ນັ່ງໆນອນໆລະວັງພະຍາດຈະຖາມຫາ

     ຄົນໃນໂຕເມືອງມັກນັ່ງລົດ, ຂຶ້ນລິຟແລ້ວກໍນັ່ງຢູ່ໃນຫ້ອງການມື້ລະຫລາຍໆຊົ່ວໂມງ ເມື່ອເລີກວຽກກັບເຮືອນກໍໃຊ້ເວລານັ່ງຢູ່ຕໍ່ ໜ້າຈໍຄອມພິວເຕີ ຫລື ໂທລະພາບດົນໆໄປກໍເຈັບປ່ວຍ ທັງນີ້, ຈາກການສືກສາຂອງບໍລິສັດປະກັນໄພ  (TK) ຮ່ວມກັບສະຖາບັນ F.A.Z  ໃນປະເທດເຢຍລະມັນສະແດງໃຫ້ເຫັນວ່າ : ການບໍ່ຄ່ອຍໄດ້ອອກກຳລັງກາຍ ຫລື ເຄື່ອນໄຫວຮ່າງກາຍມັກເຈັບປ່ວຍໂດຍອາການປວດຫລັງ, ພະຍາດຫົວໃຈ, ເບົາຫວານ, ນ້ຳໜັກເກີນມາດຕະຖານ,…

ສິ່ງທີ່ຕ້ອງຮູ້ກ່ອນຈະຜ່າຕັດເສີມດັງ

     ເກີດເປັນແມ່ຍິງຄົງບໍ່ຢາກຢຸດງາມ ແມ່ຍິງຫລາຍໆຄົນຢາກມີດັງງາມໂດຍການໄປເສີມດັງ ເຊິ່ງການຜ່າຕັດເສີມດັງໂດຍຊິລິໂຄນເປັນວິທີທີ່ແຜ່ຫລາຍ ແລະ ນິຍົມເຮັດກັນ ເນື່ອງຈາກມີຂໍ້ດີຫລາຍປະການ. ການຜ່າຕັດສາມາດເຮັດໄດ້ໂດຍການສັກຢາຫມຶນສະເພາະບ່ອນ ເລືອກເຫລົາຊິລິໂຄນໃຫ້ໄດ້ຮູບຕາມທີ່ຕ້ອງການ ເຊິ່ງຂຶ້ນກັບໃບໜ້າ ແລະ ຊີ້ນດັງເກົ່າຂອງແຕ່ລະຄົນ. ຊິລິໂຄນທີ່ໃຊ້ເປັນ Elastomer ທີ່ເປັນຂອງແຂງ ບໍ່ເຮັດປະຕິກິລິຍາກັບຮ່າງກາຍ ມີຄວາມສ່ຽງຕໍ່າເລື່ອງການຕິດເຊື້ອ ແລະ ເລື່ອນຕຳແໜ່ງ, ຊິລິໂຄນມີຄວາມແຂງ…

ລະວັງ !!! ນິໄສທີ່ເຮັດໃຫ້ຄວາມຮັກບໍ່ໝັ້ນຄົງ

     ແມ່ຍິງທຸກຄົນອາດຕັ້ງໃຈຮັກໃຜໃຈຈົດໃຈຈໍ່, ແຕ່ບາງເທື່ອນິໄສຄວາມເປັນແມ່ຍິງທີ່ບໍ່ຮູ້ຈັກປັບໂຕໃຫ້ເຂົ້າກັບຄວາມຮັກ ມັນກໍ ເປັນໂຕການພາໃຫ້ຄວາມຮັກເປັນເລື່ອງອາລົມຂອງແມ່ຍິງທີ່ເຮັດໃຫ້ຜູ້ຊາຍເຖິງຈະຮັກຫລາຍປານໃດ, ແຕ່ກໍຮູ້ສຶກໝຸດໝັດໄປນຳ. – ເອົາແຕ່ໃຈ : ນິໄສເອົາແຕ່ໃຈໃຜໆກໍບໍ່ມັກໜ້າເບື່ອຈົນບໍ່ຢາກຈະລົມນຳ ເພາະລົມກັນບໍ່ຮູ້ເລື່ອງ ຖ້າເຂົາພົບຄົນທີ່ດີກ່ວາທ່ານ ຮັບຮອງເຂົາໄປບໍ່ກັບ. ສະນັ້ນ ຖ້າຄິດຈະເປັນຄົນເອົາແຕ່ໃຈໂຕເອງໂດຍບໍ່ມີເຫດຜົນກໍຄິດຈັກໜ້ອຍ ແລ້ວຫັນມາລົມກັນແບບກົງໆດີກ່ວາ. – ໃຊ້ອາລົມເປັນໃຫຍ່ : ຄວາມຈິງແລ້ວຄວນມີເຫດຜົນຫລາຍກ່ວາເອົາອາລົມຕັດສິນ…

