ໄຊຍະບູລີ ກໍານົດເຂດ ແລະ ເສັ້ນທາງທ່ອງທ່ຽວສີຂຽວ

ແຫລ່ງຂ່າວຈາກແຂວງໄຊຍະບູລີ ລາຍງານວ່າ: ເຂດ ແລະ ເສັ້ນທາງທ່ອງທ່ຽວສີຂຽວຂອງແຂວງໃນ ໄລຍະທີ 1 ນີ້ໄດ້ກໍານົດເອົາເມືອງໄຊຍະບູລີ ເປັນເສັ້ນທາງທ່ອງທ່ຽວຫຼວງພະບາງ-ໄຊຍະບູລີີ, ນະຄອນ ຫຼວງວຽງຈັນ-ໄຊຍະບູລີ ແລະ ແຂກທີ່ມາທ່ຽວຕ້ອງໄດ້ພັກເຊົາຢູ່ໂຮງແຮມພອນໄພລິນ, ໂຮງແຮມ ອຸທຸມ ພອນ, ເຮືອນພັກວັນນິກອນ, ເຮືອນພັກວິໄລ, ເຮືອນພັກວັນນິດາ. ຂະນະທີ່ເຂດແຫຼ່ງທ່ອງທ່ຽວມີສູນອະນຸລັກຊ້າງອ່າງນໍ້າຕຽນ, ສູນອະນຸລັກ ແລະ ຂະຫຍາຍພັນຊ້າງພູແຄນ, ມູນນິທິອະນຸລັກສັດ ແລະ ສິ່ງແວດ ລ້ອມລາວ. ນອກນີ້ຍັງໄດ້ໃຫ້ຜູ້ມາທ່ຽວໃຊ້ບໍລິການພຽງແຕ່ຮ້ານອາຫານສາຍນໍ້າຮຸ່ງ-ອ່າງນໍ້າຕ່ຽນ ແລະ ຣີສອດ ສາມເອື້ອຍນ້ອງ. ສ່ວນບໍລິສັດນໍາທ່ຽວກໍປະກອບມີບໍລິສັດທ່ອງທ່ຽວສະກຸລະ, ບໍລິສັດທ່ອງທ່ຽວວັນນະວົງ, ບໍລິສັດທ່ອງທ່ຽວເຊໂນ-ລາວພູແຄນ. ສ່ວນໄລຍະທີ 2 ໄດ້ກໍານົດ 2 ເສັ້ນທາງຄື ເສັ້ນທາງຈາກດ່ານສາກົນນໍ້າເຫືອງເມືອງແກ່ນທ້າວໂດຍນັກທ່ອງທ່ຽວເຂົ້າມາຕ້ອງໄດ້ຈຳກັດບໍລິເວນ 24 ຊົ່ວໂມງຢູ່ເຮືອນພັກມິນຕາ ແລະ ໃຊ້ບໍລິການສະເພາະແຕ່ຮ້ານອາຫານແສນສະບາຍ. ຂະນະທີ່ເມືອງອື່ນໆຂອງແຂວງກໍເຊັ່ນດຽວກັນ.

ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ເປີດເຜີຍວ່າ: ບັນດານັກທຸລະກິດ ຜູ້ປະກອບການທຸກພາກສ່ວນທີ່ໄດ້ຮັບມອບໝາຍໃຫ້ເພີ່ມທະວີຄວາມຮັບຜິດຊອບເພື່ອກຽມພ້ອມຮັບນັກທ່ອງທ່ຽວທີ່ຈະເຂົ້າມາທ່ອງທ່ຽວແຂວງໃນຕົ້ນເດືອນເມສາ 2022 ເພື່ອຄວາມປອດໄພທຸກຢ່າງ. ທີ່ສໍາຄັນໃຫ້ຮ່ວມກັນປະຕິບັດມາດຕະການຕ້ານ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19. ສ່ວນມະຫະກໍາບຸນຊ້າງທີ່ຈະຈັດຂຶ້ນໃນວັນທີ 20 ກຸມພາ 2022 ຈະຈັດເປັນເທສະການບຸນຊ້າງ ເພື່ອປ້ອງກັນການແພ່ລະບາດຂອງພະຍາດໂຄວິດ-19.
