6 ເດືອນຜ່ານມາລັດຖະບານພະຍາຍາມແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດຂອງປະເທດໃຫ້ຜ່ອນຄາຍລົງ

  ໃນໂອກາດລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII ຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ 6 ເດືອນຜ່ານມາໄດ້ຊີ້ໃຫ້ເຫັນວ່າໄລຍະດັ່ງກ່າວແມ່ນຊ່ວງປະຕິບັດແຜນ 3 ເດືອນຂ້າມຜ່ານທ້າຍປີ 2016 ແລະ ເລີ່ມປີງົບປະມານ2017 ງວດI ຕາມປີປະຕິທິນ, ໂດຍສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ…

ຫລາຍເຂດໃນຕົວເມືອງນ້ຳປະປາມາບໍ່ປົກກະຕິ

  ປັດຈຸບັນເຫັນວ່າສະພາບອາກາດຮ້ອນອົບເອົ້າ, ເຮັດໃຫ້ຄວາມຕ້ອງການນ້ຳດື່ມ, ນ້ຳໃຊ້ຂອງປະຊາຊົນເພີ່ມຫລາຍຂຶ້ນ, ຂະນະດຽວກັນການສະໜອງນ້ຳປະປາຍັງມີປະລິມານຈຳກັດ, ອັນໄດ້ສົ່ງຜົນກະທົບໃຫ້ຫລາຍໃນຕົວເມືອງນະຄອນຫລວງວຽງຈັນມີສະພາບນ້ຳປະປາມາບໍ່ເປັນປົກກະຕິ ຫລື ກໍ່ມີປະລິມານໜ້ອຍເປັນຕົ້ນ: ເຂດບ້ານໜອງທາໃຕ້, ໂພນຕ້ອງ, ເມືອງຈັນທະບູລີ, ເຂດບ້ານຂາມງອຍ, ເມືອງໄຊເສດຖາ ແລະ ເຂດອື່ນໆທີ່ຢູ່ເນີນສູງ, ອັນໄດ້ກະທົບຕໍ່ການດຳລົງຊີວິດຂອງປະຊາຊົນໃນຫລາຍເຂດ. ເຖິງວ່າກ່ອນໜ້ານີ້ພາກສ່ວນກ່ຽວຂ້ອງໄດ້ຢືນຢັນວ່າພາຍຫລັງສຳເລັດການກໍ່ສ້າງໂຮງງານນ້ຳປະປາດົງໝາກຄາຍໃນປີ 2016 ຜ່ານມາຈະສາມາດສະໜອງນ້ຳໃຊ້ໃນນະຄອນຫລວງວຽງຈັນໃຫ້ມີຄວາມສະດວກດີກວ່າເກົ່າ, ແຕ່ມາຮອດປັດຈຸບັນເຫັນວ່າມີຫລາຍເຂດຕົກຢູ່ໃນສະພາບນໍ້າປະປາມາບໍ່ປົກກະຕິໄດ້ຫລາຍວັນແລ້ວ,…

ປີຜ່ານມາເສດຖະກິດຂອງລາວມີທ່າອ່ຽງຂະຫຍາຍຕົວສູງແຕ່ບໍ່ບັນລຸແຜນການວາງໄວ້

ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ໄດ້ລາຍງານການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນປີຜ່ານມາ, ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII, ໃນວັນທີ 25 ເມສານີ້ວ່າ: ໄລຍະຜ່ານມາ, ການເຕີບໂຕຂອງເສດຖະກິດໃນສົກປີ 2015-2016 ໃນອັດຕາສະເລ່ຍ 6,9%,…

ຕໍາຫລວດຈໍາປາສັກຈັບຜູ້ຄ້າຢາເສບຕິດລາຍໃຫຍ່ຫລາຍຄົນມາດໍາເນີນຄະດີ

  ເຈົ້າໜ້າທີ່ ປກສ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ໃນວັນທີ 15 ເມສາ ຜ່ານມານີ້, ກໍາລັງເຈົ້າໜ້າທີ່ຕົນສາມາດຈັບຜູ້ຄ້າຢາເສບຕິດລາຍໃຫຍ່ຢູ່ເຂດບ້ານແກ້ງຊັນ, ເມືອງປາກເຊ ໄດ້ຄື: ທ້າວ ສີສຸກ (ດຳ) ອາຍຸ 37 ປີ, ນາງ ສຸກມະນີ…

