ທີມຊາດອອສເຕເລຍ ສະແດງຈຸດຢືນ ຕໍ່ຕ້ານການລະເມີດສິດທິມະນຸດໃນກາຕ້າ ຢ່າງເປັນທາງການ

ທີມຊາດອອສເຕເລຍ ກາຍເປັນທີມທຳອິດໃນຈຳນວນ 32 ທີມທີ່ໄດ້ເຂົ້າໄປຫລິ້ນໃນບານໂລກ 2022 ຮອບສຸດທ້າຍ ເຊິ່ງໄດ້ອອກມາສະແດງຈຸດຢືນຢ່າງຊັດເຈນ ໃນ​ການ​ຕໍ່ຕ້ານ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ໃນ​ກາ​ຕ້າ.

ອີງຕາມການລາຍງານຂອງໜັງສືພິມ The Sydney Morning Herald, ໜັງສືພິມລາຍວັນຂອງອອສເຕເລຍ ວັນພະຫັດທີ່ຜ່ານມາ ​ບານ​ເຕະທີມ​ຊາດ​ອອສເຕເລຍ​ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ​ປະ​ນາມ​ກາ​ຕ້າ ກ່ຽວ​ກັບ​ການ​ກົດ​ຂີ່ແຮງງານ​ອົບ​ພະ​ຍົບຂ້າມຊາດ ​ແລະ​ການກີດກັ້ນຄວາມສຳພັນລະຫວ່າງ​ເພດ​ດຽວ​ກັນ ໂດຍໄດ້ນໍານັກເຕະທີມຊາດອອສເຕເລຍ 16 ຄົນ ມາສື່ສານຜ່ານຂໍ້ຄວາມວິດີໂອ

ເບິ່ງຄລິບ: https://twitter.com/thepfa/status/1585360307102552064

ນັກເຕະ​ໄດ້​ກ່າວ​ໃນ​ຄລິບ​ວີ​ດີ​ໂອ​ວ່າ​ “ການຕັດສິນໃຈເປັນເຈົ້າພາບບານໂລກຂອງກາຕ້າ ໄດ້​ສົ່ງ​ຜົນ​ໃຫ້​ເກີດຄວາມທຸກທໍລະມານ ແລະ ອັນຕະລາຍຕໍ່ຜູ້​ອອກ​ແຮງ​ງານ​ອົບ​ພະຍົບ​ນັບ​ບໍ່​ຖ້ວນ​ ການຈັດການກັບບັນຫາເຫລົ່ານີ້ບໍ່ແມ່ນເລື່ອງງ່າຍ ແລະ ເຮົາຍັງບໍ່ສາມາດແກ້ໄຂໄດ້ທັງຫມົດ.”

“ເຮົາຢືນຢັດຮ່ວມກັບອົງການຕ່າງໆທີ່ກ່ຽວຂ້ອງ ​ເພື່ອ​ຊອກ​ຫາແນວທາງ​ປະຕິ​ຮູບ ​ແລະ ສ້າງ​ການ​ປ່ຽນ​ແປງ​ທີ່​ດີ​ໃນກາ​ຕ້າ ລວມທັງການສ້າງຕັ້ງສູນອົບພະຍົບ ການ​ແກ້​ໄຂ​ສໍາ​ລັບ​ຜູ້​ທີ່​ຖືກກີດກັນສິດທິ​ຂອງ​ເຂົາ​ເຈົ້າ​ ແລະ​ ການ​ຕັດ​ສິນຫລຸດທອນການ​ລະ​ເມີດ​ຄວາມ​ສຳພັນ​ຂອງ​ເພດ​ດຽວ​ກັນ​ທັງ​ໝົດ.”

“ນີ້ແມ່ນສິດຂັ້ນພື້ນຖານທີ່ທຸກຄົນຄວນມີ ​ແລະ​ ຈະ​ຮັບປະກັນ​ຄວາມ​ຈະເລີນກ້າວໜ້າຢ່າງ​ຕໍ່​ເນື່ອງໃຫ້ກັບກາ​ຕ້າ ທີ່ຈະກ້າວໄປໄດ້ໄກກວ່າການເປັນເຈົ້າພາບບານໂລກ 2022.”

ຕໍ່ມາທີມບານເຕະທີມຊາດອອສເຕເລຍ ໄດ້ອອກຖະແຫລງການແຍກຕ່າງຫາກ ເຊິ່ງປະກາດວ່າ “ງານແຂ່ງຂັນ​ກິລາ​ທີ່​ເກີດ​ຈາກ​ຄວາມ​ທຸກ​ທໍລະມານ​ຂອງ​ແຮງງານ​ອົບ​ພະຍົບ ​ແລະ ຄອບຄົວ​ຂອງ​ເຂົາ​ເຈົ້າ. ພວກເຮົາບໍ່ສາມາດຍອມຮັບສິ່ງເຫລົ່ານັ້ນໄດ້.”

“ຍ້ອນ​ວ່າ​ກິລາ​ບານ​ເຕະ​ແມ່ນ​ກິລາ​ທີ່ມີຄວາມຫລາກຫລາຍທາງດ້ານ​ວັດທະນະທຳຫລາຍ​ທີ່​ສຸດ​ໃນ​ປະ​ເທດ​ພວກ​ເຮົາ. ພວກເຮົາເຊື່ອວ່າທຸກຄົນຄວນມີຄວາມຮູ້ສຶກປອດໄພ ແລະ ມີອິດສະລະທີ່ຈະສະແດງໂຕຕົນທີ່ແທ້ຈິງຂອງເຂົາເຈົ້າອອກມາຜ່ານໂລກຂອງບານເຕະ.”

ໃນຂະນະ​ທີ່ ອອສເຕເລຍ ​​ກາຍ​ເປັນ​ປະ​ເທດ​ທຳ​ອິດ​ທີ່ອອກມາຕໍ່ຕ້ານ​ການ​ລະ​ເມີດ​ສິດທິ​ມະນຸດ​ໃນ​ກາ​ຕ້າ​ຢ່າງ​ເປັນ​ທາງ​ການ, ​ປະ​ເທດ​ອື່ນໆເອງ​ກໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງລັກສະນະກ່ຽວກັບ​ບັນຫາ​ສິດທິ​ມະນຸດ​ທີ່​ເກີດຂຶ້ນໃນກາ​ຕ້າ​ເຊັ່ນດຽວກັນ.