ຜູ້ນໍາຄົນໃໝ່ຂອງກຸ່ມແຮັດໂບລາສົ່ງສັນຍານພ້ອມເຈລະຈາ ຖ້າອິດສະລາແອນຍື່ນຂໍ້ສະເໜີທີ່ຮັບໄດ້

ຜູ້ນໍາຄົນໃໝ່ຂອງກຸ່ມແຮັດໂບລາສົ່ງສັນຍານພ້ອມເຈລະຈາ ຖ້າອິດສະລາແອນຍື່ນຂໍ້ສະເໜີທີ່ຮັບໄດ້

      ຖ້າອິດສະລາແອນເປັນຝ່າຍຍື່ນເງື່ອນໄຂ, ແຕ່ຖ້າຢູ່ໃນລະດັບທີ່ຮັບໄດ້ ຜູ້ນໍາຄົນໃໝ່ຂອງກຸ່ມແຮັດໂບລາພ້ອມເຈລະຈາ.        ທ່ານ ນາອິມ ກັສເຊັມ ຜູ້ນໍາສູງສຸດຂອງກຸ່ມແຮັດໂບລາ ກ່າວໃນວັນທີ 30 ຕຸລາຜ່ານມາ ເຊິ່ງເປັນການຖະແຫລງຢ່າງເປັນທາງການຄັ້ງທໍາອິດຫລັງຮັບຕໍາແໜ່ງວ່າ: ກຸ່ມແຮັດໂບລາຍັງມີປະສິດທິພາບຕ້ານທາງການໂຈມຕີທາງບົກ ແລະ ທາງອາກາດຂອງກອງທັບອິດສະລາແອນໄດ້ອີກຫລາຍເດືອນ.       ເຖິງຢ່າງໃດກໍຕາມ, ຖ້າອິດສະລາແອນຕ້ອງການຢຸດຄວາມວຸ້ນວາຍທັງໝົດ ກຸ່ມແຮັດໂບລາຍອມຮັບ,…

ຟິລິບປິນ ແລະ ໄຕ້ຫວັນ ເຕືອນໄພພາຍຸ Leon ຫລື Kong-rey ເພີ່ມກຳລັງເປັນ ຊຸບເປີພາຍຸໄຕ້ຝຸ່ນ

ຟິລິບປິນ ແລະ ໄຕ້ຫວັນ ເຕືອນໄພພາຍຸ Leon ຫລື Kong-rey ເພີ່ມກຳລັງເປັນ ຊຸບເປີພາຍຸໄຕ້ຝຸ່ນ

ສຳນັກຂ່າວ Philippin Star ຂອງປະເທດ ຟິລິບປິນລາຍງານວ່າ: ວັນທີ 30 ຕຸລາ 2024 ພາຍຸ ໄຕ້ຝຸ່ນ LeonPH ເພີ່ມກຳລັງແຮງຂຶ້ນເປັນ ຊຸບເປີໄຕ້ຝຸ່ນ ຄວາມໄວຂອງລົມ 165ກິໂລແມັດ/ຊົ່ວໂມງ ເຄື່ອນທີ່ຢູ່ທາງທິດຕາເວັນອອກ ຂອງຟິລິບປິນ ແລະ ກຳລັງເຄື່ອນທີ່ໄປຫາໄຕ້ຫວັນ…