ກິນຫິວຜັກບົ່ວໃຫຍ່ຊ່ວຍປ້ອງກັນພະຍາດຫົວໃຈ

ຫລາຍທ່ານບໍ່ມັກກິນອາຫານທີ່ມີກິ່ນແຮງ ຍິ່ງຖ້າແມ່ນຜັກຍິ່ງບໍ່ຕ້ອງເວົ້າເຖິງ ແລະ ຜັກກິ່ນທຳອິດທີ່ຄົນສ່ວນຫລາຍບໍ່ມັກກໍແມ່ນຫົວຜັກບົ່ວ ໂດຍບໍ່ຮູ້ວ່າຜັກຊະນິດນີ້ມີປະໂຫຍດຕໍ່ຮ່າງກາຍບໍ່ໜ້ອຍ. ຈາກການສຶກສາພົບວ່າ : ສານປະກອບຊັລເຟີທີ່ພົບໃນຫົວຜັກບົ່ວສາມາດປ້ອງກັນການແຂງໂຕຂອງເກັດເລືອດ ແລະ ຊ່ວຍປ້ອງກັນບໍ່ໃຫ້ຈັບໂຕເປັນກ້ອນຮ່ວມກັນຢູ່ແຊນເກັດເລືອດໃນເລືອດ. ນອກນີ້, ຍັງມີຫລັກຖານທີ່ສະແດງໃຫ້ເຫັນວ່າສານປະກອບຊັລເຟີໃນຫົວຜັກບົ່ວສາມາດຫລຸດລະດັບຄໍເລສເຕີໂຣນໄຕຣກລີເຊີໄຣໃນເລືອດ ແລະ ຍັງຊ່ວຍເພີ່ມຮູບແບບໃນເຍື່ອຫຸ້ມແຊນເມັດເລືອດແດງນຳອີກ ເຊິ່ງປະລິມານທີ່ເດັ່ນຂອງຟລາໂວນອຍ ລວມກັບປະໂຫຍດຂອງຫົວຜັກບົ່ວທີ່ກ່າວມາທັງໝົດສະໜັບສະໝູນຜົນການວິໄຈທີ່ວ່າ : ຫົວຜັກບົ່ວເປັນອາຫານປ້ອງກັນພະຍາດຫົວໃຈ. ນອກຈາກຫົວຜັກບົ່ວຈະມີປະໂຫຍດໃນການຕ້ານພະຍາດຫົວໃຈແລ້ວ ຍັງຊ່ວຍເພີ່ມຄວາມໜາແໜ້ນຂອງກະດູກ…

ກາບໄຫ້ວວັດສີເມືອງ ແລະ ຊົມຫໍຫລັກເມືອງ

ວັດ​ສີ​ເມືອງ​ເປັນ​ບ່ອນ​ຕັ້ງຂອງ​ເສົາ​ຫລັກ​ເມືອງ​ຢູ່​ເຂດ​ບ້ານ​ສີ​ເມືອງ, ​ເມືອງ​ຈັນທະ​ບູລີ ​ເຊິ່ງມີ​ປະ​ຫວັດ​ອັນ​ເກົ່າ​ແກ່​ທີ່​ເລົ່າ​ຂານ​ສືບ​ຕໍ່​ກັນ​ມາ​ວ່າ ​ໃນ​ສະ​ໄໝ​ກ່ອນ ຕອນ​ທີ່​ຊາວ​ເມືອງ​ພວມ​ເຮັດ​ພິທີ​ປັກ​ຫລັກ​ເມືອງ​ຢູ່​ນັ້ນ ມີ​ແມ່ຍິງ​ຄົນ​ໜຶ່ງ​ຊື່ວ່າ​ນາງ ສີ ​ເຊິ່ງກຳລັງ​ຖືພາ​ໄດ້​ສະຫລະ​ຊີບ​ໂດ​ດລົງ​ໄປ​ໃນ​ຂຸມ​ນັ້ນ, ນາງ​ໄດ້​ຖືກ​ຝັງ​​ໄປ​ພ້ອມ​ກັບ​ຫລັກ​ເມືອງ ​ແລະ ກາຍ​ເປັນ​ຜີ​ຫລັກ​ເມືອງ ຈິ່ງ​ເປັນ​ທີ່​ມາ​ຂອງ​ຊື່​ວັດ​ສີ​ເມືອງ​ແຫ່ງ​ນີ້. ຍ້ອນ​ວັດ​ສີ​ເມືອງ​ເປັນ​ສະຖານ​ທີ່​ສັກສິດ ຈິ່ງ​ໄດ້​ກາຍ​ເປັນ​ທີ່​ເພິ່ງທາງ​ໃຈ​ໃຫ້​ຊາວ​ລາວ ​ແລະ ​ເປັນ​ສະຖານ​ທີ່​ຊາວ​ຕ່າງ​ຊາດ​ໃຫ້ ຄວາມ​ສົນ​ໃຈ​​ເຂົ້າມາ​ສຶກສາ ​ແລະ ທ່ຽວ​ຊົມ​ເປັນ​ຈຳນວນ​ຫລວງຫລາຍ. ປັດຈຸບັນ,…

