ເອຟເວີຕັນ ຄຸມແຟນບານທີ່ຂວ້າງກວດນ້ຳໃສ່ ລູກາສ ດີນ ໄດ້ແລ້ວ

ສະໂມສອນ ເອເວີຕັນ ຖະແຫລງການຈັບແຟນບານຜູ້ກໍ່ເຫດຂວາງກວດນ້ຳໃສ່ 2 ນັກເຕະດັງຂອງ ແອສຕັນ ວິລລາ ໃນເກມພຣີເມຍລີກ ນັດຫລ້າສຸດ.
ເຫດການດັ່ງກ່າວເກີດຂຶ້ນລະຫວ່າງເກມທີ່ ເອຟເວີຕັນ ເປີດສະຫນາມເສຍໃຫ້ ແອສຕັນ ວິລລາ ໄປຢ່າງຫນ້າເຈັບໃຈ 0-1 ຈາກການຍິງປະຕູໄຊຂອງ ເອມິເລຍໂນ ບຣູເອັນເດຍ ໃນໄລຍະທົດເວລາບາດເຈັບເຄິ່ງເວລາທຳອິດ.
ເຊິ່ງຫລັງຈາກໄດ້ປະຕູດັ່ງກ່າວ ເຫລົ່ານັກເຕະຂອງທີມແອສຕັນ ວິລລາ ກໍແລ່ນເຂົ້າໄປສະແດງຄວາມດີໃຈນຳກັນຢູ່ມຸມທຸງ ເຊິ່ງຢູ່ຫນ້າເຫລົ່າກອງເຊຍເຈົ້າຖິ່ນ ເຮັດໃຫ້ມີແຟນບານເອຟເວີຕັນຄົນຫນຶ່ງເກີດຄວາມບໍ່ພໍໃຈ ຂວາງກວດນ້ຳລົງມາໃນສະຫນາມ ຈົນໄປຖືກຫົວຂອງ ລູກາສ ດີນ ແລະ ແມັດຕີ ແຄສ ສອງຜູ້ຫລິ້ນຂອງທີມຢາມ ຈົນການເປັນເຫດການຄັ້ງນີ້.
ແຕ່ຫລັງຈາກນັ້ນບໍ່ດົນ ຫລ້າສຸດ ເອຟເວີຕັນ ກໍໄດ້ອອກມາຖະແຫລງການຢືນຢັນວ່າ ສາມາດຈັບກຸມຕົວແຟນບານຜູ້ຕ້ອງສົງໄສ ແລະ ປັດຈຸບັນຢູ່ໃນການຄວບຄຸມຕົວຂອງເຈົ້າຫນ້າທີ່ຕຳຫລວດຮຽບຮ້ອຍແລ້ວ.
ຖະແຫລງການບຸວ່າ ຝ່າຍຮັກສາຄວາມປອດໄພຂອງເອຟເວຕັນ ແລະ ຕຳຫລວດ ໄດ້ມີການເບິ່ງພາບຈາກກ້ອງວົງຈອນປິດເພື່ອລະບຸຕົວຜູ້ກໍ່ເຫດ ກ່ອນຈະນຳມາສູ່ການຈັບກຸມຕົວໃນທີ່ສຸດ.
ແລະ ຈາກຄວາມປະລາໄຊດັ່ງກ່າວ ເຮັດໃຫ້ປັດຈຸບັນ ເອຟເວີຕັນ ຕົກລົງໄປຢູ່ໃນອັນດັບທີ 16 ຂອງຕາຕະລາງ ມີຢູ່ພຽງ 19 ຄະແນນ ຈາກ 20 ນັດ ຫ່າງຈາກເຂດຕົກຊັ້ນພຽງ 4 ຄະແນນເທົ່ານັ້ນ.

