ລາວຫາລືການຜະລິດກະສິກຳສະອາດຕິດພັນກັບຂະແໜງການປູກຝັງ
ວັນທີ 20 ເມສານີ້, ກະຊວງກະສິກຳ ແລະ ປ່າໄມ້, ໄດ້ຈັດກອງປະຊຸມປຶກສາຫາລືການຜະລິດກະສິກຳສະອາດຕິດພັນກັບຂະແໜງປູກຝັງ ຂຶ້ທີ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງດັ່ງກ່າວ, ມີຜູ້ປະກອບການ-ຜູ້ຜະລິດ, ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫຼາຍ. ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ກ່າວໃນກອງປະຊຸມວ່າ: ເພື່ອເປັນການສະຫຼຸບຕີລາຄາຄືນບັນດາຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ…
