ແຂວງພາກເໜືອ ຈະມີຝົນຕົກ 30-40% ແລະ ມີຟ້າຮ້ອງລົມແຮງ ສ່ວນນະຄອນຫລວງອາກາດຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມ
ກົມອຸຕຸນິຍົມ ແລະ ອຸທົກກະສາດລາຍງານ ພະຍາກອນອາກາດເຊົ້າວັນທີ 22 ມີນາ 2024 ວ່າ: ຄວາມກົດດັນຕໍ່າຂອງອາກາດຮ້ອນ ຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມ ເຊິ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີ ໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ. ສໍາລັບແຂວງພາກເໜືອ, ແຂວງໄຊສົມບູນ…










