ມີຜູ້ເສຍຊີວິດແລ້ວ 7 ຄົນ ຈາກອິດທິພົນພາຍຸຈ່າມີຖະຫລົ່ມເກາະລູຊອນຂອງຟີລິບປິນ
ຄວາມຮຸນແຮງຂອງພາຍຸຈ່າມີສ້າງຄວາມເສຍຫາຍໃຫ້ແກ່ເກາະລູຊອນຂອງຟີລິບປິນ ແລະ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 7 ຄົນແລ້ວ. ກົມອຸຕຸນິຍົມວິທະຍາແຫ່ງຊາດຟີລິບປິນລາຍງານວ່າ: ພາຍຸຈ່າມີເຄື່ອນທີ່ດ້ວຍຄວາມໄວລົມໃກ້ສູນກາງ ສູງສຸດ 85 ກິໂລແມັດຕໍ່ຊົ່ວໂມງ ແລະ ສູນກາງຂອງພາຍຸຢູ່ຫ່າງຈາກແຂວງອໍໂຣຣາ ເກາະລູຊອນ ອອກໄປທາງຕາເວັນອອກປະມານ 160 ກິໂລແມັດ ໃນຕອນບ່າຍວັນທີ 23…










