ປະມຸກລັດແຫ່ງກາຕ້າ ຮັບຮູ້ວ່າທົ່ວໂລກວິຈານ ກາຕ້າ ແບບໃດແດ່ ແຕ່ຂໍພິສູດໃນການ ເປັນເຈົ້າພາບບານໂລກ 2022 ນີ້

ນັບຕັ້ງແຕ່ໄດ້ຮັບສິດເປັນເຈົ້າພາບຈັດການແຂ່ງຂັນບານໂລກ 2022, ກາຕ້າ ຕ້ອງປະເຊີນໜ້າກັບກວດສອບ ແລະ ສຽງວິຈານພາກວິຈານ ກ່ຽວກັບການປະຕິບັດຕໍ່ແຮງງານອົບພະຍົບ ແລະ ຊຸມຊົນຮັກຮ່ວມເພດ ລວມທັງປະເດັນກ່ຽວກັບການເມືອງຢ່າງຕໍ່ເນື່ອງ
ເຊິ່ງ ກາຕ້າ ກໍ່ໄດ້ປະຕິເສດຕໍ່ຄຳຮ້ອງຮຽນ ແລະ ການວິພາກວິຈານຕ່າງໆມາໂດຍຕະຫລອດ ແລະ ຫລ້າສຸດມານີ້ ທ່ານ ຊີກສ ທາບີມ ບິນ ຮາມັດ ອັລທານີ ຜູ້ປົກຄອງກາຕ້າ ໄດ້ກ່າວຄຳປາໄສທາງໂທລະພາບຕໍ່ໜ້າສະພານິຕິບັນຍັດ ຂອງກາຕ້າໃນວັນອັງຄານຜ່ານມາວ່າ “ກາຕ້າ ແມ່ນຢູ່ພາຍໃຕ້ເວລາທີ່ບໍ່ເຄີຍພົບພໍ້ມາກ່ອນ ເຊິ່ງບໍ່ເຄີຍມີປະເທດເຈົ້າພາບບານໂລກຊາດໃດເຄີຍປະເຊີນກັບການວິພາກວິຈານແບບນີ້ມາກ່ອນ.”
“ໃນເບື້ອງຕົ້ນພວກເຮົາໄດ້ຈັດການກັບເລື່ອງເຫລົ່ານີ້ແລ້ວດ້ວຍຄວາມຊື່ສັດ ແຕ່ພວກເຮົາຈະຕັ້ງຄຳຖາມ ແລະ ສາເຫດ ລວມເຖິງແຮງຈູງໃຈຂອງຄົນເຮັດແຄມເປນຕໍ່ຕ້ານກາຕ້າ,”.
ເຖິງແມ່ນວ່າຈະມີການແກ້ກົດໝາຍແຮງງານໄປແລ້ວ ແຕ່ໃນຫລາຍເດືອນຜ່ານມານີ້ ກາຕ້າ ໄດ້ຖືກກົດດັນກ່ຽວກັບການດຳເນີນຄະດີທີ່ບໍ່ຍຸດຕິທຳຕໍ່ຄົນຮັກຮ່ວມເພດ
ເຊິ່ງກົດໝາຍກາຕ້າ ກຳນົດໃຫ້ຈຳຄຸກແຕ່ໜຶ່ງປີຫາສາມປີ ສຳລັບຜູ້ໃຫຍ່ຖືກຕັດສິນວ່າກະທຳຜິດທີ່ເປັນເກ ຫລື ເລສບຽນ ເຊິ່ງຫລາຍຝ່າຍມີຄວາມກັງວົນວ່າ ຄົນຮັກຮ່ວມເພດ ຈະບໍ່ປອດໄພຫາກເດີນທາງໄປກາຕ້າ ໃນລະຫວ່າງການແຂ່ງຂັນບານໂລກ, ແຕ່ ຊີກສ ທາບີມ ຢືນຢັນວ່າ “ພວກເຮົາຕ້ອງສ້າງຄວາມປະທັບໃຈກັບປະຊາຊົນທົ່ວໂລກທີ່ມາຢ້ຽມຢາມປະເທດຂອງພວກເຮົາ.”

