ສື່ສະເປນ ເຜີຍຮູບພາບທີມງານວິເຄາະ ວິດີໂອການແຂ່ງຂັນທັງ 8 ຄົນຂອງແມນຢູ ເກມດວນກັບ ບາຊາ ໃນ ຢູໂຣປາ ລີກ

ສື່ສະເປນ ເຜີຍຮູບພາບທີມງານວິເຄາະ ວິດີໂອການແຂ່ງຂັນທັງ 8 ຄົນຂອງແມນຢູ ເກມດວນກັບ ບາຊາ ໃນ ຢູໂຣປາ ລີກ

ໃນຊົ່ວໂມງນີ້, ແມນເຊັສເຕີ ຢູໄນເຕັດ ກໍາລັງສ້າງຜົນງານດີຂຶ້ນເປັນຈຸດ ແຕ່ພາຍໃຕ້ຄວາມດີນັ້ນມີເບື້ອງຫລັງທີ່ມີພື້ນຖານຈັດການຢ່າງເໜືອຊັ້ນ. ເຊິ່ງເບື້ອງຫລັງຖືກເຜີຍແຜ່ລົງໃນ Twitter ໂດຍ Edu Polo, ນັກຂ່າວຊາວສະເປນໄດ້ລົງຮູບພາບຂອງ 8 ນັກວິເຄາະວິດີໂອການແຂ່ງຂັນຂອງ ແມນເຊັສເຕີ ຢູໄນເຕັດ ທີ່ເຮັດວຽກຢ່າງໜັກຢູ່ໃນເຂດໂຊນນັກຂ່າວທີ່ ແຄັມນູ, ຈາກເກມນັດທໍາອິດໃນຮອບ 16 ທີມຂອງ…

ກອງເຕ້ ກຽມຮັບສັນຍາໃຫມ່ຢູ່ກັບ ເຊລຊີ ແບບຍາວໆ

ກອງເຕ້ ກຽມຮັບສັນຍາໃຫມ່ຢູ່ກັບ ເຊລຊີ ແບບຍາວໆ

ເອັນໂກໂລ ກອງເຕ ກອງກາງຕົວຮັບ ເຊລຊີ ຕົກເປັນຂ່າວວ່າໃກ້ໄດ້ຕົກລົງສັນຍາໃຫມ່ກັບທີມໄດ້ແລ້ວ ທ່າມກາງຄວາມສົນໃຈຈາກຫລາຍສະໂມສອນໃນຢູໂຣບ. ກອງກາງອາຍຸ 31 ປີ ຍັງຢູ່ໃນໄລຍະຂອງການພັກຟື້ນອາການບາດເຈັບທີ່ເຮັດໃຫ້ລາວບໍ່ໄດ້ລົງສະໜາມຫລາຍເດືອນ ຂະນະທີ່ສັນຍາສະບັບປັດຈຸບັນພວມຈະຫມົດລົງໃນໄລຍະລະດູການນີ້ ໂດຍກ່ອນໜ້ານີ້ລາວຕົກເປັນຂ່າວປະຕິເສດສັນຍາໃຫມ່ ເນື່ອງຈາກບໍ່ພໍໃຈກ່ຽວກັບຄ່າເມື່ອຍທີ່ຫລຸດລົງ ແລະ ໄດ້ໄລຍະສັນຍາໜ້ອຍກວ່າທີ່ລາວຄາດໄວ້. ແນວໃດກໍຕາມລາຍງານຈາກ ເທເລກຣາຟ ລະບຸວ່າການເຈລະຈາຄັ້ງຫລ້າສຸດດຳເນີນໄປໄດ້ດ້ວຍດີ ກອງເຕ້ ກັບຈະກັບມາລົງສະໜາມໄດ້ໃນອີກບໍ່ເທົ່າໃດອາທິດຂ້າງໜ້າ…

ແອສຕັນ ວິລລາ ອາດຕັດໃຈປ່ອຍ ມາຕີເນສ ລະດູການນີ້

ແອສຕັນ ວິລລາ ອາດຕັດໃຈປ່ອຍ ມາຕີເນສ ລະດູການນີ້

ແອສຕັນ ວິລລາ ພ້ອມຮັບຟັງຂໍ້ສະເໜີໃນການຊື້ຕົວ ເອມີເລຍໂນ ມາຕີເນສ ຫລັງຈາກນັກເຕະສະແດງຄວາມຕ້ອງການຍ້າຍໄປຍັງສະໂມສອນທີ່ລົງຫລິ້ນໃນ ແຊ໊ມປຽນ ລີກ ໃນລະດູການໜ້າ. ຜູ້ຮັກສາປະຕູແຊ໊ມໂລກອາຍຸ 30 ປີ ມີສັນຍາກັບ ແອສຕັນ ວິລລາ ເຖິງກາງປີ 2027 ຫລັງຈາກຍ້າຍມາຮ່ວມງານດ້ວຍໃນປີ 2020 ແລະ…

