ດຳເນີນຄະດີ ອະດີດພະນັກງານລັດວິສາຫະກິດໄຟຟ້າລາວ ແລະ ຜູ້ຮັບເໝົາໂຄງການກໍ່ສ້າງເຂື່ອນ ນໍ້າຫີນບູນ 4 ຄົນ ຂໍ້ຫາການສໍ້ໂກງຊັບຂອງລັດ, ລວມໝູ່ ແລະ ການສໍ້ລາດບັງຫຼວງ
ວາລະສານກວດກາພັກ ລາຍງານວັນທີ 20 ມີນາ 2025 ນີ້ວ່າ: ໄລຍະຜ່ານມາ ອົງການກວດກາແຫ່ງລັດ ໄດ້ດໍາເນີນການກວດກາ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຫີນບູນ, ເມືອງຄູນຄໍາ, ແຂວງຄໍາມ່ວນ ເຊິ່ງເປັນໂຄງການແບບມອບເໝົາ (EPC) ໂດຍແມ່ນທຶນກູ້ຢືມ ຈາກທະນາຄານຕ່າງປະເທດ ມີມູນຄ່າກໍ່ສ້າງໂຄງການແມ່ນ 89,970,000 ໂດລາສະຫະລັດ. ຜ່ານການກວດກາ…