ລາວ-ເຢຍລະມັນເພີ່ມທະວີການຮ່ວມມືວຽກງານປົກປ້ອງຜູ້ຝາກເງິນ

ການສຳມະນາພາຍໃຕ້ຫົວຂໍ້ “ລະບົບຈ່າຍເງິນປົກປ້ອງ”  ໂດຍການຮ່ວມມືລະຫວ່າງກອງທຶນປົກປ້ອງຜູ້ຝາກ ເງິນທະນາ ຄານແຫ່ງ ສປປ ລາວ ກັບປະ ກັນໄພເງິນຝາກເຢຍລະມັນ ໂດຍການສະໜັບສະໜູນຈາກທະນາຄານ ໂລກໄດ້ຈັດຂຶ້ນແຕ່ວັນທີ 25- 27 ເມສານີ້, ຢູ່ໂຮງແຮມລາວພາຊານະຄອນຫລວງວຽງຈັນໂດຍການເຂົ້າຮ່ວມ ຂອງທ່ານ ນາງ ແສງດາວວີ ວົງຄຳຊາວຜູ້ອຳນວຍການກອງທຶນປົກປ້ອງຜູ້ຝາກເງິນ, ມີຜູ້ຕາງໜ້າຈາກທະນາ…

ການຊື້ສິນຄ້າຕິດຕົວຂອງຜູ້ເດີນທາງເຂົ້າລາວຜ່ານດ່ານສາກົນຂົວມິດຕະພາບ 1 ຫລຸດລົງ

ກົມພາສີກະຊວງການເງິນ ໃຫ້ຮູ້ວ່າ: ມາຮອດປັດຈຸບັນເຫັນວ່າປະລິມານພາຫະນະ ແລະ ການຊື້ສິນຄ້າເຄື່ອງຂອງຕິດຕົວເພື່ອຊົມໃຊ້ຂອງຜູ້ທີ່ເດີນເຂົ້າ ສປປ ລາວທີ່ບໍ່ມີລັກສະນະປະຈໍາຜ່ານດ່ານສາກົນຂົວມິດຕະພາບ 1 ແມ່ນມີຈໍານວນຫລຸດລົງຫລາຍ, ພາຍຫລັງໄດ້ມີການຈັດຕັ້ງປະຕິບັດເກັບອາກອນມູນຄ່າເພີ່ມໃນອັດຕາ 10% ຂອງມູນຄ່າສີນຄ້ານໍາເຂົ້າໃນລັກສະນະດັ່ງກ່າວທີ່ບໍ່ເກີນ 50 ໂດລາສະຫະລັດ ຫລ ປະມານ 4 ແສນກີບ. ເຈົ້າໜ້າທີ່ພາສີປະຈໍາດ່ານສາກົນດັ່ງກ່າວ ໃຫ້ຮູ້ວ່າ:…

ມອບ-ຮັບ ແລະ ເປີດນໍາໃຊ້ອາຄານສູນວິໄຈອາຫານປອດໄພຫລັງໃໝ່

ພິທີມອບ-ຮັບ ແລະ ເປີດນຳໃຊ້ອາຄານສູນວິໄຈອາຫານ ແລະ ຢາ (ສູນວິໄຈອາຫານປອດໄພ) ຫລັງໃໝ່, ຊຶ່ງຕັ້ງຢູ່ບ້ານເພຍວັດ, ເມືອງສັດຕະນາກ, ນະຄອນຫລວງວຽງຈັນ, ໄດ້ຈັດຂຶ້ນໃນວັນທີ 24 ເມສານີ້, ໂດຍການເຂົ້າຮ່ວມຂອງທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ໂກລດິນ…