ທ່ຽວຊົມວັດພະບາດແອວຂັນແລ້ວພາກັນມາຂີ່ເຮືອແພທ່າງ່ອນ

ເມືອງໄຊທານີ ເປັນເມືອງໜຶ່ງທີ່ມີຄວາມອຸດົມສົມບູນໄປດ້ວຍຊັບໃນດິນສິນໃນນໍ້າພ້ອມດ້ວຍສະຖານ ທີ່ທ່ອງທ່ຽວທາງ ດ້ານປະຫວັດສາດ,  ທໍາມະຊາດ ແລະ ວັດທະນະທໍາທີ່ມີຊື່ສຽງອັນໂດດເດັ່ນ ແລະ ສວຍສົດ ງົດງາມຫຼາຍແຫ່ງພົ້ນເດັ່ນກວ່າໝູ່ແມ່ນ:  ວັດພະບາດແອວຂັນ ແລະ ເຮືອແພທ່າງ່ອນອັນເປັນ ສະຖານ ທີ່ທ່ອງທ່ຽວທີ່ໜ້າສົນໃຈ ຂອງບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ໄດ້ເຂົ້າມາທ່ຽວຊົມ ແລະ ພັກຜ່ອນຢ່ອນໃຈໃນສະຖານທີ່ແຫ່ງນີ້ເຊິ່ງ…

ຄຳຖາມທີ່ຕ້ອງຕອບຕົນເອງກ່ອນຈະປ່ຽນວຽກ

     ຫລາຍຄົນອາດປ່ຽນວຽກຍ້ອນອາລົມ ຈົນລືມພິຈາລະນາເຫດຜົນສຳຄັນໆໄປ. ສະນັ້ນ, ມາລອງຕອບຄຳຖາມຕໍ່ໄປນີ້ກ່ອນຈະ ຕັດສິນໃຈຍື່ນໃບລາອອກ. ປ່ຽນຍ້ອນວຽກໃໝ່ດີກ່ວາ ຫລື ພຽງແຕ່ອົດທົນເຮັດວຽກເກົ່າບໍ່ໄຫວ ? – ຫລາຍຄົນທີ່ຮູ້ສຶກວ່າຕິດຢູ່ກັບວຽກທີ່ເລີ່ມບໍ່ຄ່ອຍມ່ວນ ຫລື ຮູ້ສຶກວ່າຄວາມກ້າວໜ້າຄືບໄປຊ້າໆ ເຮັດຫຍັງກໍມີແຕ່ລົງໄປໝົດ ຈຶ່ງເຮັດໃຫ້ທ່ານຄິດຈະລາອອກຈາກວຽກຢ່າງດຽວ ໂດຍບໍ່ໄດ້ພິຈາລະນາວຽກໃໝ່ໃຫ້ຮອບດ້ານ, ບາງຄົນເຖິງຂັ້ນຍອມໄປເລີ່ມຕົ້ນໃໝ່ໂດຍທີ່ອີກບໍ່ດົນປານໃດ ໄລຍະເວລາຮ້າຍໆໃນບໍລິສັດເກົ່າອາດຈະກຳລັງຜ່ານໄປໃນອີກບໍ່ດົນກໍເປັນໄດ້ ເຊິ່ງມັນຈະກຸ່ມຄ່າຫລືບໍ່ທີ່ທ່ານຈະຟ້າວລາອອກ…

