ຜູ້ບໍລິຫານລີເວີພູລ ເຈລະຈາເລື່ອງປ່ຽນຜູ້ຈັດການທີມໃຫມ່ ຫລັງ ຄລອບ ສ້າງຜົນງານຕົກຕ່ຳ

ສື່ລາຍງານວ່າ ຜູ້ບໍລິຫານລະດັບສູງຂອງລີເວີພູລ ມີການເຈລະຈາເລື່ອງການປ່ຽນແປງຕຳແໜ່ງຜູ້ຈັດການທີມ ຫລັງ ເຈີເກັນ ຄລອບ ພາ ລີເວີພູລ ສ້າງຜົນງານໄດ້ໜ້າຜິດຫວັງໃນຢູຟາ ແຊ໊ມປຽນລີກ.
ໂດຍ ລີເວີພູລ ຂອງ ຄລອບ ສະແດງຜົນງານໄດ້ຢ່າງຕົກຕຳ່ໃນລະດູການນີ້ ດ້ວຍການກຳລັງຫມົດລຸ້ນແຊ໊ມໃນທຸກລາຍການ ເລີ່ມຈາກ ພຣີເມຍລີກ ພວກເຂົາຢູ່ໃນອັນດັບ 8 ຂອງຕາຕະລາງ ພ້ອມຕົກຮອບບານ ເອຟເອ ຄັບ ແລະ ຄາຣາບາວ ຄັບ ທີ່ພວກເຂົາເປັນແຊ໊ມເມື່ອປີກາຍ ຮຽບຮ້ອຍແລ້ວ.
ຂະນະທີ່ ຢູຟາ ແຊ໊ມປຽນລີກ ພວກເຂົາມີໂອກາດຕົກຮອບ 16 ທີມສຸດທ້າຍສູງຫລາຍ ຫລັງເສຍໃຫ້ ຣຽວ ມາດຣິດ 2-5 ໃນເກມນັດທຳອິດ ເມື່ອວັນທີ 21 ກຸມພາ.
ຈາກຜົນງານທີ່ເກີດຂຶ້ນເຮັດໃຫ້ຫລ້າສຸດ “ ຄອສອອຟໄຊ ” ເປີດເຜີຍວ່າ ອະນາຄົດຂອງ ຄລອບ ກັບ ລີເວີພູລ ພວມຢູ່ໃນຄວາມບໍ່ແນ່ນອນ ຫລັງຈາກຜົນງານໃນບານຢູຟາ ແຊ໊ມປຽນລີກຫລ້າສຸດ ໂດຍຜູ້ບໍລິຫານໃຫຍ່ລີເວີພູລ ໄດ້ມີການເຈລະຈາກ່ຽວກັບການປ່ຽນແປງຜູ້ຈັດການທີມ ໂດຍເບິ່ງວ່າ ຢູລຽນ ນາເກລມັນ ຜູ້ຈັດການທີມ ບາເຢິນ ມິວນິກ ໄວ້ເປັນຕົວເລືອກ.
ແນວໃດກໍຕາມ ໃນຂະນະທີ່ຄວາມກົດດັນໃນການປົດ ຄລອບ ພົ້ນຈາກຕຳແໜ່ງ ແຕ່ຫາກຄະນະບໍລິຫານຂອງທີມມີຂໍ້ສະເໜີໃນການທີ່ຈະແຍກທາງກັບຜູ້ຈັດການທີມຊາວເຢຍລະມັນ ເຊິ່ງລາວກໍຈະໄດ້ຮັບໂອກາດໃຫ້ລາອອກແທນການຖືກປົດດ້ວຍຄວາມເຄົາລົບກັບສິ່ງທີ່ລາວເຮັດໃຫ້ ລີເວີພູລ ຕະຫລອດ 8 ປີທີ່ຜ່ານມາ.

