ຫົງແຮງຕົກ ຖືກຣາຊາຊຸດຂາວບຸກມາຍິງ ແຊງຊະນະ 5-2 ຄາບ້ານ ກຸມໄຊນັດທຳອິດ ຮອບ 16 ທີມ ແຊ້ມປຽນ ລີກ

ໃນເກມນີ້ ທີມເຈົ້າບ້ານເລີ່ມຕົ້ນໄດ້ຮ້ອນແຮງກ່ອນ ແລະ ຂຶ້ນນໍາ 2-0 ຈາກການຍິງຂອງ ນູເນສ ໃນນາທີ 3 ແລະ ລູກຜິດພາດຂອງ ຄຸກທົວສ໌ ທີ່ຈັບບານໄປເຂົ້າທາງຂອງ ຊາລາ ແລະ ຍິງສວນໂຕເຂົ້າໄປໃນນາທີ 14.

ແຕ່ຫລັງຈາກນັ້ນກັບກາຍເປັນການປຸກຜີສາດຕື່ນ ເມື່ອ ມາດຣິດ ໄລ່ສອນເຊີງບານເຈົ້າບ້ານຈົນເມົາ, ເລີ່ມຈາກນາທີທີ່ 20 ວີນິຊູສ ສະແດງທັກສະການລາກເລື້ອຍກ່ອນຈະຍິງເຂົ້າເສົາທີ 2 ໄລ່ມາ 1-2 ກ່ອນຈະຕີສະເໝີ 2-2 ນາທີ 35 ຈາກຈັງຫວະທີ່ ອະລິຊອນ ເຮັດຜິດພາດ, ເຕະບານໃສ່ ວີນິຊູສ ເຂົ້າປະຕູ.

ຕໍ່ມາໃນເຄິ່ງເວລາທີສອງ ຣຽວ ມາດຣິດ ກໍ່ສະແດງຄວາມໂຫດຮ້າຍໃຫ້ທີມເຈົ້າບ້ານດ້ວຍການບຸກເຂົ້າຍິງປະຕູແບບບໍ່ຢຸດຢັ້ງ ໂດຍເລີ່ມຈາກ ມິລິເຕົາ ເອົາຫົວຕີບານຂຶ້ນນຳໃນນາທີ 46, ຄາຣິມ ເບນເຊມາ ຍິງປະຕູໄປດາດ ໂຈໂກ ເມສ ໃນນາທີທີ່ 55 ແລະ ອີກຄັ້ງໜຶ່ງຈາກ ເບນເຊມາ ສະແດງການລັອກລົບຈົນກອງຫລັງຂອງ ລິເວີພູລ ຫລັງຫັກໜີຫ່າງອອກໄປ 5-2 ໃນນາທີ 67.

ຈົບເກມ ຣຽວ ມາດຣິດ ບຸກມາຖະຫລົ່ມຍິງ ລີເວີພູລ ຄາບ້ານ 5-2 ເປີດໂອກາດເຂົ້າຮອບ 8 ທີມສຸດທ້າຍ ແຊ້ມປຽນລີກ ຢ່າງສົດໃສ ແຕ່ເຖິງຢ່າງໃດກໍຕາມ ທັງສອງຈະພົບກັນອີກຄັ້ງໃນນັດທີ 2 ແຂ່ງຂັນຢູ່ທີ່ສະຫນາມ San Stadium Thiago Bernabeu ໃນຄືນວັນທີ 15 ມີນາ ເວລາ 03:00 ໂມງ.