ອີຣານເລັ່ງເພີ່ມງົບປະມານກອງທັບ 3 ເທົ່າ ທ່າມກາງຄວາມເຄັ່ງຕຶງກັບອິດສະລາແອນ

ອີຣານເລັ່ງເພີ່ມງົບປະມານກອງທັບ 3 ເທົ່າ ທ່າມກາງຄວາມເຄັ່ງຕຶງກັບອິດສະລາແອນ

      ລັດຖະບານອີຣານສະເໜີເພີ່ມການໃຊ້ຈ່າຍທາງທະຫານເປັນ 3 ເທົ່າ. ຂະນະທີ່ຄວາມເຄັ່ງຕຶງກັບອິດສະລາແອນເພີ່ມຂຶ້ນ ຫລັງເກີດເຫດການໂຈມຕີຕອບໂຕ້ດ້ວຍລູກສອນໄຟຂອງທັງສອງຝ່າຍເມື່ອບໍ່ດົນມານີ້.       ນາງ ຟາຕາເມ ໂມຮາເຈຣານີ ໂຄສົກຂອງລັດຖະບານອີຣານ ສະຫລຸບການດໍາເນີນງານທີ່ຈະເຮັດໃຫ້ງົບປະມານດ້ານການທະຫານຂອງປະເທດເພີ່ມຂຶ້ນຫລາຍກວ່າ 200% ໃນການຖະແຫລງຂ່າວຢູ່ນະຄອນຫລວງເຕຫະຣານ ໂດຍບໍ່ໃຫ້ລາຍລະອຽດ.       ເຖິງວ່າລັດຖະບານເຕຫະຣານບໍ່ໄດ້ເປີດເຜີຍຕົວເລກທີ່ແນ່ນອນ, ແຕ່ສະຖາບັນວິໄຈສັນຕິພາບນາໆຊາດສະຕອກໂຮມ (SIPRI) ລະບຸວ່າ:…

ຊ່າງຖ່າຍຮູບສາວເສຍຊີວິດ ຍ້ອນຖ່າຍຮູບແລ້ວຖອຍຫລັງເຂົ້າຫາໃບພັດເຮືອບິນ

ຊ່າງຖ່າຍຮູບສາວເສຍຊີວິດ ຍ້ອນຖ່າຍຮູບແລ້ວຖອຍຫລັງເຂົ້າຫາໃບພັດເຮືອບິນ

      ຊ່າງຖ່າຍຮູບສາວຊາວອາເມລິກາຈົດຈໍ່ຕໍ່ການຖ່າຍຮູບຈົນບໍ່ທັນລະວັງຕົວ ຍ່າງຖອຍຫລັງເຂົ້າໃກ້ເຮືອບິນ ແລະ ໃບພັດທີ່ກໍາລັງໝູນຢູ່ຈົນປະສົບອຸບັດຕິເຫດເສຍຊີວິດ.       ວັນທີ 29 ຕຸລາ 2024, ສໍານັກຂ່າວຕ່າງປະເທດລາຍງານຂ່າວກໍລະນີຊ່າງຖ່າຍຮູບສາວຊາວອາເມລິກາເສຍຊີວິດລະຫວ່າງພະຍາຍາມຖ່າຍຮູບ, ແຕ່ກ້າວຖອຍຫລັງໄປຫາເຮືອບິນທີ່ກໍາລັງຕິດຈັກຢູ່ຈົນເຮັດໃຫ້ເກີດອຸບັດຕິເຫດຂຶ້ນ.       ເຫດການທີ່ໜ້າເສົ້ານີ້ເກີດຂຶ້ນໃນວັນທີ 26 ຕຸລາຜ່ານມາ. ນາງ ອາແມນດາ ກັດລາເກີ ຊ່າງຖ່າຍຮູບ…

