ກອງເຕ້ ກຽມຮັບສັນຍາໃຫມ່ຢູ່ກັບ ເຊລຊີ ແບບຍາວໆ

ເອັນໂກໂລ ກອງເຕ ກອງກາງຕົວຮັບ ເຊລຊີ ຕົກເປັນຂ່າວວ່າໃກ້ໄດ້ຕົກລົງສັນຍາໃຫມ່ກັບທີມໄດ້ແລ້ວ ທ່າມກາງຄວາມສົນໃຈຈາກຫລາຍສະໂມສອນໃນຢູໂຣບ.

ກອງກາງອາຍຸ 31 ປີ ຍັງຢູ່ໃນໄລຍະຂອງການພັກຟື້ນອາການບາດເຈັບທີ່ເຮັດໃຫ້ລາວບໍ່ໄດ້ລົງສະໜາມຫລາຍເດືອນ ຂະນະທີ່ສັນຍາສະບັບປັດຈຸບັນພວມຈະຫມົດລົງໃນໄລຍະລະດູການນີ້ ໂດຍກ່ອນໜ້ານີ້ລາວຕົກເປັນຂ່າວປະຕິເສດສັນຍາໃຫມ່ ເນື່ອງຈາກບໍ່ພໍໃຈກ່ຽວກັບຄ່າເມື່ອຍທີ່ຫລຸດລົງ ແລະ ໄດ້ໄລຍະສັນຍາໜ້ອຍກວ່າທີ່ລາວຄາດໄວ້.

ແນວໃດກໍຕາມລາຍງານຈາກ ເທເລກຣາຟ ລະບຸວ່າການເຈລະຈາຄັ້ງຫລ້າສຸດດຳເນີນໄປໄດ້ດ້ວຍດີ ກອງເຕ້ ກັບຈະກັບມາລົງສະໜາມໄດ້ໃນອີກບໍ່ເທົ່າໃດອາທິດຂ້າງໜ້າ ແລະ ລາວພ້ອມທີ່ຈະຕໍ່ສັນຍາໃຫມ່ກັບທີມດ້ວຍສັນຍາແບບ 2+1 ປີ ເຊິ່ງຈະເຮັດໃຫ້ລາວຢູ່ກັບທີມຈົນເຖິງອາຍຸ 34 ປີ ພາຍໃຕ້ສັນຍາໃຫມ່ສະບັບນີ້.

ກອງເຕ້ ລົງສະໜາມໃນເກມພຣີເມຍ ລີກ ໃຫ້ກັບ ເຊລຊີ ໄປແລ້ວເຖິງ 185 ເກມ ນັບຈາກຍ້າຍມາຮ່ວມງານດ້ວຍໃນປີ 2016.