ກຸ່ມແຮັດໂບລາຂາດການຕິດຕໍ່ກັບວ່າທີ່ຜູ້ນໍາຄົນໃໝ່ ພາຍຫລັງອິດສະລາແອນໂຈມຕີນະຄອນຫລວງເບຣຸດ

ວົງໃນຂອງກຸ່ມແຮັດໂບລາກ່າວວ່າ: ຍັງບໍ່ສາມາດຕິດຕໍ່ກັບທ່ານ ອາເຊມ ຊາຟີດດີນ ບຸກຄົນທີ່ໄດ້ຮັບການຄາດໝາຍວ່າຈະຂຶ້ນເປັນຜູ້ນໍາກຸ່ມແຮັດໂບລາຄົນໃໝ່ ພາຍຫລັງອິດສະລາແອນໂຈມຕີເມືອງຫລວງຂອງລີບັງໃນອາທິດນີ້.
ແຫລ່ງຂ່າວລະດັບສູງໃນກຸ່ມແຮັດໂບລາເປີດເຜີຍວ່າ: ຍັງບໍ່ສາມາດຕິດຕໍ່ກັບທ່ານ ຮາເຊມ ຊາຟີດດີນ ວ່າທີ່ຜູ້ນໍາສູງສຸດຄົນໃໝ່ຂອງກຸ່ມແຮັດໂບລາ ນັບແຕ່ກອງທັບອິດສະລາແອນໂຈມຕີທາງອາກາດຢູ່ເຂດທາງໃຕ້ຂອງນະຄອນຫລວງເບຣຸດໃນວັນທີ 4 ຕຸລາຜ່ານມາ.
ແຫລ່ງຂ່າວກ່າວຕໍ່ໄປວ່າ: ຍັງບໍ່ສາມາດຢືນຢັນໄດ້ຢ່າງຊັດເຈນວ່າທ່ານ ຊາຟີດດີນ ເຊິ່ງເປັນລູກອ້າຍລູກນ້ອງຂອງທ່ານ ຮໍາຊັນ ນາສຣາລເລາະ ຜູ້ນໍາສູງສຸດຂອງກຸ່ມແຮັດໂບລາ ເຊິ່ງຫາກໍເສຍຊີວິດຈາກການສັງຫານໂດຍອິດສະລາແອນໃນທ້າຍເດືອນກັນຍາຜ່ານມາ ຢູ່ໃນສະຖານແຫ່ງນັ້ນໃນວັນເກີດເຫດ ຫລື ບໍ່ ໂດຍມີຂໍ້ມູນຢືນຢັນພຽງວ່າ: ທ່ານ ຊາຟີນດີນ ຢູ່ກັບທ່ານ ຮັດ ມູຕາດາ ເຊິ່ງເປັນຫົວໜ້າຝ່າຍຂ່າວຂອງກຸ່ມແຮັດໂບລາໃນເວລາເກີດເຫດ.
ທັງນີ້, ກອງທັບອິດສະລາແອນຖະຫລົ່ມໂຈມຕີພື້ນທີ່ທາງໃຕ້ຂອງນະຄອນຫລວງເບຣຸດສູງເຖິງ 11 ຄັ້ງ ໃນວັນທີ 4 ຕຸລາຜ່ານມາ ຖືເປັນໜຶ່ງໃນການໂຈມຕີຄັ້ງຮຸນແຮງທີ່ສຸດ ນັບແຕ່ກອງທັບອິດສະລາແອນຍົກລະດັບການໂຈມຕີລີບັງນັບແຕ່ທ້າຍເດືອນກັນຍາຜ່ານມາ ເຊິ່ງສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຫລາຍກວ່າ 1,100 ຄົນ ແລະ ປະຊາຊົນຫລາຍກວ່າ 1 ລ້ານຄົນຕ້ອງອົບພະຍົບ.