ອຸຕຸນິຍົມໄຕ້ຫວັນເຕືອນທຸກພາກສ່ວນກຽມຮັບມື ໄຕ້ຝຸ່ນ Kong Rey ຈະຂຶ້ນຝັ່ງ 30-31 ຕຸລາ

ອຸຕຸນິຍົມໄຕ້ຫວັນເຕືອນທຸກພາກສ່ວນກຽມຮັບມື ໄຕ້ຝຸ່ນ Kong Rey ຈະຂຶ້ນຝັ່ງ 30-31 ຕຸລາ

ວັນທີ 29 ຕຸລາ 2024 ສໍານັກງານອຸຕຸນິຍົມວິທະຍາກາງ (CWA) ຂອງໄຕ້ຫວັນ ອອກເຕືອນຝົນຕົກໜັກ ແລະ ລົມແຮງ ໃນບາງພື້ນທີ່ຂອງໄຕ້ຫວັນ ເນື່ອງຈາກພາຍຸ Kong Rey ເພີ່ມຄວາມຮຸນແຮງກາຍເປັນພາຍຸໄຕ້ຝຸ່ນແລ້ວ ແລະ ຍັງສືບຕໍ່ເຄື່ອນຕົວເຂົ້າໃກ້ເກາະທາງທິດຕາເວັນອອກສຽງໃຕ້ ເຊິ່ງໃນພື້ນທີ່ແຈ້ງເຕືອນອາດໄດ້ຮັບປະລິມານນໍ້າຝົນຫລາຍກວ່າ 80 ມມ…

ໂຟກສະວາເກນ ຜະເຊີນວິກິດ ກຽມປິດໂຮງງານຢ່າງໜ້ອຍ 3 ແຫ່ງຢູ່ເຢຍລະມັນ

ໂຟກສະວາເກນ ຜະເຊີນວິກິດ ກຽມປິດໂຮງງານຢ່າງໜ້ອຍ 3 ແຫ່ງຢູ່ເຢຍລະມັນ

       ບໍລິສັດ ໂຟກສະວາເກນ ຜູ້ຜະລິດລົດລາຍໃຫຍ່ລະດັບໂລກກໍາລັງປະສົບບັນຫາ ມີແຜນປິດໂຮງງານຢ່າງໜ້ອຍ 3 ແຫ່ງຢູ່ເຢຍລະມັນ ແລະ ເລີກຈ້າງພະນັກງານຫລາຍໝື່ນຄົນ ຕາມສ່ວນໜຶ່ງຂອງແຜນຫລຸດຕົ້ນທຶນຄັ້ງໃຫຍ່.       ນອກຈາກປິດໂຮງງານ ແລະ ເລີກຈ້າງພະນັກງານແລ້ວ, ໂຟກສະວາເກນຍັງມີແຜນຫລຸດເງິນເດືອນພະນັກງານທຸກຄົນ 10% ລວມທັງຫລຸດຂະໜາດໂຮງງານທີ່ເຫລືອ ແລະ ຍ້ານພະແນກທັງໝົດໄປຕ່າງປະເທດ ຫລື…

ຖ້ຽວບິນສິງກະໂປ-ໂຕກຽວລົງຈອດສຸກເສີນຢູ່ສະໜາມບິນໄຕ້ຫວັນ ແວ່ນລ້າວໃນຄວາມສູງ 36,000 ຟຸດ

ຖ້ຽວບິນສິງກະໂປ-ໂຕກຽວລົງຈອດສຸກເສີນຢູ່ສະໜາມບິນໄຕ້ຫວັນ ແວ່ນລ້າວໃນຄວາມສູງ 36,000 ຟຸດ

      ສາຍການບິນສິງກະໂປແອຣລາຍ ຖ້ຽວບິນ SQ636 ຈາກສະໜາມບິນຊາງງີ-ສະໜາມບິນຮາເນດະ ໂຕກຽວ ຂອງຍີ່ປຸ່ນ ແວ່ນຫ້ອງນັກບິນລ້າວ ລະດັບຄວາມສູງ 36,000 ຢຸດ ຕ້ອງລົງຈອດສຸກເສີນ ຢູ່ສະໜາມບິນສາກົນ ເຖົາຢວນ ຂອງໄຕ້ຫວັນ.       ວັນທີ 28 ຕຸລາ, ນັກຂ່າວລາຍງານວ່າ:…

