ຄະນະປະຕິຮູບລັດວິສາຫະກິດໄຟຟ້າລາວວຽກເປົ້າມາຍ 7 ກຸ່ມວຽກໃຫຍ່ 26 ແຜນງານ ໃຫ້ສຳເລັດ
ວັນທີ 26 ທັນວາ 2022 ຜ່ານມານີ້ ລັດວິສາຫະກິດໄຟຟ້າລາວປະກາດການແຕ່ງຕັ້ງ-ສັບຊ້ອນພະນັກງານນໍາພາຂັ້ນຄະນະຝ່າຍທີ່ຂຶ້ນກັບລັດວິສາຫະກິດໄຟຟ້າລາວ ໂດຍການເຂົ້າຮ່ວມຂອງ ຂອງທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະປະຕິຮູບລັດວິສາຫະກິດໄຟຟ້າລາວ, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫ່ຍລັດວິສາຫະກິດໄຟຟ້າລາວ, ມີຄະນະປະຕິຮູບ. ຂໍ້ຕົກລົງຂອງຜູ້ອໍານວຍການລັດວິສາຫະກິດໄຟຟ້າລາວໄດ້ເຫັນດີແຕ່ງຕັ້ງ-ສັບຊ້ອນພະນັກງານນໍາພາຂັ້ນຄະນະຝ່າຍ ແລະ ຫ້ອງການໄຟຟ້າລາວຄື:…










