ທະນາຄານກາງສະຫະລັດ ຂຶ້ນດອກເບ້ຍໄລຍະສັ້ນອີກ 0.5% ຄາດເງິນເຟີ້ສູງເກີນເປົ້າຈົນເຖິງປີ 2025

ສຳນັກຂ່າວຕ່າງປະເທດລາຍງານໃຫ້ຮູ້ວ່າ: ວັນທີ 14 ທັນວາ 2022 ທະນາຄານກາງສະຫະລັດອະນຸມັດປັບຂຶ້ນອັດຕາດອກເບ້ຍໄລຍະສັ້ນຂຶ້ນອີກ 0.5% ຕາມມາດຕະການ ເພື່ອຄວບຄຸມອັດຕາເງິນເຟີ້ທີ່ເພີ່ມຂຶ້ນສູງ ນັບຕັ້ງແຕ່ຕົ້ນທົດສະວັດທີ 80 ເຮັດໃຫ້ອັດຕາດອກເບ້ຍຕອນນີ້ຢູ່ທີ່ 4.25-4.5% ສູງທີ່ສຸດນັບຕັ້ງແຕ່ປີ 2007.
ການຂຶ້ນດອກເບ້ຍ 2.5% ນັບວ່າຕໍ່າກວ່າ 4 ຄັ້ງ ກ່ອນໜ້ານີ້ ທະນາຄານກາງປັບຂຶ້ນເຖິງຄັ້ງລະ 0.75% ເກີດຂຶ້ນຫລັງຈາກສຳນັກງານສະຖິຕິແຮງງານເຜີຍແຜ່ດັດຊະນີລາຄາຜູ້ບໍລິໂພກ ເຊິ່ງຊີ້ວ່າ ອັດຕາເງິນເຟີ້ໃນເດືອນພະຈິກ ເພີ່ມຂຶ້ນ 7.1% ຖ້າຄິດແບບປີຕໍ່ປີ ຫລຸດລົງຈາກ ເດືອນຕຸລາ ທີ່ເພີ່ມຂຶ້ນ 7.7% ແລະ ຫລຸດລົງເປັນເດືອນທີ 5 ຕິດຕໍ່ກັນ ສົ່ງສັນຍານວ່າວິກິດເງິນເຟີ້ກຳລັງຫລຸດລົງ.
ຂະນະທີ່ດັດຊະນີລາຄາການໃຊ້ຈ່າຍເພື່ອການບໍລິໂພກສ່ວນບຸກຄົນ ທີ່ທະນາຄານກາງ ໃຊ້ເປັນຕົວຊີ້ວັດອັດຕາເງິນເຟີ້ ຈະຢູ່ທີ່ 2% ໄປຈົນເຖິງປີ 2025 ສ່ວນອັດຕາວ່າງງານຈະເພີ່ມຂຶ້ນຈາກ 3.7% ໃນປັດຈຸບັນໄປເປັນ 4.6% ເມື່ອສິ້ນປີ 2023 ແລະ ຈະຢູ່ໃນລະດັບນັ້ນໄປຕະຫລອດຈົນຮອດປີ 2024 ດ້ານ GDP ຈະຫລຸດລົງເຫລືອ 0.5% ໃນປີໜ້າ ຈາກທີ່ຄາດໄວ້ 1.2%.

