ທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ສ. ຣັດເຊຍ
ວັນທີ 5 ພະຈິກ 2024, ຢູ່ທີ່ ວັງແກຼມແລງ, ນະຄອນ ຫລວງ ມົດສະກູ, ສະຫະພັນ ຣັດເຊຍ, ທ່ານ ສີພັນດອນ ອ້ອຍບົວບຸດ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ພະນະທ່ານ ວາລາດີເມຍ ວາລາດີເມຍໂຣວິຈ ປູຕິນ, ປະທານາທິບໍດີ…
ວັນທີ 5 ພະຈິກ 2024, ຢູ່ທີ່ ວັງແກຼມແລງ, ນະຄອນ ຫລວງ ມົດສະກູ, ສະຫະພັນ ຣັດເຊຍ, ທ່ານ ສີພັນດອນ ອ້ອຍບົວບຸດ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ພະນະທ່ານ ວາລາດີເມຍ ວາລາດີເມຍໂຣວິຈ ປູຕິນ, ປະທານາທິບໍດີ…
ນາຍົກລັດຖະມົນຕີ ແອນໂທນີ ອັລບາເນຊີ ຜູ້ນໍາອົດສະຕຣາລີ ເປີດເຜີຍວ່າ: ລັດຖະບານມີແຜນຈະອອກກົດໝາຍ ຫ້າມເດັກອາຍຸຕໍ່າກວ່າ 16 ປີ ໃຊ້ໂຊຊຽວມີເດຍ. ກົດໝາຍຫ້າມເດັກອາຍຸຕໍ່າກວ່າ 16 ປີ ຈະຖືກນໍາສະເໜີຕໍ່ລັດຖະສະພາໃນປີນີ້ ແລະ ຈະມີຜົນບັງຄັບໃຊ້ໃນອີກ 12 ເດືອນ…
ທາງການແຄວ້ນປັນຈາບຂອງປາກິດສະຖານ ສັ່ງປິດໂຮງຮຽນຫລາຍແຫ່ງຢູ່ເມືອງໃຫຍ່ທີ່ໄດ້ຮັບຜົນກະທົບຈາກໝອກຄວັນ ແລະ ໃຫ້ດໍາເນີນການຮຽນ-ການສອນທາງອອນລາຍຈົນຮອດວັນທີ 17 ພະຈິກນີ້. ຂະນະທີ່ປະເທດຜະເຊີນມົນລະພິດທາງອາກາດລະດັບສູງເປັນປະຫວັດສາດ. ບັນຫາໝອກຄວັນເຮັດໃຫ້ແຄວ້ນປັນຈາບ ເຊິ່ງມີປະຊາກອນ 120 ລ້ານກວ່າຄົນ ປິດໂຮງຮຽນປະຖົມສຶກສາໃນໄລຍະກ່ອນໜ້ານີ້ ລວມທັງຄວບຄຸມການໃຊ້ລົດຕຸກໆ ແລະ ສັ່ງປິດຮ້ານບາບີຄິວບາງແຫ່ງໃນເມືອງລາຮໍ. ແຕ່ຫລ້າສຸດ, ທາງການມີຄໍາສັ່ງປິດໂຮງຮຽນທັງໝົດໃນເມືອງໃຫຍ່ຫລາຍແຫ່ງທີ່ປົກຄຸມໄປດ້ວຍໝອກຄວັນ…
ທ່ານ ໂດນັລ ທຣໍາ ຈາກພັກຣີພັບລິກັນ ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີອາເມລິກາ ເໜືອນາງ ຄາມາລາ ແຮຣິສ ຈາກພັກເດໂມແຄຣດ ໂດຍກວາດຈໍານວນຄະນະຜູ້ເລືອກຕັ້ງ (Electoral College) ເກີນ 270 ຄະແນນແລ້ວ ເຖິງວ່າການນັບຄະແນນໃນຫລາຍລັດຍັງດໍາເນີນຢູ່. ການເລືອກຕັ້ງຄັ້ງນີ້ທ່ານ ທຣໍາ ສາມາດຊະນະໃນລັດ…
ນັກເຕະບານຊາວເປຣູເສຍຊີວິດແບບບໍ່ຄາດຄິດ ຂະນະລົງແຂ່ງຂັນໃນສະໜາມແລ້ວເກີດເຫດຟ້າຝ່າກາງສະໜາມເຕະບານ. ເມື່ອນັກເຕະບານຊາວເປຣູເສຍຊີວິດກະທັນຫັນຈາກການຖືກຟ້າຜ່າກາງສະໜາມເຕະບານລະຫວ່າງການແຂ່ງຂັນໃນວັນທີ 3 ພະຈິກຜ່ານມາ. ນອກຈາກນີ້ ຍັງມີນັກເຕະບານໄດ້ຮັບບາດເຈັບອີກ 5 ຄົນ. ເຫດການດັ່ງກ່າວເກີດຂຶ້ນໃນນາທີ 22 ຂອງການແຂ່ງຂັນລະຫວ່າງທີມທ້ອງຖິ່ນ 2 ທີມ ຄືທີມ ຮູເວນຕຸດ ເບວລາວິສຕາ…
