ອິນເດຍເລີ່ມໃຊ້ລະບົບພາສີ GST ຫວັງກະຕຸ້ນເສດຖະກິດ
ລະບົບເກັບພາສີສິນຄ້າ ແລະ ບໍລິການ (GST) ໃນອັດຕາກ້າວໜ້າ ມີຜົນບັງຄັບໃຊ້ແລ້ວຢູ່ອິນເດຍ ເຊິ່ງລັດຖະບານຫວັງວ່າຈະຊ່ວຍປັບປຸງເສດຖະກິດຂອງປະເທດໃຫ້ມີຄວາມເປັນຕະຫລາດດຽວຫລາຍຂຶ້ນ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງນິວເດລີ ປະເທດອິນເດຍ ໃນວັນທີ 1 ກໍລະກົດນີ້ວ່າ: ສະພາຕໍ່າຂອງອິນເດຍຈັດກອງປະຊຸມວາລະພິເສດ ໃນວັນທີ 30 ມິຖຸນາແລ້ວນີ້ ເພື່ອກຽມປະກາດໃຊ້ກົດໝາຍພາສີສະບັບໃໝ່ໃນອັດຕາດຽວກັນທົ່ວປະເທດ ຫລື ເອີ້ນວ່າ: ພາສີສິນຄ້າ ແລະ ບໍລິການ (GST) ເຊິ່ງມີຜົນຢ່າງເປັນທາງການແຕ່ວັນທີ 1 ກໍລະກົດເປັນຕົ້ນໄປ.
ທັງນີ້, GST ຂອງອິນເດຍຮຽກເກັບພາສີໃນອັດຕາກ້າວໜ້າ 4 ຂັ້ນ ສຳລັບສິນຄ້າຫລາຍກວ່າ 500 ລາຍການຄື 5%, 12%, 18% ແລະ 28% ໂດຍສິນຄ້າທີ່ຕ້ອງເສຍ GST ໃນອັດຕາສູງສຸດຄືສິນຄ້າປະເພດເຄື່ອງໃຊ້ໄຟຟ້າ, ແຕ່ສິນຄ້າບາບ ເຊິ່ງລວມທັງເຄື່ອງດື່ມມືນເມົາ ແລະ ຢາສູບ ຈະມີການໃຊ້ອັດຕາພິເສດທີ່ອາດສູງກວ່ານັ້ນ ໂດຍທັງ 36 ລັດໃນປະເທດສາມາດກຳນົດອັດຕາພາສີສຳລັບສິນຄ້າເຫລົ່ານີ້ໄດ້ເອງ. ຂະນະທີ່ຂະແໜງກະສິກຳໄດ້ຮັບການອຸດໜູນຈາກລັດຖະບານ ທີ່ຫລຸດອັດຕາພາສີສຳລັບສິນຄ້າສຳຄັນເຊັ່ນ: ປຸ໋ຍ ແລະ ລົດໄຖ ຈາກ 18% ລົງເຫລືອພຽງ 5% ແລະ ຜົນຜະລິດທາງກະສິກຳຈະໄດ້ຮັບການຫລຸດພາສີລົງອີກ.
ນາຍົກລັດຖະມົນຕີ ນາເຣນທາ ໂມດີ ກ່າວຕໍ່ກອງປະຊຸມດັ່ງກ່າວວ່າ: ການໃຊ້ GST ເປັນການປັບປຸງໃຫ້ລະບົບເກັບພາສີໃນອິນເດຍມີປະສິດທິພາບຍິ່ງຂຶ້ນ ເນື່ອງຈາກຄວາມຫຍຸ້ງຍາກ ແລະ ສັບຊ້ອນຂອງລະບົບເກັບພາສີໃນອະດີດເປີດໂອກາດໃຫ້ແຕ່ລະລັດກຳນົດກັນເອງນັ້ນໄດ້ໝົດໄປແລ້ວ. ຜູ້ນຳອິນເດຍສະແດງຄວາມເຊື່ອໝັ້ນວ່າ: ລະບົບ GST ຈະຊ່ວຍສົ່ງເສີມການເຕີບໃຫຍ່ທາງເສດຖະກິດຂອງປະເທດ ເຊິ່ງປັດຈຸບັນມີມູນຄ່າຫລາຍກວ່າ 2 ຕື້ໂດລາສະຫະລັດ ໃຫຍ່ເປັນອັນດັບ 3 ຂອງອາຊີ ຮອງຈາກຈີນ ແລະ ຍີ່ປຸ່ນ.