ແຂວງກວາງບິງ ປະເທດຫວຽດນາມ ປະສົບໄພນໍ້າຖ້ວມຈາກພາຍຸ ໄຕ້ຝຸ່ນ Trami

ແຂວງກວາງບິງ ປະເທດຫວຽດນາມ ປະສົບໄພນໍ້າຖ້ວມຈາກພາຍຸ ໄຕ້ຝຸ່ນ Trami

ສຳນັກຂ່າວ Truyền hình Quảng Bình ແຂວງກວາງບິງ ປະເທດຫວຽດນາມລາຍງານວ່າ: ວັນທີ 28 ຕຸລາ 2024 ນີ້ ພາຍຸ ໄຕ້ຝຸ່ນ Trami ພັດຂຶ້ນຝັ່ງ ດານັງ ສົ່ງຜົນໃຫ້ເກີດຄວາມກົດດັນອາກາດຕໍ່າ ແລະ ຝົນຕົກໜັກຕໍ່ເນື່ອງກັນຫລາຍຊົ່ວຖມງຢູ່ເຂດພາກກາງ…

ຄະນະກໍາມະການອາຫານ ແລະ ຢາໄທ ກວດພົບສານເຄມີຕົກຄ້າງໃນໝາກ ອະງຸ່ນຂຽວ ໄຊ ມັສແຄັດ 50 ຊະນິດ

ຄະນະກໍາມະການອາຫານ ແລະ ຢາໄທ ກວດພົບສານເຄມີຕົກຄ້າງໃນໝາກ ອະງຸ່ນຂຽວ ໄຊ ມັສແຄັດ 50 ຊະນິດ

ສໍານັກຂ່າວໄທຣັດລາຍງານໃນວັນ 24 ຕຸລາ 2024 ວ່າ: ຄະນະກໍາມະການ ອາຫານ ແລະ ຢາໄທ (ອຢ.ປະເທດໄທ) ທີ່ຮ່ວມກັບເຄືອຂ່າຍເຕືອນໄພສານເຄມີກໍາຈັດສັດຕູພືດ (Thai-PAN) ແລະ ນິຕະຍະສານສະຫລາດຊື້ ມູນລະນິທິເພື່ອຜູ້ບໍລິໂພກ ຖະແຫລງຜົນຈາກການທົດສອບສານເຄມີໃນອະງຸ່ນຂຽວ ໄຊ ມັສແຄັດ ໃນທົ່ວກຸງເທບ ແລະ…

ຜູ້ບັນຊາການ IRGC ຂູ່ອິດສະລາແອນ ລະວັງເລື່ອງເໜືອຄວາມຄາດໝາຍ ຫລັງໂຈມຕີອີຣານ

ຜູ້ບັນຊາການ IRGC ຂູ່ອິດສະລາແອນ ລະວັງເລື່ອງເໜືອຄວາມຄາດໝາຍ ຫລັງໂຈມຕີອີຣານ

      ຜູ້ບັນຊາການກອງກໍາລັງພິທັກປະຕິວັດອີຣານເຕືອນອິດສະລາແອນວ່າ: ການໂຈມຕີອີຣານໃນທ້າຍອາທິດຜ່ານມາ ອາດນໍາໄປສູ່ການເປີດຜົນລັບທີ່ເໜືອຄວາມຄາດໝາຍ.       ສື່ທ້ອງຖິ່ນຫລາຍແຫ່ງຂອງອີຣານ ລວມທັງສໍານັກຂ່າວທາສນິມ ພ້ອມໃຈເຜີຍແຜ່ຖະແຫລງການຂອງ ພົນຕີ ຮອສເຊັນ ຊາລາມີ ຜູ້ບັນຊາການກອງກໍາລັງພິທັກປະຕິວັດອີຣານ (IRGC) ກ່ຽວກັບກໍລະນີອິດສະລາແອນໂຈມຕີທາງທະຫານຕໍ່ເປົ້າໝາຍຫລາຍແຫ່ງໃນອີຣານ ໃນວັນທີ 26 ຕຸລາຜ່ານມາ ບໍ່ສາມາດບັນລຸເປົ້າໝາຍໄດ້ ເຖິງວ່າມີການຢືນຢັນວ່າທະຫານອີຣານ 4…