ໝໍພົບນ໋ອດໂລຫະຝັງຢູ່ຮູດັງຂອງເດັກອາຍຸ 7 ປີດົນເຖິງ 2 ປີ
ໝໍພົບສາເຫດທີ່ເດັກນ້ອຍເພດຊາຍຊາວຈີນໄດ້ກິ່ນເໝັນຕິດດັງມາເປັນເວລາ 2 ປີ ກໍຄືນ໋ອດໂລຫະທີ່ຝັງຢູ່ໃນຮູດັງເບື້ອງໜຶ່ງ. ເດັກນ້ອຍເພດຊາຍນິລະນາມອາຍຸ 7 ປີ ຈາກເມືອງຈຽວຊົວ ມົນທົນເຫີໜານ ສປ ຈີນ ມັກຈົ່ມໃຫ້ພໍ່ແມ່ຟັງວ່າລາວໄດ້ກິ່ນເໝັນຕິດດັງຢ່າງໜ້ອຍ 2 ປີແລ້ວ, ແຕ່ພວກເຂົາຫາບໍ່ເຫັນວ່າມັນຄືກິ່ນຫຍັງ. ພໍ່ແມ່ຂອງເດັກບໍ່ເຄີຍໄດ້ກິ່ນນັ້ນ ແລະ ເດັກເອງກໍອະທິບາຍບໍ່ຖືກວ່າກິ່ນເໝັນດັ່ງກ່າວເປັນແນວໃດ,…