ພຣີເມຍລີກ ປະກາດລົງໂທດ ລິເວີພູລ ກັບ ເອຟເວີຕັນ ຈາກເຫດກໍ່ຄວາມວຸ້ນວາຍ ໃນເມີຊີໄຊ້ ດາບີ້ແມັດ

ພຣີເມຍລີກ ປະກາດລົງໂທດ ລິເວີພູລ ກັບ ເອຟເວີຕັນ ຈາກເຫດກໍ່ຄວາມວຸ້ນວາຍ ໃນເມີຊີໄຊ້ ດາບີ້ແມັດ

ລິເວີພູລ ແລະ ເອຟເວີຕັນ ຖືກຕັ້ງຂໍ້ຫາຈາກເກມທີ່ ແອນຟິວ ເຊິ່ງເຈົ້າບ້ານ ລິເວີພູລ ຊະນະ 2-0 ປະຕູໃນກາງເດືອນທີ່ຜ່ານມາ, ໂດຍ ໂມ ຊາລາ ແລະ ໂຄດີ ກັກໂປ ແບ່ງກັນຄົນລະປະຕູກັນໃນເຄິ່ງເວລາທຳອິດ ແລະ ເຄິ່ງເວລາທີສອງຫົງແດງສາມາດເກັບສາມຄະແນນຈາກທີມເພື່ອນບ້ານໄດ້ຕາມເຄີຍ. ຢ່າງໃດກໍ່ຕາມ,…

ຜູ້ບໍລິຫານລີເວີພູລ ເຈລະຈາເລື່ອງປ່ຽນຜູ້ຈັດການທີມໃຫມ່ ຫລັງ ຄລອບ ສ້າງຜົນງານຕົກຕ່ຳ

ຜູ້ບໍລິຫານລີເວີພູລ ເຈລະຈາເລື່ອງປ່ຽນຜູ້ຈັດການທີມໃຫມ່ ຫລັງ ຄລອບ ສ້າງຜົນງານຕົກຕ່ຳ

ສື່ລາຍງານວ່າ ຜູ້ບໍລິຫານລະດັບສູງຂອງລີເວີພູລ ມີການເຈລະຈາເລື່ອງການປ່ຽນແປງຕຳແໜ່ງຜູ້ຈັດການທີມ ຫລັງ ເຈີເກັນ ຄລອບ ພາ ລີເວີພູລ ສ້າງຜົນງານໄດ້ໜ້າຜິດຫວັງໃນຢູຟາ ແຊ໊ມປຽນລີກ. ໂດຍ ລີເວີພູລ ຂອງ ຄລອບ ສະແດງຜົນງານໄດ້ຢ່າງຕົກຕຳ່ໃນລະດູການນີ້ ດ້ວຍການກຳລັງຫມົດລຸ້ນແຊ໊ມໃນທຸກລາຍການ ເລີ່ມຈາກ ພຣີເມຍລີກ ພວກເຂົາຢູ່ໃນອັນດັບ 8…

ມາຄັສ ແຣສຟອດ ດາວຍິງ ແມນຢູ ເຜີຍທີ່ມາຂອງທ່າດີໃຈ ໝາຍເຖິງການໃຊ້ຄວາມຄິດ

ມາຄັສ ແຣສຟອດ ດາວຍິງ ແມນຢູ ເຜີຍທີ່ມາຂອງທ່າດີໃຈ ໝາຍເຖິງການໃຊ້ຄວາມຄິດ

ມາຄັສ ແຣສຟອດ ກອງໜ້າອາຍຸ 25 ປີ ກາຍເປັນຂວັນໃຈທີ່ຮັກແພງຂອງແຟນບານ ຜີສາດແດງ ຫລັງຍິງໄປ 17 ປະຕູຈາກການລົງສະໜາມ 18 ນັດນັບຕັ້ງແຕ່ກັບມາຈາກການຮັບໃຊ້ໃຫ້ກັບທີມຊາດອັງກິດ ໃນບານໂລກເມື່ອທ້າຍປີທີ່ຜ່ານມາ. ແນວໃດກໍ່ຕາມ, ອີກຢ່າງໜຶ່ງທີ່ໂດດເດັ່ນຄືກັນນັ້ນກໍ່ຄື ທ່າດີໃຈທີ່ລາວມັກສະແດງໃຫ້ແຟນໆເຫັນພາຍຫລັງຍິງປະຕູໄດ້ໂດຍການຊີ້ນິ້ວໄປທີ່ຫົວຂອງລາວ ແລະ ເຮັດປິ້ນໜ້າໃຫ້ກ້ອງຖ່າຍໜຶ່ງຄັ້ງ ຈົນເກີດມີກະແສເຮັດຕາມໄປທົ່ວບ້ານທົ່ວເມືອງ ແລະ…

ຫົງແຮງຕົກ ຖືກຣາຊາຊຸດຂາວບຸກມາຍິງ ແຊງຊະນະ 5-2 ຄາບ້ານ ກຸມໄຊນັດທຳອິດ ຮອບ 16 ທີມ ແຊ້ມປຽນ ລີກ

