ຮັກສາການຫົວໜ້າ ຄຕພ ຕ້ອນຮັບ ທູດຕວັກກີ ອໍາລາ

ວັນທີ 24 ທັນວາ 2024 ທ່ານ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບອໍາລາ ຂອງ ທ່ານ ໂອຣຮັນ ອືເຊີກ (Orhan Isik) ເອກອັກຄະລັດຖະທູດວິສາມັນຜູ້ມີ ອໍານາດເຕັມ ແຫ່ງ ສາທາລະນະລັດ ຕວັກກີ ປະຈໍາ ສປປ ລາວ.

ໂອກາດດັ່ງກ່າວ, ທ່ານ ບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍ ຕໍ່ທ່ານທູດ ໃນການສໍາເລັດການປະຕິບັດໜ້າທີ່ຂອງຕົນຢູ່ ສປປ ລາວ ຕະຫລອດໄລຍະ 4 ປີ ໂດຍໄດ້ປະກອບສ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ຕວັກກີ ແລະ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ, ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ຕະຫລອດໄລຍະກວ່າຫົກທົດ ສະວັດ ຜ່ານມາ. ພ້ອມທັງ ສະແດງຄວາມຂອບໃຈ ຕໍ່ລັດຖະ ບານ ແລະ ປະຊາຊົນຕວັກກີ ທີ່ໃຫ້ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນຫລາຍດ້ານ ເປັນຕົ້ນ ດ້ານສາທາລະນະສຸກ, ການ ສຶກສາ, ການສົ່ງເສີມທັກສະ ແລະ ຄວາມກ້າວໜ້າຂອງຊາວ ໜຸ່ມ-ແມ່ຍິງ ແລະ ເຊື່ອໝັ້ນວ່າ ສ ຕວັກກີ ຈະສືບຕໍ່ໃຫ້ການສະ ໜັບສະໜູນຂະແໜງການຕ່າງໆຂອງ ສປປ ລາວ ເພື່ອສົ່ງເສີມການພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ. 

ພ້ອມທັງ ອວຍພອນໃຫ້ທູດ ຈົ່ງປະສົບຜົນສຳເລັດໃໝ່ໃນໜ້າທີ່ວຽກງານໃນຕໍ່ໜ້າ ແລະ ເດີນທາງກັບຄືນປະເທດໂດຍສະຫວັດດີພາບ.

ທ່ານ ໂອຣຮັນ ອືເຊີກ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງ ຊົມເຊີຍ ຕໍ່ການເຂົ້າຮັບໜ້າທີ່ໃໝ່ຂອງ ທ່ານ ບຸນເຫລືອ ພັນດານຸວົງ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງ ສປປ ລາວ ໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມສຸດ ຍອດທີ່ກ່ຽວຂ້ອງອື່ນໆ. ພ້ອມນັ້ນ, ທ່ານທູດ ຍັງໄດ້ຢືນຢັນວ່າ ຈະສືບຕໍ່ຊຸກຍູ້ ເປັນຂົ້ວຕໍ່ ໃນການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ແລະ ເພີ່ມທະວີຮ່ວມມືກັບພາກສ່ວນຕ່າງໆຂອງລາວ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນ ລະຫວ່າງ ສປປ ລາວ ແລະ ສ ຕວັກກີ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.