ທ່ານ ພັນຄຳ ວິພາວັນ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວອຳລາຕຳແໜ່ງ

ທ່ານ ພັນຄຳ ວິພາວັນ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວອຳລາຕຳແໜ່ງ ໃນຕອນບ່າຍວັນທີ 30 ທັນວາ 2022, ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ມີທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມດ້ວຍຄະນະລັດຖະບານ ການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ພັນຄຳ ວິພາວັນ ກ່າວວ່າ: ດັ່ງທີ່ພວກເຮົາຮັບຮູ້ນຳກັນແລ້ວວ່າໃນຫລາຍປີຜ່ານມາ ປະເທດເຮົາພົບກັບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ທັງໄດ້ຮັບຜົນກະທົບອັນໜັກໜ່ວງຢ່າງຫລີກລ່ຽງບໍ່ໄດ້ຈາກແຜ່ລະບາດຂອງພະຍາດໂຄວິດ-19, ຜົນກະທົບທີ່ທົດຖອຍຢ່າງໜັກໜ່ວງຂອງເສດຖະກິດໂລກ.

ຕະຫລອດໄລຍະທີ່ດຳລົງຕຳແໜ່ງນາຍົກລັດຖະມົນຕີ ຂ້າພະເຈົ້າໄດ້ອຸທິດສະຕິປັນຍາ ແລະ ເຫື່ອແຮງຂອງຕົນເຂົ້າໃນການປະຕິບັດໜ້າທີ່ ພ້ອມທັງໝູ່ຄະນະລັດຖະບານ ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດທີ່ໜັກໜ່ວງ ເຊິ່ງກໍມີຫລາຍດ້ານໄດ້ຮັບຜົນສຳເລັດຕາມຄວາມໝາຍ, ພ້ອມກັນນັ້ນຍັງມີວຽກງານສຳຄັນຈຳນວນໜຶ່ງຍັງບໍ່ສາມາດບັນລຸໄດ້ຕາມມຸ້ງຫວັງຄາດໝາຍທີ່ວາງໄວ້, ເຊິ່ງສິ່ງດັ່ງກ່າວເປັນຂໍ້ທ້າທາຍ ແລະ ຫຍຸ້ງຍາກທີ່ປະເທດຊາດລາວເຮົາຕ້ອງໄດ້ສືບຕໍ່ແກ້ໄຂຕໍ່ໄປ.