ເປັນຄັ້ງທຳອິດເຢຍລະມັນ ທົດລອງ ວັກຊີນ ຕ້ານ ໂຄວິດ-19 ກັບຄົນ

ໂດຍ: ລູກເມືອງພວນ

ບັນດານັກວິທະຍາສາດ ເຢຍລະມັນ ໄດ້ອະນຸຍາດໃຫ້ທົດລອງ ວັກຊີນ ກັບຜູ້ປ່ວຍທີ່ນອນປິ່ນປົວຢູ່ໃນໂຮງໝໍ, ໂດຍແມ່ນບໍລິສັດເທັກໂນໂລຢີ BioNTech ປະເທດນີ້ ເປັນຜູ້ພັດທະນາ ຊຶ່ງຖືກຕີລາຄາວ່າ ມັນສາມາດສະກັດກັ້ນພະຍາດທາງເດນຫາຍໃຈ ໂຄວິດ-19 ໄດ້. ນີ້ ແມ່ນວັກຊີນຕົວທຳອິດຂອງເຢຍລະມັນ ແລະ ເປັນ ຕົວທີ 4 ໃນໂລກ ທີ່ໄດ້ຮັບອະນຸຍາດໃຫ້ທົດລອງກັບຄົນ.

ໃນແຈ້ງການສະບັບໜຶ່ງຂອງອົງການບໍລິຫານ ວັກຊີນ ຂອງເຢຍລະມັນໃຫ້ຮູ້ວ່າ: ໃນໄລຍະທີໜຶ່ງ ໄດ້ທົດລອງກັບ 200 ຄົນທີ່ມີສຸຂະພາບແຂງແຮງດີ, ມີອາຍຸປະມານແຕ່ 18-55 ປີ. ໄລຍະທີສອງ, ການທົດລອງໄດ້ເປີດກວ້າງກວ່າ ທົດລອງກັບກຸ່ມຄົນທີ່ມີຄວາມສ່ຽງຕິດເຊື້ອສູງ.

ບໍລິສັດ BioNTech ໃຫ້ຮູ້ວ່າ: ປັດຈຸບັນກຳລັງປະສານງານກັບ “ນາຍທຶນໃຫ່ຍ” ການຢາ Pfizer ຢູ່ ເພື່ອຈະພັດທະນາ ວັກຊີນ BNT162. ບໍລິສັດດັ່ງກ່າວ ມີແຜນທີ່ຈະດຳເນີນການທົດລອງ ວັກຊີນ ດັ່ງກ່າວກັບຄົນອາເມລິກາ ພາຍຫຼັງໄດ້ຮັບອະນຸຍາດ.

 

 

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