ສະວີເດັນ ຢາກກວດສອບທີ່ມາຂອງພະຍາດໂຄວິດ-19

ໂດຍ: ລູກເມືອງພວນ

ສະວິເດັນກຳລັງສ້າງແຜນການເພື່ອສະເໜີຕໍ່ ສະຫະພາບ ເອີຣົບ (EU) ເພື່ອກວດສອບທີ່ມາຂອງໂຄວິດ-19.

ລັດຖມົນຕີກະຊວງສາທາລະນະສຸກຂອງ ສະວິເດັນ Lena Hallegren ລາຍງານຕໍ່ສະພາມື້ວານນີ້ວັນທີ 29 ເມສາວ່າ: “ໃນເມື່ອທົ່ວທັງໂລກສາມາດຄວບຄຸມພະຍາດໄດ້ແລ້ວ, ຈັດຕັ້ງການດຳເນີນການກວອສອບທີ່ມາຂອງເຊື້ອໄວຣັດໂຄວິດ-19 ແມ່ນເໝາະສົມທີ່ສຸດ.”

ທ່ານ ນາງ Hallegren ກ່າວຕໍ່ໄປວ່າ: “ວຽກໜຶ່ງທີ່ສຳຄັນອີກກໍຄື ການກວດສອບເບິ່ງທັງໝົດຂະບວນວິວັດແຫ່ງການແກ້ໄຂພະຍາດດັ່ງກ່າວໃນທົ່ວທັງໂລກ ນັບທັງ ອົງການອານາໄມໂລກ(WHO) ນຳດ້ວຍວ່າເປັນແນວໃດ. ສະວິເດັນພ້ອມແລ້ວທີ່ຈະຍົກບັນຫານີ້ຂຶ້ນຕໍ່ສະພາ ເອີຣົບ”.

ລັດຖະມົນຕີກະຊວງການຕ່າງປະເທດ ສະວິເດັນ Ann Linde ກໍໃຫ້ຄຳເຫັນວ່າ: “ພາຍຫຼັງພະຍາດໂຄວິດ ສິ້ນສຸດລົງແລ້ວ ກໍຄວນກວດສອບ ອົງການອານາໄມໂລກທັນທີ”.

ນາຍົກລັດຖະມົນຕີ ອົສເຕເລຍ Scott Morrison ມື້ວານນີ້ວັນທີ 29 ເມສາ ປະກາດວ່າ ປະເທດຕົນຈະສືບຕໍ່ກວດສອບທີ່ມາຂອງ                       ພະຍາດໂຄວິດດ້ວຍຕົນເອງ. ທ່ານອະທິບາຍເຖິງເຫດຜົນວ່າ: “ເວລານີ້ແມ່ນມີຄວາມເໝາະສົມແລ້ວໃນເມື່ອໂລກທັງໂລກ ຢາກກວດສອບທີ່ມາຂອງພະຍາດດັ່ງກ່າວດ້ວຍຕົນເອງ, ພວກເຮົາອາດຈະຖອດຖອນໄດ້ບົດຮຽນໃນການສະກັດກັ້ນພະຍາດທີ່ຈະເກີດຂຶ້ນອີກຮອບໃໝ່”.

ໂຄວິດ-19 ລະບາດຂຶ້ນຈາກ ອູຮັ່ນ ປະເທດຈີນໃນເດືອນ ທັນວາ ປີ 2019 ແລະ ແຜ່ລາມໄປໄປໃສ່ເຖິງ 210 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກ, ຊຶ່ງສູນກາງລະບາດໃຫ່ຍທີ່ສຸດແມ່ນຢູ່ສະຫະລັດອາເມລິກາ ແລະ ທະວີບ ເອີຣົບ. ປັດຈຸບັນທົ່ວໂລກມີຜູ້ຕິດເຊື້ອ 3,2 ລ້ານຄົນ ແລະ 227.000 ຄົນເສຍຊີວິດ ແລະ 997.000 ຄົນປິ່ນປົວຫາຍດີ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