ປຽບທຽບ ຂໍ້ດີ-ຂໍ້ເສຍ ເມື່ອລູກເປີດປະຕູເຂົ້າສູ່ໂລກອິນເຕີເນັດ

ອົງການຢູນິເຊຟ (Unicef) ຊີ້ວ່າ ໃນດ້ານດີ: ເຕັກໂນໂລຊີດິຈິຕອນຊ່ວຍໃຫ້ເດັກນ້ອຍເຂົ້າເຖິງແຫຼ່ງຂໍ້ມູນ ແລະ ເຂົ້າເຖິງຊຸມຊົນທີ່ໃຫຍ່ຂຶ້ນ, ຊ່ວຍສ້າງໂອກາດໃນອະນາຄົດດ້ານການງານ ແລະ ອາຊີບ.
ແຕ່ຢູນິເຊຟຍັງເຕືອນເຖິງຜົນເສຍເຊັ່ນກັນ ໂດຍຊີ້ວ່າ ອິນເຕີເນັດອາດນໍາມາຊຶ່ງສິ່ງທີ່ເປັນອັນຕະລາຍ ແລະ ສ້າງຄວາມຄຽດ ໂດຍສະເພາະເດັກນ້ອຍທີ່ບໍ່ຮູ້ຈັກໃຊ້ອິນເຕີເນັດຢ່າງຮອບຄອບ.
ລໍເຣນຊ໌ແຊນດີ້ ຜູ້ອໍານວຍການຝ່າຍການວິໄຈທາງດ້ານຂໍ້ມູນ ແລະ ນະໂຍບາຍແຫ່ງຢູນິເຊຟ ກ່າວວ່າ: ການເຂົ້າເຖິງອິນເຕີເນັດມີປະໂຫຍດຫຼາຍຢ່າງ, ທ່ານກ່າວວ່າ ອິນເຕີເນັດຊ່ວຍປ່ຽນແປງຊີວິດເດັກນ້ອຍໄດ້ ໂດຍສະເພາະເດັກທີ່ມີໂອກາດໜ້ອຍ ຫຼື ເດັກນ້ອຍພິການທີ່ອາໄສໃນເຂດຫ່າງໄກສອກຫຼີກ.
ແຕ່ລາຍງານຂອງຢູນິເຊຟຕີລາຄາວ່າ ມີເດັກເກືອບ 1 ໃນ 3 ຂອງເຍົາວະຊົນທົ່ວໂລກບໍ່ມີອິນເຕີເນັດໃຊ້ ສ່ວນໃຫຍ່ຢູ່ໃນປະເທດກໍາລັງພັດທະນາ ຍົກຕົວຢ່າງໃນອາຟຣິກາ ມີພຽງ 40% ຂອງເດັກນ້ອຍທັງໝົດທີ່ບໍ່ມີອິນເຕີເນັດໃຊ້ ຂະນະທີ່ເອີຣົບ ມີເດັກ 88% ເຂົ້າເຖິງອິນເຕີເນັດ.
ລາຍງານຂອງຢູນິເຊຟຊີ້ວ່າ ເດັກທີ່ບໍ່ມີອິນເຕີເນັດໃຊ້ເຫຼົ່ານີ້ ສູນເສຍໂອກາດທີ່ຈະໄດ້ຮັບປະໂຫຍດຈາກການໃຊ້ອິນເຕີເນັດ ຢູນິເຊຟເອີ້ນຊ່ອງວ່າງລະຫວ່າງເດັກທີ່ເຂົ້າເຖິງອິນເຕີເນັດໄດ້ຢ່າງງ່າຍດາຍກັບເດັກທີ່ບໍ່ມີໂອກາດໃຊ້ອິນເຕີເນັດວ່າ “ຊ່ອງວ່າງທາງດິຈິຕອນ”.
ບັນດາຜູ້ຊ່ຽວຊານຢູນິເຊຟກວ່າວ່າ “ຊ່ອງວ່າງທາງດິຈິຕອນ” ບໍ່ຍຸຕິທໍາ ແລະ ຈະຕ້ອງປັບປຸງ ພວກເຂົາຢໍ້າວ່າເດັກໃນທຸກທົນທຸກແຫ່ງທົ່ວໂລກ ຈະຕ້ອງເຂົ້າເຖິງເຄື່ອງມືຕ່າງໆ ທີ່ຈະຊ່ວຍໃຫ້ມີສ່ວນຮ່ວມ ແລະ ແຂ່ງຂັນໃນເສດຖະກິດຍຸກດິຈິຕອນທີ່ເຕີບໃຫຍ່ຕະຫຼອດເວລາ.
ສໍາລັບຜົນເສຍ ຢູນິເຊຟລາຍງານວ່າ ຜູ້ໃຊ້ອິນເຕີເນັດ 1 ໃນ 3 ຄົນທົ່ວໂລກເປັນເດັກ ແລະ ເຖິງວ່າມີເດັກຈໍານວນຫຼາຍທີ່ໃຊ້ອິນເຕີເນັດ. ອົງການຢູນິເຊຟຊີ້ວ່າ ຍັງມີຄວາມຮູ້ໜ້ອຍຫຼາຍກ່ຽວກັບຜົນກະທົບທາງລົບຈາກເຕັກໂນໂລຊີດິຈິຕອນຕໍ່ເດັກ ແລະ ທີ່ສໍາຄັນໄປກວ່ານັ້ນ ລາຍງານຢູນິເຊຟຊີ້ວ່າ ຍັງບໍ່ມີການປ້ອງກັນເດັກ ຈາກອັນຕະລາຍຂອງໂລກດິຈິຕອນ.
