ແຂວງໄຊສົມບູນ ຈະຈັດພິທີສົມໂພດຫໍຫລັກເມືອງ, ຕັ້ງກອງບຸນຫາເຈົ້າອະນຸວົງ ຕິດພັນກັບວຽກງານສົ່ງເສີມການທ່ອງທ່ຽວ

ໃນລະຫວ່າງວັນທີ 27 ພະຈິກ ຫາ 11 ທັນວາ 2022, ແຂວງໄຊສົມບູນຈະມີພິທີສົມໂພດຫໍຫລັກເມືອງ, ພິທີຕັ້ງກອງບຸນຫາເຈົ້າອະນຸວົງ ແລະ ກິດຈະກຳອື່ນໆ ທີ່ຕິດພັນກັບວຽກງານສົ່ງເສີມການທ່ອງທ່ຽວ.
ເຊິ່ງກິດຈະກຳພາຍໃນງານປະກອບມີ:
- ວັນທີ 28-29 ພະຈິກ ຈັດງານແຂ່ງຂັນກິລາພື້ນເມືອງ, ຍິງໜ້າເກັກ, ຕີໝາກຂ່າງ, ປະກວດງົວຊົນງາມ, ງົວຊົນເກັ່ງ.
- ວັນທີ 3-5 ທັນວາ ຈັດງານປະກວດນາງສາວອາພອນໄຊສົມບູນ ປະຈໍາປີ 2022 ແລະ ປະກວດນັກຮ້ອງສຽງດີ ຍິງ-ຊາຍ.
- ວັນທີ 4 ທັນວາ ຕັ້ງກອງບຸນໃຫ້ເຈົ້າອະນຸວົງ ຕອນແລງມີງົບງັນຕະຫລອດຄືນ, ຕອນເຊົ້າວັນທີ 5 ທັນວາ ມີພິທີຕັກບາດຖະວາຍສັງຄະທານ(ສະຖານທີ່ໜ້າຖໍ້າເຈົ້າອະນຸສົງ).
- ວັນທີ 6 ທັນວາ ຕອນເຊົ້າ ຈັດພິທີທາງການ ສົມໂພດຫໍຫລັກເມືອງ, ຕອນຄໍ່າຈັດພິທີສາສະໜາສູດຫໍຫລັກເມືອງ.
- ວັນທີ 7 ທັນວາ ຕອນເຊົ້າໃສ່ບາດຖະວາຍສັງຄະທານຢູ່ຫໍຫລັກເມືອງ, ບາສີສູ່ຂວັນການນໍາແຂວງ ແລະ ການນໍາຂັ້ນສູງ.
ນອກນັ້ນ, ໃນວັນທີ 2-8 ທັນວາ ຍັງມີງານຕະຫລາດນັດ ແລະ ເທສະການອາຫານ (ສະຖານທີ່ຫລັກເມືອງ).

