ແຂວງຈຳປາສັກ ກວດກາພົບສິນຄ້າລັກລອບນໍາເຂົ້າແບບຜິດກົດໝາຍ 4 ກໍລະນີ

ທ່ານ ໄກທອງ ສຸວັນນາດີ ຮອງຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ ການຄ້າແຂວງຈຳປາສັກ ໃຫ້ສໍາພາດຕໍ່ໜັງສືພິມຈໍາປາໃໝ່ ວັນທີ 17 ມີນາ 2025 ວ່າ: ໃນ 3 ເດືອນຕົ້ນປີ 2025, ເຈົ້າໜ້າທີ່ກວດກາການຄ້າ ໄດ້ເຄື່ອນໄຫວວຽກງານກວດກາສິນຄ້ານອກລະບົບ ຕາມສາຍທາງ, ຕາມແຫລ່ງຂ່າວ, ຜ່ານການເຄື່ອນໄຫວກວດກາຕົວຈິງ ພົບເຫັນການເຄື່ອນໄຫວດໍາເນີນກິດຈະການທີ່ບໍ່ທັນຖືກຕາມລະບຽບການ, ລັກລອບນໍາເຂົ້າສິນຄ້າຫລົບຫລີກການເສຍພາສີອາກອນ ມີ 4 ກໍລະນີ, ມູນຄ່າສິນຄ້າ 569,990,115 ກີບ ເປັນເງິນປັບໃໝໄດ້ຮັບຕົວຈິງ 398,993,081 ກີບ ຄື:

  1. ປັບໃໝສິນຄ້າຂອງບໍລິສັດ ແຊັດທີໂອ ເອັກເພຣດ ສາຂາຈໍາປາສັກ ຈໍານວນ 12 ລາຍການ, ລວມມູນຄ່າສິນຄ້າເທົ່າກັບ 29,620,000 ກີບ, ມູນຄ່າປັບໃໝ 70% ເທົ່າກັບ 20,734,000 ກີບ.
  2. ກັກຍຶດລົດຂົນສົ່ງສິນຄ້າ ມາຈາກ ສສ ຫວຽດນາມ: ລົດເມໂດຍສານ ຍີ່ຫຍໍ້ຮຸນໄດ ເລກຈັກ 6118325, ເລກຖັງ 004332 ໝາຍເລກທະບຽນ ບກ 2778 ຈໍາປາສັກ, ສາມາດລວມມູນຄ່າປັບໃໝ 130,087,300 ກີບ,
  3. ກັກຍຶດລົດຂົນສົ່ງສິນຄ້າ ມາຈາກ ສສ ຫວຽດນາມ: ລົດບັນທຸກ 12 ລໍ້, ຍີ່ຫຍໍ້ CHENGLONG ໝາຍເລກທະບຽນ 74H003.66 ສາມາດລວມມູນ ຄ່າປັບໃໝ 241,031,781 ກີບ, ລວມມູນຄ່າປັບໃໝລົດ 2 ຄັນ ເທົ່າກັບ 371,119,170 ກີບ.
  4. ປັບໃໝສິນຄ້າລັກລອບນໍາເຂົ້າ ປະເພດໝາກໄມ້ມາຈາກຕ່າງປະເທດ ທີ່ບັນທຸກໃສ່ລົດ 6 ລໍ້ ໝາຍເລກທະບຽນ ບກ 9559 ຈໍາປາສັກ ຂອງນາງວຽງວິໄລ + ນາງພຸ້ຍ ຢູ່ບ້ານຫາງຄອນ ເມືອງໂຂງ ຈຳນວນ 3,400 ກິໂລກຣາມ, ມູນຄ່າສິນຄ້າ 10,200,000 ກີບ ປັບໃໝ 70% ເທົ່າກັບ 7,140,000 ກີບ.

ທີ່ມາ: ໜັງສືພິມຈໍາປາໃໝ່