ຫົງແຮງຕົກ ຖືກຣາຊາຊຸດຂາວບຸກມາຍິງ ແຊງຊະນະ 5-2 ຄາບ້ານ ກຸມໄຊນັດທຳອິດ ຮອບ 16 ທີມ ແຊ້ມປຽນ ລີກ

ໃນເກມນີ້ ທີມເຈົ້າບ້ານເລີ່ມຕົ້ນໄດ້ຮ້ອນແຮງກ່ອນ ແລະ ຂຶ້ນນໍາ 2-0 ຈາກການຍິງຂອງ ນູເນສ ໃນນາທີ 3 ແລະ ລູກຜິດພາດຂອງ ຄຸກທົວສ໌ ທີ່ຈັບບານໄປເຂົ້າທາງຂອງ ຊາລາ ແລະ ຍິງສວນໂຕເຂົ້າໄປໃນນາທີ 14. ແຕ່ຫລັງຈາກນັ້ນກັບກາຍເປັນການປຸກຜີສາດຕື່ນ ເມື່ອ ມາດຣິດ…

ເປແອສເຊ ເລັງ ທູເຄິລ ນັ່ງຜູ້ຈັດການທີມຮອບ 2 ໂດຍມີ 2 ເງື່ອນໄຂທີ່ຂໍ

ເປແອສເຊ ເລັງ ທູເຄິລ ນັ່ງຜູ້ຈັດການທີມຮອບ 2 ໂດຍມີ 2 ເງື່ອນໄຂທີ່ຂໍ

ອີບນິ້ງ ສະແຕນດາດ ສື່ຊື່ດັງຂອງອັງກິດລາຍງານວ່າ ປາຣີສ ແຊັງ ແຊັກແມັງ ທີມໃຫຍ່ແຫ່ງລີກ ເອິງ ຝຣັ່ງ ກຽມທາບທາມ ໂທມັສ ທູເຄິລ ອະດີດຜູ້ຈັດການທີມກັບມາຮັບວຽກອີກເທື່ອຫນຶ່ງ ຫລັງຈາກຍັງບໍ່ປະທັບໃຈ ຄຣິສຕອຟ ກັລທີເຢ ຜູ້ຈັດການທີມຄົນປັດຈຸບັນ ທີ່ພາທີມສ້າງຜົນງານບໍ່ຄົງທີ່ ແລະ ສ່ຽງຕົກຮອບ…

ແມນຢູ ປະກາດຂຶ້ນລາຄາປີ້ຄັ້ງທຳອິດໃນຮອບ 11 ປີ ແຟນບານບໍ່ເຫັນດີນຳ

ແມນຢູ ປະກາດຂຶ້ນລາຄາປີ້ຄັ້ງທຳອິດໃນຮອບ 11 ປີ ແຟນບານບໍ່ເຫັນດີນຳ

ແມນເຊສເຕີ ຢູໄນເຕັດ ປະກາດຂຶ້ນຄ່າປີ້ລະດູການສຳລັບຜູ້ໃຫຍ່ຈຳນວນ 5% ໃນລະດູການໜ້າ ພ້ອມເປັນການຂຶ້ນລາຄາປີ້ຄັ້ງທຳອິດໃນຮອບ 11 ປີ ຂະນະທີ່ແຟນບານ ບໍ່ເຫັນດີໃນເລື່ອງດັ່ງກ່າວ. ສຳລັບ ແມນເຊສເຕີ ຢູໄນເຕັດ ຄົງລາຄາປີ້ລະດູການສຳລັບຜູ້ໃຫຍ່ໃນເກມທີ່ ໂອນ ແທຣຟຟອດ ມາແລ້ວເຖິງ 11 ປີ ແລະ…

ໂນວັກ ຢໍໂຄວິດ ຄອງມື 1 ຂອງໂລກຍາວນານທີ່ສຸດ ທາບສະຖິຕິຕຳນານນັກເທັນນິສ

ໂນວັກ ຢໍໂຄວິດ ຄອງມື 1 ຂອງໂລກຍາວນານທີ່ສຸດ ທາບສະຖິຕິຕຳນານນັກເທັນນິສ

ໂນວັກ ຢໍໂຄວິດ ນັກເທັນນິສຊື່ດັງຈາກເຊີເບຍ ສ້າງສະຖິຕິເປັນນັກກິລາເທັນນິສທີ່ຄອງຕຳແໜ່ງມື 1 ຂອງໂລກ ຍາວນານທີ່ສຸດທຽບເທົ່າກັບສະຖິຕິຂອງ ສະເຕຟຟີ ກຣາຟ ຕຳນານນັກເທັນນິສຈາກເຢຍລະມັນ ດ້ວຍຈຳນວນ 377 ອາທິດ. ສຳລັບ ຢໍໂຄວິດ ກັບມາຄອງຕຳແໜ່ງມື 1 ຂອງໂລກເປັນຄັ້ງທຳອິດໃນຮອບ 6 ເດືອນ…