ຫລັກການສີິດນ້ຳຫອມໃຫ້ຫອມຕິດດົນ

     ແມ່ຍິງກັບນ້ຳຫອມຈະປຽບດັ່ງສິ່ງຄູ່ກັນ, ກິ່ນນ້ຳຫອມສາມາດປ່ຽນແປງໄດ້ຈາກຮໍໂມນຂອງຄົນເຮົາ, ນ້ຳມັນ ແລະ ເຫື່ອຂອງຄົນເຮົາ. ໃນທາງກົງກັນຂ້າມ ເຮົາສາມາດໃຊ້ປະໂຫຍດຈາກກຳມະຈອນໃນຮ່າງກາຍ ໂດຍທານ້ຳຫອມລົງບາງພາກສ່ວນໃຫ້ສາ ມາດສົ່ງກິ່ນຫອມໄດ້ໝົດມື້ ເຊິ່ງວິທີສີດນ້ຳຫອມມີຄື : – ເລີ່ມຈາກການສີດ ຫລື ທານ້ຳຫອມກິ່ນມັກຂອງທ່ານລົງເທິງຂໍ້ມື, ແຕ່ຢ່າຖູຂໍ້ມືເຂົ້າກັນ ເພາະອາດສົ່ງຄວາມລົບກວນໃຫ້ນ້ຳຫອມມີກິ່ນທີ່ຜິດພ້ຽນໄປໄດ້ ພຽງແຕ່ສີດແລ້ວປ່ອຍໃຫ້ນ້ຳຫອມນັ້ນແຫ້ງໄປເອງກໍພໍ. –…

ເບິ່ງອ່ອນກວ່າອາຍຸດ້ວຍ 5 ວິທີ

       ເວັບໄຊ Fitneaເປີດເຜີຍ 5 ວິທີໃນການເບິ່ງແຍງດູແລສຸຂະພາບຜິວທັງພາຍໃນແລະພາຍນອກເພື່ອຮັກສາຄວາມອ່ອນກ່ວາອາຍຸເຖິງວ່າອາຍຸຈະເພີ່ມຂຶ້ນກໍຕາມ. – ດື່ມນ້ຳຫລາຍໆ : ໃນຮ່າງກາຍຂອງຄົນເຮົາມີນ້ຳຢູ່ປະມານ 60% ແລະ ຈະຖືກໃຊ້ໝົດແບບມື້ຕໍ່ມື້. ດັ່ງນັ້ນ, ຈຶ່ງຄວນດື່ມນ້ຳມື້ລະ 8 ຈອກ ຫລື ຖ້າຫລາຍກ່ວານັ້ນກໍຍິ່ງດີ. ນອກຈາກນີ້, ຍັງຈະຊ່ວຍໃຫ້ລະບົບການຍ່ອຍອາຫານເຮັດວຽກໄດ້ຄ່ອງຂຶ້ນ…

ນອນຫລັບຍາວໃນມື້ພັກເຮັດໃຫ້ເຊື່ອງຊຶງໃນເຊົ້າວັນຈັນ

     ການນອນຫລັບພັກຜ່ອນຍາວໃນໄລຍະທ້າຍອາທິດ ອາດສົ່ງຜົນໃຫ້ທ່ານເກີດອາການຜິດປົກກະຕິ ຫລື ມີການຕອບສະໜອງ ເຊື່ອງຊ້າໄດ້ໃນເຊົ້າວັນຈັນ ທັງຍັງແກ່ຍາວໄປໄດ້ເຖິງເຊົ້າວັນພຸດກໍມີ. ໂດຍຂໍ້ມູນດັ່ງກ່າວມາຈາກວຽກງານວິໄຈຈາກມະຫາວິທະຍາໄລ ຣັສ ໃນຊິກາໂກ ແຂວງອິນລິນອຍ ສະຫະລັດອາເມລິກາ ລະບຸວ່າ : ຄົນໃນໄວເຮັດວຽກມັກຈະປະສົບບັນຫາໝົດໄຟໃນການເຮັດວຽກໃນມື້ວັນຈັນ ເຊິ່ງເປັນມື້ທຳອິດຂອງການເຮັດວຽກ ຫລັງຈາກທີ່ໄດ້ຢຸດພັກຜ່ອນ ທັງນີ້ກໍຍ້ອນວ່າພວກເຂົາມັກຈະປັບປ່ຽນພຶດຕິກຳໃນການນອນຫລັບຂອງໂຕເອງໃຫ້ນອນເດິກຕື່ນສວາຍໃນວັນເສົາ – ອາທິດ…