ຍົກຕົວຢ່າງ ເດັກຈໍານວນຫຼາຍທົ່ວໂລກ ມີຂໍ້ມູນສ່ວນຕົວປາກົດໃນໂລກດິຈິຕອນກ່ອນທີ່ເດັກໆ ຈະຍ່າງໄດ້ ຫຼື ເວົ້າໄດ້ອີກ ເພາະພໍ່ແມ່ເປັນຄົນໂພສຮູບລູກໆ ແລະ ບອກເລົ່າເລື່ອງລາວກ່ຽວກັບລູກໃນໂລກດິຈິຕອນ.
ນອກຈາກນີ້ ອາດມີການຈັດເກັບຂໍ້ມູນກ່ຽວກັບສຸຂະພາບຂອງລູກໃນ cloud ອີກດ້ວຍ. ເມື່ອເດັກໆເຕີບໃຫຍ່ຂຶ້ນ ເດັກໆອາດຈະແຊຣ໌ຂໍ້ມູນເພີ່ມເຕີມກ່ຽວກັບຕົນເອງ ຫຼື ຮູບພາບວິດີໂອໃນໂລກດິຈິຕອນ ແຕ່ການເປີດເຜີຍຂໍ້ມູນສ່ວນຕົວຕໍ່ສາທາລະນະໃນໂລກດິຈິຕອນ ອາດເຮັດໃຫ້ເດັກນ້ອຍສ່ຽງຕໍ່ອັນຕະລາຍ.
ແຊນດີ້ ຜູ້ອໍານວຍການຝ່າຍການວິໄຈທາງດ້ານຂໍ້ມູນ ແລະ ນະໂຍບາຍແຫຼ່ງຢູນິເຊຟ ກ່າວວ່າ ຄວາມສ່ຽງທີ່ວ່ານີ້ໝາຍລວມເຖິງການນໍາຂໍ້ມູນສ່ວນຕົວຂອງເດັກໄປໃຊ້ໃນທາງທີ່ຜິດ, ການເຂົ້າເຖິງຂໍ້ມູນທີ່ເປັນອັນຕະລາຍຕໍ່ເດັກ ແລະ ການລັງແກເດັກໃນໂລກໄຊເບີຣ໌.
ນອກຈາກນີ້, ແຊນດີ້ ຍັງຊີ້ວ່າ ເດັກຍັງສ່ຽງຕໍ່ການຕົກເປັນເຫຍື່ອຂອງເຄືອຂ່າຍອາຊະຍາກໍາທາງອອນລາຍອີກດ້ວຍ. ທ່ານກ່າວວ່າ ເຄືອຂ່າຍອາຊະຍາກໍາທາງອອນລາຍຈ້ອງໃຊ້ເດັກເພື່ອຜົນປະໂຫຍດ ບໍ່ວ່າຈະເປັນການລັກລອບຄ້າມະນຸດ ແລະ ການທໍາຮ້າຍທາງເພດເດັກທາງອອນລາຍ. ທ່ານກ່າວວ່າ ການຮັກສາຄວາມເປັນສ່ວນຕົວຂອງເດັກໃນໂລກດິຈິຕອນເປັນບັນຫາສໍາຄັນຫຼາຍທີ່ສຸດ.
ລໍເຣນຊ໌ ແຊນດີ້ ຜູ້ອໍານວຍການຝ່າຍການວິໄຈຂໍ້ມູນ ແລະ ນະໂຍບາຍແຫ່ງຢູນິເຊຟ ກ່າວວ່າ ຢູນິເຊຟເນັ້ນຄວາມສໍາຄັນຂອງການມີມາດຕະການປົກປ້ອງຂໍ້ມູນສ່ວນຕົວຂອງເດັກໃນໂລກດິຈິຕອນ ບໍ່ໃຫ້ຕົກໄປຢູ່ໃນມືຂອງຄົນທີ່ບໍ່ຫວັງດີ ແລະ ຕ້ອງປົກປ້ອງຂໍ້ມູນສະແດງຕົວຕົນຂອງເດັກ ແລະ ກ່າວວ່າ ບັນຫານີ້ກໍາລັງເປັນເລື່ອງທີ່ມີຄວາມສໍາຄັນເພີ່ມຂຶ້ນຕະຫຼອດເວລາ.
ຢູນິເຊຟ ໄດ້ຂໍໃຫ້ລັດຖະບານໃນປະເທດຕ່າງໆ, ໂຮງຮຽນ ແລະ ທຸດລະກິດ ດ້ານເຕັກໂນໂລຊີດິຈິຕອນ ໃຫ້ຄວາມສໍາຄັນກັບສອງສິ່ງນີ້ ຢ່າງທໍາອິດຄື: ໃຫ້ໂອກາດເດັກນ້ອຍຫຼາຍຂຶ້ນໃນການເຂົ້າເຖິງອິນເຕີເນັດ ແລະ ຢ່າງທີສອງ ຕ້ອງປົກປ້ອງເດັກນ້ອຍ ເມື່ອເດັກນ້ອຍຢູ່ໃນໂລກອອນລາຍ.

