັບ 2 ຂອງໂລກ. ຂະນະທີ່ປັດຈຸບັນມີຜູ້ຫລິ້ນຊາວຈີນຄອງສ່ວນແບ່ງທາງການຕະຫລາດຢູ່.
ກ່ອນໜ້ານີ້ ຜູ້ຊື້ຊາວອິນເດຍຈຳເປັນຕ້ອງຊື້ຜະລິດຕະພັນຂອງ Apple ຈາກຮ້ານຄ້າຍ່ອຍບຸກຄົນທີ 3 ຫລື ຮ້ານຄ້າອອນລາຍຂອງຕ່າງປະເທດ ເນື່ອງຈາກບໍ່ມີຮ້ານຄ້າຂອງ Apple ໃນປະເທດໂດຍກົງ ເຮັດໃຫ້ໂທລະສັບຂອງ Apple ພາຍໃນອິນເດຍມີລາຄາແພງກວ່າທີ່ຄວນຈະເປັນ.
- 7 ອາທິດຫລັງຈາກເຫດການລະເບີດຢູ່ເມືອງຫລວງຂອງປະເທດເລບານອນ ໃນກອງປະຊຸມໃຫຍ່ແຫ່ງສະຫະປະຊາຊາດ ເຈົ້າໜ້າທີ່ຈະປະຊຸມກັນເພື່ອຮຽກຮ້ອງໃຫ້ມີການ “ຈັດຕັ້ງລັດຖະບານໃໝ່”.
ນາຍົກລັດຖະມົນຕີຂອງປະເທດ ລາອອກຫລັງເຫດລະເບີດຢູ່ທ່າເຮືອເບຣຸດ ເມື່ອວັນທີ 4 ສິງຫາ ເຊິ່ງມີຜູ້ເສຍຊີວິດເກືອບ 200 ຄົນ. ຂະນະທີ່ Mustapha Adib ຜູ້ສືບທອດທີ່ໄດ້ຮັບມອບໝາຍຂອງທ່ານ ຕ້ອງການຈັດຕັ້ງຄະນະລັດຖະບານທີ່ເປັນອິດສະຫລະທາງການເມືອງຂະໜາດນ້ອຍ ແຕ່ພັກຊີອະຫລັກ 2 ພັກຄື Amal ແລະ Hizbullah ກຳລັງປິດກັ້ນທ່ານ ໂດຍຢືນຢັນຈະຄວບຄຸມກະຊວງການເງິນຂອງປະເທດ.
- ຄະນະກຳມາທິການແຫ່ງສະຫະພາບເອີຣົບ ຄາດວ່າຈະຊະນະສຽງສ່ວນຫລາຍໃນການອອກຂໍ້ສະເໜີເພື່ອປ່ຽນກົດການຂໍລີ້ໄພຂອງສະຫະພາບເອີຣົບ ໂດຍປະເທດໃນສະຫະພາບເອີຣົບຈະຖືກແບ່ງແຍກອອກຈາກກັນແບບໄຮ້ຄວາມຫວັງພາຍໃຕ້ກົດໝາຍໃໝ່ນີ້.
ໃນອະດີດນັບແຕ່ປີ 2015 ທີ່ວິກິດການຍ້າຍຖິ່ນຖານຢູ່ໃນລະດັບສູງສຸດ ບາງປະເທດຕ້ອງການແບ່ງປັນຜູ້ຂໍລີ້ໄພ ໃນຂະນະທີ່ປະເທດອື່ນໆປະຕິເສດຈະຮັບ.

