ທ່ານນາຍົກເຄື່ອນໄຫວຊຸກຍູ້ການຜະລິດເມືອງຊະນະຄາມ

 ໃນວັນທີ 13 ມີນານີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ຄະນະ, ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານການຜະລິດເປັນສີນຄ້າ ແລະ ແກ້ໄຂຄວາມທຸກຍາກຢູ່ເມືອງຊະນະຄາມແຂວງວຽງຈັນ ແລະ ໄດ້ໃຫ້ກຽດໂອ້ລົມບັນດາຄະນະນໍາຂອງແຂວງ ແລະ ເມືອງ, ຊຶ່ງກ່ອນອື່ນໄດ້ສະແດງຄວາມຊົມເຊີຍຜົນສຳເລັດປະຊາຊົນແຂວງວຽງຈັນເວົ້າລວມ, ເວົ້າສະເພາະແມ່ນຊາວເມືອງຊະນະຄາມສາມາດຍາດມາໄດ້ໃນໄລຍະຜ່ານມາ….

ຍ້ອນຫຍັງມວນຊົນຈິ່ງຫັນມາໃຊ້ລົດເມສາທາລະນະຫລາຍຂຶ້ນ ?

  ຕາມການໃຫ້ສໍາພາດຂອງທ່ານ ຄຳພູນ ເຕເມລາດ ອຳນວຍການລັດວິສາຫະກິດລົດເມນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ພາຍຫລັງໄດ້ມີການນໍາໃຊ້ລົດເມທີ່ໄດ້ຮັບການຊ່ວຍເຫລືອລ້າຈາກອົງການໄຈກາປະເທດຍີ່ປຸ່ນຈໍານວນ 42 ຄັນເມື່ອປີ 2015 ເປັນຕົ້ນມາ, ໄປຄຽງຄູ່ກັບການປັບປຸງຂອດບໍລິການໃຫ້ມີຄວາມສະດວກວ່ອງໄວ, ປອດໄພ, ຄາລາປະຢັດ ແລະ ຂະຫຍາຍເສັ້ນທາງບໍລິການໃຫ້ກວ້າງຂວາງເພື່ອຊ່ວຍຫລຸດຜ່ອນບັນຫາການສັນຈອນແອອັດໃນຕົວເມືອງ, ເຊິ່ງປາກົດວ່າໄດ້ມີມວນຊົນໃຫ້ຄວາມສົນໃຈຫັນມາໃຊ້ບໍລິການລົດເມເພີ່ມຂຶ້ນເປັນລໍາດັບ ຄື: 2016 ຜ່ານມາ,…

ລັດຖະບານລາວມີຄວາມພະຍາຍາມສູງໃນການປົກປ້ອງສິດຄົນພິການ

  ວັນທີ 14 ມີນານີ້, ກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ, ກົມນະໂຍບາຍຕໍ່ຜູ້ມີຜົນງານ, ກະຊວງແຮງານ ແລະ ສະຫວັດດີການສັງຄົມ ແລະ ສະຫະພາບເອີຣົບ ປະຈຳລາວ, ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການສົ່ງເສີມ ແລະ ປົກປ້ອງສິດຂອງຄົນພິການ, ຂຶ້ນທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ…

ປະຊາຊົນບ້ານເຕົ່າ-ສະແງເລັ່ງສ້ອມແປງເຮືອນຫລັງຖືກພະຍຸພັດເປ່ເພ

  ແຫລ່ງຂ່າວທ້ອງຖິ່ນ ໃຫ້ຮູ້ວ່າ: ປັດຈຸບັນປະຊາຊົນບ້ານເຕົ່າ ແລະ ບ້ານສະແງ, ເມືອງນາໝໍ້, ແຂວງອຸດົມໄຊຫລາຍກວ່າ 50 ຄອບຄົວ, ພວມເລັ່ງສ້ອມແປງເຮືອນຊານຂອງຕົນທີ່ໄດ້ຮັບຜົນກະທົບ ແລະ ເປ່ເພຈາກລົມພະຍຸພັດຜ່ານຢ່າງຮຸນແຮງເມື່ອທ້າຍອາທິດຜ່ນມານີ້. ຕາມການລາຍງານຂອງອໍານາດການປົກຄອງບ້ານທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດຄັ້ງນີ້ ໃຫ້ຮູ້ວ່າ: ເວລາປະມານ 18:00 ໂມງຂອງວັນທີ 9 ມີນາຜ່ານມາ,…

ຍ້ອນຫຍັງສະພາບເປືະເປື້ອນ-ແອອັດເຂດຕະຫລາດເຊົ້າ-ຂົວດິນບໍ່ໄດ້ຮັບການແກ້ໄຂ

   ຜູ້ທີ່ຜ່ານໄປມາ, ກໍຄືຊາວຄ້າຂາຍເຂດຕະຫລາດເຊົ້າ, ຕະຫຼາດຂົວດິນຕ່າງກໍຄົງຈະເຫັນສະພາບແວດລ້ອມເຂດດັ່ງກ່າວ, ໂດຍສະເພາະແມ່ນເສັ້ນທາງຄູວຽງເຂດຕິດກັບຄອງລະບາຍນ້ຳຕະຫລາດຂົວດິນຫາໜອງຈັນແມ່ນມີສະພາບແອອັດ ແລະ ເປີະເປື້ອນມາດົນແລ້ວ, ຊຶ່ງຜ່ານມາສື່ພວກເຮົາກໍເຄີຍນຳສະເໝີໄປແລ້ວຫລາຍຄັ້ງແຕ່ກໍບໍ່ໄດ້ຮັບການແກ້ໄຂ, ປັງປຸງແຕ່ຢ່າງໃດ, ຊ້ຳບໍ່ໜ່ຳນັບມື້ຍິ່ງມີສະພາບຊຸດໂຊມ ແລະ ແອອັດຫລາຍຂື້ນ, ເຫັນໄດ້ຈາກສະພາບແອອັດຂອງການຈອດລົດ ແລະ ການວາງຂາຍເຄື່ອງຕາມສອງຝາກທາງດັ່ງກ່າວທີ່ມີຄວາມແອອັດຢູ່ແລ້ວຍິ່ງເພີ່ມທະວີຂື້ນຕື່ມອີກ ແລະ ຍັງບໍ່ພໍບາງບ່ອນມີຮອດລົດໂດຍສານຈອດຮຽງກັນເຖິງສອງຄັນກໍມີ, ອັນໄດ້ເຮັດໃຫ້ສະພາບການສັນຈອນພົບຄວາມຫຍຸ້ງຍາກລຳບາກທີ່ສຸດ, ຊຶ່ງຜ່ານມາກໍມີສຽງຈົ່ມວ່າ ແລະ…

ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ເນັ້ນໃຫ້ເລັ່ງແກ້ໄຂແຮງງານເຖື່ອນຢູ່ລາວ

          ໃນໂອກາດເຂົ້າຮ່ວມກອງປະຊຸມສະຫລຸບຕີລາຄາ ແລະ ຖອດຖອນບົດຮຽນການຈັດຕັ້ງປະຕິບັດການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ແກ່ຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຢູ່ລາວ ໃນຂອບເຂດທົ່ວປະເທດ, ເມື່ອວັນທີ 14 ມີນານີ້, ທີ່ນະຄອນຫລວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ແນະນຳໃຫ້ທິດກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ກະຊວງປ້ອງກັນຄວາມສະຫງົບ…

