ຮັກສາການຫົວໜ້າ ຄຕພ ຕ້ອນຮັບ ທູດຕວັກກີ ອໍາລາ
ວັນທີ 24 ທັນວາ 2024 ທ່ານ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບອໍາລາ ຂອງ ທ່ານ ໂອຣຮັນ ອືເຊີກ (Orhan Isik) ເອກອັກຄະລັດຖະທູດວິສາມັນຜູ້ມີ ອໍານາດເຕັມ ແຫ່ງ ສາທາລະນະລັດ…
ແຂວງຫົວພັນ ອະໄພຍະໂທດດ້ວຍການຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ 23 ຄົນ
ປກສ ແຂວງຫົວພັນ ລາຍງານວ່າ: ວັນທີ 18 ທັນວາ 2024 ຜ່ານມານີ້ ອົງການໄອຍະການປະຊາຊົນ ແຂວງຫົວພັນໄດ້ປະກາດອະໄພຍະໂທດນັກໂທດທີ່ຄົບຕາມເງື່ອນໄຂສະເໜີຂໍອະໄພຍະໂທດດ້ວຍການຫຼຸດຜ່ອນໂທດ ແລະ ປ່ອຍຕົວ ປະຈໍາປີ 2024 ມີ 23 ຄົນ ຍິງ 1 ຄົນ,…
11 ເດືອນ ແຂວງສະຫວັນນະເຂດ ມ້າງຄະດີຢາເສບຕິດໄດ້ 603 ເລື່ອງ ຢືດຢາບ້າ 2 ລ້ານກວ່າເມັດ ແລະ ຢາເສບຕິດປະເພດອື່ນຈຳນວນຫລາຍ
ວັນທີ 24 ທັນວາ 2024 ພົຈວ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ ສະຫວັນນະເຂດ ລາຍງານຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ວ່າ:…
ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ຄັ້ງທີ 5 ສະໄໝທີ VIII
ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ຄັ້ງທີ 5 ສະໄໝທີ VIII ທີ່ ໄດຈັດຂຶ້ນໃນວັນທີ 25 ທັນວານີ້ ທີ່ສູນກາງສະຫະພັນກຳມະບານລາວ ໂດຍການເປັນປະທານຂອງ ທ່ານ ເລັດ ໄຊຍະພອນ ປະທານສູນ ກາງສະຫະພັນກຳມະບານລາວ,ມີບັນດາສະຫາຍຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ສະໄໝທີ VIII ແລະ…
ລາວ-ໄທ ທົບທວນ ແລະ ວາງແຜນສືບຕໍ່ຮ່ວມມື ເພື່ອຄວບຄຸມຢາເສບຕິດຕາມຊາຍແດນ
ຂ່າວໜັງສືພິມຄວາມສະຫງົບລາຍງານວ່າ: ວັນທີ 25 ທັນວາ 2024 ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມສອງຝ່າຍລາວ-ໄທລະດັບລັດຖະມົນຕີວ່າດ້ວຍການຮ່ວມມືເພື່ອຄວບຄຸມຢາເສບຕິດ ຄັ້ງທີ 20 ເຂົ້າຮ່ວມໂດຍທ່ານ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ຝ່າຍໄທ…
ສ.ເກົາຫລີ ຊ່ວຍເຫລືອລ້າ 13 ລ້ານໂດລາ ເພື່ອກໍ່ສ້າງຂົວ ແລະ ປັບປຸງຄວາມປອດໄພທາງຫລວງ ຢູ່ ສປປ ລາວ
ໜັງສືພິມວຽງຈັນທາຍລາຍງານວ່າ: ວັນທີ 19 ທັນວາ 2024 ຜ່ານມາ ອົງການຮ່ວມມືສາກົນ ສ.ເກົາຫລີ (KOICA) ໄດ້ໃຫ້ການຊ່ວຍເຫຼືອລ້າ 13 ລ້ານໂດລາສະຫະລັດ ເພື່ອກໍ່ສ້າງຂົວ ແລະ ປັບປຸງຄວາມປອດໄພທາງຫລວງ ຢູ່ ສປປ ລາວ ໂດຍຈະຍົກລະດັບ 6…
ສະຫວັນນະເຂດ ແຈ້ງການຫ້າມ ຜະລິດ, ນໍາເຂົ້າ ຂົນສົ່ງ, ຊື້-ຂາຍ ມີໄວ້ຄອບຄອງ ຈູດ ຫຼື ຍິງໝາກກະໂພກ, ບັ້ງໄຟດອກ, ໂຄມໄຟລອຍ ຟ້າ
ແຈ້ງການເຖິງ: ຫົວໜ້າກອງບັນຊາການ ປກຊ-ປກສ ແຂວງສະຫວັນນະເຂດ ບັນດາຫົວໜ້າພະແນກ, ຫົວໜ້າຫ້ອງການທຽບເທົ່າພະແນກ ແຂວງ, ເຈົ້ານະຄອນ, ບັນດາເຈົ້າເມືອງທົ່ວແຂວງສະຫວັນນະເຂດ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ເລື່ອງ: ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດ ຄໍາສັ່ງເພີ່ມທະວີຈັດຕັ້ງປະຕິບັດ ການຫ້າມຜະລິດ, ນໍາເຂົ້າ ຂົນສົ່ງ, ຊື້-ຂາຍ ມີໄວ້ຄອບຄອງ ຈູດ ຫຼື…
ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ຖອດຖອນບົດຮຽນການຈັດຕັ້ງປະຕິບັດປີ ທ່ອງທ່ຽວລາວ 2024
ວັນທີ 23 ທັນວາ 2024 ທີ່ນະຄອນຫຼວງວຽງຈັນ ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ພາຍໃຕ້ການເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ,…










