ວາຟາວີ ສ້າງປະຫວັດສາດນັກສະນຸກເກີ ອີຣ່ານ ຄົນທຳອິດ ຄວ້າແຊ໊ມ ຊູດເອົາ ອັນດັບໂລກຖືກເລື່ອນຂຶ້ນ 19 ຂັ້ນ

ໃນທີ່ສຸດ ວັນທີ່ແຟນສະນຸກເກີຊາວອີຣ່ານທັງປະເທດທີ່ຄອຍຖ້າກໍໄດ້ມາເຖິງ ເມື່ອ ອອສຊຽນ ວາຟາອີ ນັກສະນຸກເກີມື 42 ຂອງໂລກ ສາມາດຫັກປາກກາຊຽນຄວ້າແຊ໊ມສະນຸກເກີເຟຣມດຽວເສຍແລ້ວຕັດອອກ ເສິກຊູດເອົາ 2022 ໄດ້ຢ່າງເຫລືອເຊື່ອ.
ຮອບຊີງຊະນະເລີດ ວາຟາອີ ເອົາຊະນະອະດີດແຊ໊ມໂລກ 3 ສະໄຫມ ຄື ມາກ ເຈ ວິລລຽມ ມື 8 ຂອງໂລກຈາກເວລ ໄປໄດ້ 71-0 ຄະແນນ ຢູ່ສັງວຽກນມໍນິ້ງໄຊອາຣີນາ ເມືອງເລສເຕີ ປະເທດອັງກິດ ເມື່ອຕອນເດິກຂອງວັນອາທິດທີ 23 ມັງກອນທີ່ຜ່ານມາ.
ການຄວ້າແຊ໊ມດັ່ງກ່າວ ໄດ້ເຮັດໃຫ້ ອອສຊຽນ ວາຟາອີ ສ້າງປະຫວັດສາດດ້ວຍການກາຍເປັນນັກສະນຸກເກີຄົນທຳອິດຂອງປະເທດອີຣ່ານ ທີ່ຄວ້າແຊ໊ມລາຍການລະດັບ Worl Ranking ມາຄອງ.
ແລະຍັງຮັດໃຫ້ນັກສະນຸກເກີອາຍຸ 27 ປີ ຄວ້າເງິນລາງວັນສຳລັບຕຳແຫນ່ງແຊ໊ມອີກ 50,000 ປອນ ພ້ອມຮັບຄະແນນສະສົມອີກ 50,000 ຄະແນນນຳອີກ.
ຈາກການໄດ້ຄະແນນສະສົມເພີ່ມຂຶ້ນເຄິ່ງແສນ ໄດ້ເຮັດໃຫ້ອັນດັບໂລກຂອງລາວເລື່ອນຂຶ້ນເຖິງ 19 ອັນດັບ ຈາກອັນດັບ 42 ຂຶ້ນມາຄອງອັນດັບ 23 ຂອງໂລກແລ້ວ ນັບເປັນອັນດັບໂລກທີ່ດີທີ່ສຸດຕັ້ງແຕ່ລົງແຂ່ງຂັນສະນຸກເກີອາຊີບໂລກຄັ້ງເມື່ອປີ 2011 ນຳອີກ.
ຍິ່ງໄປກວ່ານັ້ນ ຍັງເຮັດໃຫ້ນັກສະນຸກເກີຈາກດິນແດນເປີເຊຍຄົນນີ້ ມີຄແນນສະສົມສະເພາະລະດູການປັດຈຸບັນ ຂຶ້ນໄປຢູ່ອັນດັບ 9 ເປັນທີ່ຮຽບຮ້ອຍ.
ຖືວ່າມີໂອກາດສູງທີ່ລາວຈະຄວ້າໂກຕ້າເຂົ້າຮ່ວມລົງແຂ່ງຂັນໃນລາຍການໃຫຍ່ເຊັ່ນ ເພລເຢີ ແຊ໊ມປຽນຊິບ ເປັນຄັ້ງທຳອິດ ເຊິ່ງຈະແຂ່ງຂັນໃນເດືອນຫນ້າ.