ໄຂ​ງານ​ວາງສະ​ແດງຊັບ​ສິນ​ທາງ​ປັນຍາ​ປະຈຳ​ປີ 2017

ງານວາງສະ​ແດງ​ຊັບ​ສິນ​ທາງ​ປັນຍາ​ປະຈຳ​ປີ 2017 ໄດ້​​ໄຂ​ຂຶ້ນ​​ແຕ່​ວັນທີ 21-26 ​ເມສາ​ນີ້ທີ່​ສູນ​ການ​ຄ້າ​ລາວ-​ໄອ​ເຕັກ, ​ນະຄອນຫລວງ​ວຽງ​ຈັນ, ໂດຍມີທ່ານ​​ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນ​ຕີ, ທ່ານ ບໍ່​ວຽງ​ຄຳ ວົງ​ດາ​ລາ ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ພ້ອມດ້ວຍບໍລິສັດ, ຫ້າງຮ້ານ ແລະ ຜູ້​ປະກອບ​ການ​ເຂົ້າ​ຮ່ວມ​ເປັນ​ຈຳນວນຫລາຍ. ທ່ານລັດຖະມົນຕີ​ກະຊວງ​ວິທະຍາສາດ…

ລາວ​ຈະ​ຖື​ເອົາ​ການ​ຜະລິດ​ກະສິກຳ​ສະອາດ​ເປັນ​ປາຍ​ແຫລມ

​​  ​ກອງ​ປະຊຸມ​ປຶກສາ​ຫາລື​ການ​ຜະລິດ​ກະສິກຳສະອາດ​ຕິດ​ພັນ​ກັບ​ຂະ​ແໜງ​ປູກ​ຝັ່ງ​ທີ່​ຈັດ​ຂຶ້ນ​ແຕ່​ວັນ​ທີ 20-21 ​ເມສາ​ຜ່ານ​ມາທີ່​ນະຄອນຫລວງວຽງຈັນ, ​ໄດ້​ມີ​ການ​ປືກສາ​ຫາລື ​ແລະ ຮັບຮອງ​ຫລາຍ​ບັນຫາ​ສໍາຄັນໃນ​ການຈັດ​ຕັ້ງປະຕິບັດ​ວຽກ​ງານ​ພັດທະ​ນາ​ກະສິກຳ​ສະອາດ ​ເປັນ​ຕົ້ນ: ​ຮັບຮອງ​ລະ​ບົບການ​ຜະລິດ​ກະສິ​ກຳ​ສະອາດຢູ່​ພາຍ​ໃນປະ​ເທດ​ມີ 2 ລະບົບຄື: ລະບົບ​ກະສິກໍາ​ອິນ​ຊີ ​​​ແລະ ລະບົບ​ກະສິກຳທີ່​ດີ, ​ໄດ້ຕົກລົງ​ເຫັນ​ດີ​ໃຫ້​ມີການ​ສ້າງ​ນິຕິ​ກຳ ​ແລະ ນະ​ໂຍບາຍ​ກ່ຽວ​ກັບ​ການຜະລິດກະສິກຳ​ສະອາດ, ຜະລິດ​ເປັນ​ສິນຄ້າ, ​ເອົາ​ໃຈ​ໃສ່​ພັດທະນາ​ລະບົບ​ກວດກາ ​ແ​ລະ…

ນຳ​ສະ​ເໜີມື​ຖື​ຫົວ​ເຫວີຍ P10 ​ແລ​ະ P10 Plus

  ​ເມື່ອ​ທ້າຍ​ອາທິ​ດຜ່ານ​ມາ​ນີ້, ບໍ​ລິ​ສັດ​ຫົວ​ເຫວີຍ​ລາວ​ໄດ້​ຈັດ​ພິທີ​ນໍາ​ສະ​ເໜີ​ໂທລະ​ສັບມື​ຖື​ຫົວ​ເຫວີຍ ພີ10 (HUAWEI P10) ​ແລ​ະ ຫົວ​ເຫວີຍ ພີ10 ພລັສ (P10 Plus) ຂຶ້ນທີ່​ນະຄອນຫລວງ​ວຽງ​ຈັນ, ​ໂດຍ​ມີ​ຄະນະ​ບໍລິຫານ​ບໍລິສັດ, ​ແຂກ​ຖືກ​ເຊີນ ​ແລະ ສື່​ມວນ​ຊົນ​ເຂົ້າ​ຮ່ວມ​ເປັນ​ຈຳນວນຫລາຍ. ທ່ານ ຊູ​ຈິນຢົງ ຜູ້ອຳນວຍການ​ຝ່າ​ຍອຸປະ​ກອນ​ສື່ສານ​ບໍລິສັດ​ຫົວ​ເຫວີຍລາວ​ກ່າວ​ວ່າ:…