ການອອກບັດໃຫ້ຄົນຕ່າງປະເທດເຂົ້າເມືອງ ຜິດກົດໝາຍຍັງພົບບັນຫາຫຍຸ້ງຍາກ

          ໃນວັນທີ 13-14 ມີນານີ້, ກະຊວງແຮງງານ, ສະຫວັດດີການສັງຄົມ ແລະ ກະ ຊວງປ້ອງກັນຄວາມສະຫງົບ, ໄດ້ຈັດກອງປະຊຸມສະຫລຸບ ຈັດຕັ້ງປະຕິບັດການຂຶ້ນທະບຽນ ແລະ ອອກບັດອະນຸ ຍາດເຄື່ອນໄຫວ ຊົ່ວຄາວໃຫ້ຄົນຕ່າງປະເທດ, ໂດຍການເປັນປະທານຂອງທ່ານລັດຖະມົນຕີກະຊວງແຮງ ງານ ແລະ ສະຫວັດດີການສັງຄົມ ຄຳແພງ…

ປີນີ້ທະນາຄານກະສິກອນໄທຢູ່ລາວຕັ້ງເປົ້າບັນລຸຍອດສີນເຊື່ອ 1.800 ລ້ານບາດ

  ຜູ້ບໍລິຫານລະດັບສູງຂອງທະນາຄານກະສິກອນໄທໃຫ້ຮູ້ໃນພິທີເປີດສໍານັກງານໃຫຍ່ປະຈໍາລາວທີ່ຖະໜົນລ້ານຊ້າງ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ເມື່ອວັນທີ 13 ມີນານີ້ວ່າ: ການເຂົ້າມາລົງທຶນສ້າງຕັ້ງສໍານັກງານໃຫຍ່ໃນລາວນີ້, ເປັນການເພີ່ມຊ່ອງທາງເຂົ້າເຖິງກຸ່ມລູກຄ້າທຸລະກິດໃນລາວ, ເພື່ອຕອບສະໜອງດ້ານການຄ້າ ແລະ ການລົງທຶນຈາກນັກລົງທຶນຕ່າງປະເທດ ແລະ ໄທທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ພ້ອມເປັນສູນກາງເຊື່ອມໂຍງທຸລະກິດຈາກພາກພື້ນສູ່ ສປປ ລາວ. ປັດຈຸບັນ, ສປປ ລາວ…

ໄຟໄໝ້ເຮືອນປະຊາຊົນ 6 ຫລັງຢູ່ບ້ານຍາພະ

          ເຈົ້າໜ້າທີ່ມອດໄຟ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເວລາປະມານທ່ຽງຄືນຂອງວັນທີ 11 ມີນາຜ່ານມານີ້, ໄດ້ເກີດໄຟໄໝ້ເຮືອນປະຊາຊົນຢູ່ບ້ານຍະພະ, ໜ່ວຍ 18, ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນຢ່າງຮຸນແຮງ, ເຈົ້າໜ້າທີ່ໄດ້ນຳໃຊ້ລົດນ້ຳເກືອບ 10 ຄັນ ແລະ ກຳລັງຈຳນວນໜຶ່ງເຂົ້າຊ່ວຍເຫລືອຢ່າງຮີບດ່ວນ, ຜ່ານໄປຫລາຍຊົ່ວໂມງ ຈຶ່ງສາມາດຄວບຄຸມໄຟໄດ້ສຳເລັດ, ແຕ່ກໍຍັງເຮັດໃຫ້ເຮືອນ…

ລາວ-ໄທ ຫາລືການແລກປ່ຽນຊື້ຂາຍສິນຄ້າລະຫວ່າງປະເທດ

          ວັນທີ 13 ມີນານີ້, ກົມສົ່ງເສີມການຄ້າລະຫວ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສະພາອຸດສາຫະກຳ, ກະຊວງພານິດ ປະເທດໄທ, ໄດ້ຈັດເຈລະຈາທຸລະກິດການຄ້າລາວ-ໄທ ຂຶ້ນທີ່ນະຄອນຫລວງວຽງຈັນ, ໂດຍມີນັກທຸລະກິດຈາກປະເທດລາວ ແລະ ໄທເຂົ້າຮ່ວມຫລາຍກວ່າ 50 ພາກ ສ່ວນ,…