ບຸນເຂົ້າຈີ່ ບໍ່ມີຫຍັງປະເສີດເທົ່າເຂົ້າປັ້ນໜຶ່ງທີ່ຄົນໃຫ້ທານດ້ວຍຄວາມສັດທາ
ບຸນເຂົ້າຈີ່ ເປັນໜຶ່ງໃນບຸນເດືອນສາມ ຂອງຮີດ 12 ລາວທີ່ປະຕິບັດມາແຕ່ບູຮານນະການ ເຊິ່ງພາຍຫລັງຂົນເຂົ້າຂຶ້ນເລົ້າຂຶ້ນສາງແລ້ວ, ຊາວນາທັງຫລາຍໝົດວຽກໄຮ່ການນາ ຈຶ່ງພາກັນເຮັດ ບຸນເຂົ້າຈີ່ ຖວາຍແກ່ພະສົງ ແລະ ການເຮັດບຸນນີ້ ເຮັດໃນຂ້າງຂຶ້ນ ຫລື ຂ້າງແຮມກໍໄດ້, ແຕ່ເຄີຍເຮັດກາງເດືອນສາມ ຈຶ່ງຮຽກວ່າ ບຸນເດືອນສາມ ກໍໄດ້. ມື້ທີ່ຈະເຮັດບຸນນີ້,…