ການເລືອກຕັ້ງປະທານາທິບໍດີອາເມລິກາຄັ້ງສໍາຄັນເລີ່ມຂຶ້ນຢ່າງເປັນທາງການໃນວັນທີ 5 ພະຈິກ ໂດຍຫລາຍລັດຂອງອາເມລິກາທະຍອຍເປີດຫີບລົງຄະແນນ ທ່າມກາງຄວາມສົນໃຈຂອງຊາວອາເມລິກາທີ່ອອກໄປໃຊ້ສິດຢ່າງຄຶກຄັກ. ໂດຍບ່ອນທີ່ເປີດລົງຄະແນນແຫ່ງທໍາອິດ ຄືເມືອງດິກວິວນອດ (Dixville Notch) ໃນລັດນິວແຮມເຊີ ໃກ້ຊາຍແດນການາດາ ເຊິ່ງເປັນເມືອງຂະໜາດນ້ອຍທີ່ມີປະຊາກອນລົງທະບຽນໃຊ້ສິດພຽງ 6 ຄົນ ເປີດໃຫ້ລົງຄະແນນນັບແຕ່ທ່ຽງຄືນຕາມເຂດເວລາຕາເວັນອອກ (Eastern Time: ET)…
ອິດສະລາແອນປະຕິບັດການທາງທະຫານຢູ່ຊິຣີ ເຊິ່ງສາມາດທໍາລາຍກອງບັນຊາການຂ່າວຂອງກຸ່ມແຮັດໂບລາ. ກອງທັບອິດສະລາແອນອອກຖະແຫລງການ ຢືນຢັນການໂຈມຕີທາງອາກາດຕໍ່ເປົ້າໝາຍຫລາຍແຫ່ງໃນນະຄອນຫລວງດາມັດກັດ ເມືອງຫລວຂອງຊິຣີ ໃນວັນທີ 4 ພະຈິກຜ່ານມາ ໂດຍເປົ້າໝາຍທີ່ມີການຖິ້ມລະເບີດທໍາລາຍນັ້ນ ກ່ຽວຂ້ອງກັບການເປັນສໍານັກງານໃຫຍ່ດ້ານຂ່າວຂອງກຸ່ມແຮັດໂບລາຢູ່ຊິຣີ. ກະຊວງການຕ່າງປະເທດຊິຣີອອກຖະແຫລງການ ປະນາມປະຕິບັດການທາງທະຫານດັ່ງກ່າວເປັນການລະເມີດອະທິປະໄຕ ແລະ ບູລະນະພາບແຫ່ງດິນແດນຂອງຊິຣີ. ອີກທັງຍັງເປັນການໂຈມຕີໂຄງລ່າງພື້ນຖານທີ່ຕັ້ງຢູ່ໃນເຂດທີ່ຢູ່ອາໄສຂອງປະຊາຊົນ, ແຕ່ບໍ່ມີການຢືນຢັນກ່ຽວກັບຂອບເຂດຄວາມເສຍຫາຍ. …
ກອງອໍານວຍການບໍລິຫານສາທາລະນະສຸກຂອງບັງກະລາເທດ ລາຍງານຈໍານວນຜູ້ເສຍຊີວິດຈາກພະຍາດໄຂ້ເລືອດໃນປະເທດ 10 ຄົນ ສະເພາະວັນທີ 2 ພະຈິກຜ່ານມາ ເຊິ່ງຖືເປັນຈໍານວນຜູ້ເສຍຊີວິດປະຈໍາວັນສູງສຸດ ແລະ ເຮັດໃຫ້ສະຖິຕິຜູ້ເສຍຊີວິດຈາກພະຍາດດັ່ງກ່າວໃນປີນີ້ມີຢ່າງໜ້ອຍ 310 ຄົນ. ຜູ້ຕິດເຊື້ອໄຂ້ເລືອດອອກລາຍໃໝ່ເພີ່ມຂຶ້ນ 1,348 ຄົນ ໃນໄລຍະ 24 ຊົ່ວໂມງ…
ສິງກະໂປ ແອຣລາຍ (SIA) ປະກາດທຸ້ມງົບ 1,100 ລ້ານໂດລາສະຫະລັດສິງກະໂປ ເພື່ອປັບປຸງຫ້ອງໂດຍສານຂອງເຮືອບິນແອຣບັສ A350-900 ເພື່ອເພີ່ມປະສິດທິພາບດ້ານການແຂ່ງຂັນໃນຕະຫລາດການບິນລະດັບສູງທີ່ເຂັ້ມຂຸ້ນຂຶ້ນທຸກເວລາ. ສາຍການບິນແຫ່ງຊາດຂອງສິງກະໂປ ປະກາດປັບປຸງຫ້ອງໂດຍສານທັງໝົດໃນເຮືອບິນ A350-900 ໃນເຮືອບິນໄລຍະໄກ ແລະ ໄກພິເສດ (ultra long-range) ທັງໝົດ…
ຊິນເບດ ໜ່ວຍງານດ້ານຄວາມໝັ້ນຄົງພາຍໃນປະເທດຂອງອິດສະລາແອນ ຈັບຜູ້ຖືກສົງໄສ 4 ຄົນ ລວມທັງຜູ້ຊ່ວຍຂອງນາຍົກລັດຖະມົນຕີ ເບັນຈາມິນ ເນທັນຢາຮູ ຜູ້ນໍາອິດສະລາແອນ ໃນຄະດີກ່ຽວກັບການຮົ່ວໄຫລຂອງເອກະສານດ້ານຄວາມໝັ້ນຄົງພາຍໃນສໍານັກງານນາຍົກລັດຖະມົນຕີ. ໜັງສືພິມລາຍວັນ ຮາວາເຣດ ຂອງອິດສະລາແອນ ລາຍງານໃນວັນທີ 1 ພະຈິກຜ່ານມາວ່າ: ຜູ້ຊ່ວຍຄົນໜຶ່ງໃນສໍານັກງານຂອງທ່ານ ເນທັນຢາຮູ…